ໂຮງຮຽນ ປກສ ຊັ້ນຕົ້ນ ປ້ອງກັນສູນກາງ ກະຊວງ ປກສ ໄດ້ປິດຊຸດຮຽນ ຮຸ່ນທີ 20 ສົກປີ 2018-2019 ໃນວັນທີ 1 ມີນາ 2019, ເຂົ້າຮ່ວມ ແລະ ມອບໃບປະກາສະນີຍະບັດ ໂດຍ ພັອ ຄໍາເຄື່ອງ ຜິວວັນນາ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີ ພົຈວ ພົວພັນ ຍໍລະວົງສາ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ຫົວໜ້າ-ຮອງຫ້ອງ, ອໍານວຍການ, ຄະນະອໍານວຍການ, ຕາງໜ້າຈາກກົມກອງອ້ອມຂ້າງກະຊວງ, ພະນັກງານຫຼັກແຫຼ່ງ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັທ ແສງຈັນ ແກ້ວມີໄຊ ອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນ ປ້ອງກັນສູນກາງ ກ່າວວ່າ:

ຊຸດຮຽນຫຼັກສູດກໍ່ສ້າງວິຊາສະເພາະຊັ້ນຕົ້ນ ປ້ອງກັນສູນກາງ ຮຸ່ນທີ 20 ສົກປີ 2018-2019 ໄດ້ເລີ່ມເປີດຮຽນ ໃນວັນທີ 13 ກຸມພາ 2018, ມີນັກສຶກສາທັງໝົດ 129 ສະຫາຍ ຍິງ 32 ສະຫາຍ;

ໃນນັ້ນ, ມີກໍາລັງທົດແທນ 3 ສະຫາຍ, ມາຈາກ ວສປ 1 ສະຫາຍ, ກົມໃຫຍ່ສັນຕິບານ 1 ສະຫາຍ, ປກສ ນະຄອນຫຼວງວຽງຈັນ 1 ສະຫາຍ, ປກສ ແຂວງຕ່າງໆ 20 ສະຫາຍ, ກໍາລັງໃໝ່ 96 ສະຫາຍ ແລະ ກອງພັນ 988 ກະຊວງປ້ອງກັນປະເທດ 10 ສະຫາຍ, ຊັ້ນ ຮທ ມີ 2 ສະຫາຍ, ຮຕ 2 ສະຫາຍ, ວທ 1 ສະຫາຍ, ສທ 4 ສະຫາຍ, ສຕ 3 ສະຫາຍ, ຊັ້ນ 1 ມີ 1 ສະຫາຍ, ຊັ້ນ 2 ມີ 116 ສະຫາຍ.

ການຮຽນແມ່ນໃຊ້ເວລາ 170 ວັນ, 1.190 ຊົ່ວໂມງ, ມີຄູພາຍໃນຂຶ້ນຫ້ອງສິດສອນ 966 ຊົ່ວໂມງ, ຄູນອກ 224 ຊົ່ວໂມງ, ຜ່ານການສອບເສັງວິຊາການເມືອງ, ກົດໝາຍ ແລະ ພາກວິຊາສະເພາະ ມີນັກສຶກສາເສັງໄດ້ຄະແນນດີເລີດ 2 ສະຫາຍ ສະເລ່ຍ 1,55%, ປະເພດຄະແນນດີຫຼາຍ 60 ສະຫາຍ ສະເລ່ຍ 46,51%, ປະເພດຄະແນນດີ 66 ສະຫາຍ ສະເລ່ຍ 51,16%, ປະເພດຄະແນນພໍໃຊ້ 1 ສະຫາຍ ສະເລ່ຍ 0,77%.

ນອກນັ້ນ, ໃນພິທີປິດຊຸດຮຽນຄັ້ງນີ້ ຍັງໄດ້ມີການເລື່ອນຊັ້ນ, ປະດັບຊັ້ນໃຫ້ນັກສຶກສາທີ່ຈົບການສຶກສາຄັ້ງນີ້; ໃນນັ້ນ, ເລື່ອນຊັ້ນ ຮຕ ຂຶ້ນ ຮທ 1 ສະຫາຍ, ປະດັບຊັ້ນ ສທ ຈໍານວນ 119 ສະຫາຍ.