ຄະນະວິຊາຄູ ວິທະຍາຄານຕຳຫຼວດປະຊາຊົນ (ວຕປ) ກະຊວງ ປກສ ໄດ້ຈັດ ກອງປະຊຸມສະຫຼຸບວຽກງານ ປະຈຳປີ 2018 ແລະ ວາງທິດທາງແຜນການ ປີ 2019 ໃນວັນທີ 1 ມີນາ ຜ່ານມານີ້, ເຂົ້າຮ່ວມໂດຍ ພົຈວ ປອ ບຸນຊູ ນາມມະຈັກ ຜູ້ອຳນວຍການ ວຕປ, ພາຍໃຕ້ຜູ້ຊີ້ນຳວຽກງານຄູ ວຕປ, ມີ ບັນດາຄະນະວິຊາ ແລະ ພະນັກງານຄູ-ອາຈານພາຍໃນ ວຕປ ເຂົ້າຮ່ວມ.

ພັທ ບຸນເພັງ ເຂັມມະນາ ຫົວໜ້າຄະນະວິຊາປ້ອງກັນເສດຖະກິດ ວຕປ ຜ່ານບົດສະຫຼຸບວ່າ:

ໃນປີ 2018 ຜ່ານມາ, ຄະນະຄູ-ອາຈານ ວຕປ ໄດ້ເອົາໃຈໃສ່ເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ດ້ວຍຄວາມຫ້າວຫັນ ໂດຍປະຕິບັດຖືກຕ້ອງຕາມໂຄງການຫຼັກສູດການຮຽນ-ການສອນທີ່ ຄະນະ ວຕປ ວາງອອກ ມີຜົນສຳເລັດເຊິ່ງສະແດງອອກຄື:

ຂຶ້ນຫ້ອງສິດສອນຕາມໂຄງການຫຼັກສູດຕ່າງໆ ໄດ້ 16.363 ຊົ່ວໂມງ, ຈັດຕັ້ງສອບເສັງຈົບພາກວິຊາ ໃຫ້ນັກສຶກສາ 204 ຄັ້ງ, ແປຕຳລາພາສາຫວຽດນາມ ສຳເລັດ 1.456 ໜ້າ, ແປພາສາຈີນ ຮັບໃຊ້ວຽກງານຝຶກອົບຮົມ ໄດ້ 70 ຊົ່ວໂມງ, ແຕ່ງບົດ-ປັບປຸງບົດສອນ ໄດ້ 477 ບົດ, ແຕ່ງຄໍາຖາມຈົບຊັ້ນໃຫ້ນັກສຶກສາປະລິນຍາຕີ ຮຸ່ນ 19 ແລະ ຕໍ່ເນື່ອງ ຮຸ່ນ 11 ມີ 240 ຫົວຂໍ້, ແນະນຳນັກສຶກສາຂຽນບົດລາຍງານໂຄງການຈົບຊັ້ນ ທັງເຂົ້າຮ່ວມ ກອງປະຊຸມປ້ອງກັນຫົວຂໍ້ ວິທະຍານິພົນປະລິນຍາໂທ ມີ 170 ຫົວຂໍ້, ເຂົ້າຮ່ວມຊົ່ວໂມງສອນຂອງຄູ-ອາຈານໃໝ່ ໄດ້ 258 ຄັ້ງ, ເຂົ້າຮ່ວມເປັນອະນຸກຳມະການປ້ອງກັນວິທະຍານິພົນ ຢູ່ສະຖາບັນການເມືອງ-ການປົກຄອງ ແລະ ສະຖາບັນຕ່າງໆ ໄດ້ 27 ຄັ້ງ, ເຂົ້າຝຶກອົບຮົມວຽກງານວິຊາສະເພາະ ຢູ່ພາຍໃນ ແລະ ຕ່າງປະເທດ ມີ 42 ຄັ້ງ, ແລກປ່ຽນບົດຮຽນກັບ ກົມກອງວິຊາສະເພາະ 11 ຄັ້ງ, ນຳພານັກສຶກສາໄປທັດສະນະ 26 ຄັ້ງ ແລະ ໄດ້ນຳພານັກສຶກສາລົງຊັນນະສູດຕົວຈິງ 3 ຄັ້ງ ສຳເລັດຢ່າງມີປະສິດທິຜົນ.

ປີ 2019 ນີ້, ຄະນະວິຊາຄູ ວຕປ ຈະສືບຕໍ່ຍົກລະດັບວິຊາສະເພາະ ໃນຖັນແຖວພະນັກງານຄູ-ອາຈານ ໃຫ້ສົມຄູ່ກັບບົດບາດທີ່ເປັນເບົ້າຫຼ່ໍ, ເປັນຜູ້ສືບທອດທີ່ເກັ່ງ, ມີຄວາມຮູ້-ຄວາມສາມາດທີ່ດີ, ມີປະສົບການໃນການສິດສອນ ເພື່ອຮັບປະກັນການສອນ-ການຮຽນມີຄຸນນະພາບສູງ; ສົ່ງພະນັກງານຄູ-ອາຈານ ລົງເກັບກຳຂໍ້ມູນ ຢູ່ກົມກອງທ້ອງຖິ່ນກ່ຽວຂ້ອງ ເພື່ອນໍາມາປັບປຸງຕຳລາບົດສອນແຕ່ລະຄະນະວິຊາ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງສັງຄົມ ໃນແຕ່ລະໄລຍະ ແລະ ຈະສືບຕໍ່ປັບປຸງບົດສອນ, ສ້າງຕຳລາສອນ ແລະ ເອກະສານຄົ້ນຄວ້າໃຫ້ແກ່ການສອນ-ການຮຽນ ໃຫ້ມີການພັດທະນາດີຂຶ້ນເລື້ອຍໆ ເພື່ອຍົກສູງຄຸນນະພາບຂອງຄູ-ອາຈານ ໃຫ້ໄປຕາມຫຼັກສູດຂອງການສຶກສາແຫ່ງຊາດ ແນໃສ່ຮັບປະກັນວຽກງານມີປະສິດທິພາບ ແລະ ເຊື່ອມໂຍງກັບສາກົນ.