ລັດຖະບານອົດສະຕຣາລີ ຫ້າມຊາວຕ່າງຊາດທີ່ເຄີຍຖືກຈຳຄຸກຕັ້ງແຕ່ 1 ປີຂຶ້ນໄປໃນຄວາມຜິດຖານກໍ່ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ຂະນະທີ່ທາງການຂອງອົດສະຕຣາລີ ເພີ່ມຄວາມເຂັ້ມງວດການກວາດລ້າງອາຊະຍາກອນຕ່າງຊາດ.

ໃນວັນທີ 3 ມີນາ ນີ້, ທ່ານເດວິດ ໂຄແມນ ລັດຖະມົນຕີກະຊວງກວດຄົນເຂົ້າເມືອງຂອງອົດສະຕຣາລີ ກ່າວວ່າ ກົດໝາຍສະບັບໃໝ່, ເຊິ່ງມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 28 ກຸມພາ ທີ່ຜ່ານມາ ເປັນການແກ້ໄຂປັບປຸງກົດໝາຍທີ່ມີຢູ່ແລ້ວ ໃນຂໍ້ກຳນົດໃຫ້ຍົກເລີກວີຊ່າຜູ້ໄປຢ້ຽມຢາມ ຖ້າຫາກວ່າຜູ້ນັ້ນຖືກສານຕັດສິນລົງໂທດຈຳຄຸກຕັ້ງແຕ່ 12 ເດືອນຂຶ້ນໄປ. ອົດສະຕຣາລີ ບໍ່ຮັບຕ້ອນຜູ້ກະທຳຄວາມຜິດຖານກໍ່ຄວາມຮຸນແຮງໃນຄອບຄົວ.

ກ່ອນໜ້ານີ້, ທາງການອົດສະຕຣາລີ ໄດ້ມີການປະຕິເສດວີຊ່າກັບທ້າວ ຄຣິດ ບຣາວ  ນັກຮ້ອງອາແອນບີ ແລະ ຟຣອຍ ເມເວດເທີ ຈູເນຍ ນັກມວຍສາກົນອາຊີບ, ເຊິ່ງທັງສອງເປັນຊາວອາເມລິກາ ເນື່ອງຈາກເຄີຍຖືກຄະດີກໍ່ຄວາມຮຸນແຮງໃນຄອບຄົວ.