ອຸດົມໄຊ ປະກາດສັບຊ້ອນ ນາຍ ແລະ ພົນຕໍາຫຼວດ

0
1319

ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ປະກາດການຈັດຕັ້ງສັບຊ້ອນ ນາຍ ແລະ ພົນຕຳຫຼວດ ທີ່ຮຽນຈົບນາຍສິບ ປະຈຳປີ 2019 ໂດຍການເປັນປະທານຂອງ ພັທ ຄຳນວນ ໄຊຍະວົງ ຮັກສາການຫ້ອງການເມືອງ, ມີ ຄະນະຮັບຜິດຊອບຈາກພະແນກທີ່ກ່ຽວຂ້ອງ, ບັນດານາຍ ແລະ ພົນຕຳຫຼວດ ທີ່ຮຽນຈົບໃໝ່ ເຂົ້າຮ່ວມ.

ຮຕ ສິງຄຳ ວັນລາສິນ ຮອງຫົວໜ້າພະແນກຈັດຕັ້ງພະນັກງານ ປກສ ແຂວງອຸດົມໄຊ

ມີ ຄະນະຮັບຜິດຊອບຈາກພະແນກທີ່ກ່ຽວຂ້ອງ, ບັນດານາຍ ແລະ ພົນຕຳຫຼວດ ທີ່ຮຽນຈົບໃໝ່ ເຂົ້າຮ່ວມ

ໄດ້ຜ່ານຂໍ້ຕົກລົງ ເລກທີ 133/ປອຊ ລົງວັນທີ 26 ກຸມພາ 2019 ວ່າດ້ວຍ ການຊັບຊ້ອນ ນາຍ ແລະ ພົນຕໍາຫຼວດ ທີ່ຮຽນຈົບຊັ້ນນາຍສິບຈາກ ໂຮງຮຽນ ປກສ ຊັ້ນຕົ້ນ 5 ແຫ່ງ ປະຈຳປີ 2019 ເພື່ອແນ່ໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນວຽກງານປ້ອງກັນຄວາມສະຫງົບ ໃນໄລຍະໃໝ່ ໂດຍສະເພາະປະກອບກຳລັງພົນເຂົ້າໃນ ກຳລັງ ປກສ ແຂວງອຸດົມໄຊ ໃຫ້ນັບມື້ເຕີບໃຫ່ຍເຂັ້ມແຂງຂຶ້ນເປັນກ້າວໆ.

ໃນນີ້, ໄດ້ສັບຊ້ອນບັນດາສະຫາຍໄປຮັບໜ້າທີ່ໃໝ່ຢູ່ ບັນດາຫ້ອງ, ກອງ ແລະ ປກສ ເມືອງ, ຊັບຊ້ອນໄປ ຫ້ອງການກອງບັນຊາການ ຈຳນວນ 8 ສະຫາຍ, ຫ້ອງການເມືອງ 2 ສະຫາຍ, ຫ້ອງພະລາທິການ 1 ສະຫາຍ, ຫ້ອງສັນຕິບານ 3 ສະຫາຍ, ຫ້ອງຕໍາຫຼວດ 6 ສະຫາຍ, ຫ້ອງ 504 ຈຳນວນ 3 ສະຫາຍ, ກອງພັນປ້ອງກັນເຄື່ອນທີ່ 16 ສະຫາຍ, ຄ້າຍຄຸມຂັງ-ດັດສ້າງ ແຂວງ 5 ສະຫາຍ, ປກສ ເມືອງໄຊ 6 ສະຫາຍ ຍິງ 1, ປກສ ເມືອງຫຼາ 8 ສະຫາຍ ຍິງ 2, ປກສ ເມືອງນາໝໍ້ 7 ສະຫາຍ, ປກສ ເມືອງແບງ 7 ສະຫາຍ, ປກສ ເມືອງຮຸນ 6 ສະຫາຍ, ປກສ ເມືອງປາກແບງ 7 ສະຫາຍ ແລະ ປກສ ເມືອງງາ 7 ສະຫາຍ.

ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ປະກາດການຈັດຕັ້ງສັບຊ້ອນ ນາຍ ແລະ ພົນຕຳຫຼວດ ທີ່ຮຽນຈົບນາຍສິບ ປະຈຳປີ 2019

ໂອກາດດັ່ງກ່າວ, ພັທ ຄຳນວນ ໄຊຍະວົງ ຍັງໄດ້ເນັ້ນໃຫ້ບັນດານັກສຶກສາທີ່ຮຽນຈົບ ແລະ ຖືກຊັບຊ້ອນໃໝ່ ພ້ອມກັນສືບຕໍ່ເພີ່ມທະວີຄວາມສາມັກຄີພາຍໃນກຳລັງ, ເອົາໃຈໃສ່ສຶກສາແນວຄິດການເມືອງ, ປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນສຳເລັດ ແລະ ມີຄວາມຮັບຜິດຊອບສູງ, ເປັນແບບຢ່າງທີ່ດີແກ້ພໍ່ແມ່-ປະຊາຊົນ ແລະ ຍົກສູງສະຕິກຽມພ້ອມແກ້ໄຂບັນຫາ ກໍຄື ສະພາບປະກົດການຫຍໍ້ທີ່ອາດຈະເກີດຂຶ້ນ ແລະ ນຳໃຊ້ບົດຮຽນທີ່ໄດ້ຮຽນມາ ເຂົ້າໃນການປະຕິບັດວຽກງານປ້ອງກັນຄວາມສະຫງົບ ຕາມກົມກອງຂອງຕົນ ໃຫ້ມີປະສິດທິຜົນສູງຂຶ້ນ.