ເຜີຍແຜ່ໂດຍ ທ່ານ ຄໍາເຜີຍ ວົງສາຄໍາຜຸຍ ສະມາຊິກສະພາແຫ່ງຊາດ ຊຸດທີ VIII, ທ່ານ ອຸດອນ ໄຊມຸນຕີ ຮອງປະທານສະພາປະຊາຊົນ ນວ ພ້ອມຄະນະ

ສະມາຊິກສະພາແຫ່ງຊາດ ( ສສຊ ) ຊຸດທີ VIII ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ( ນວ ) ແລະ ສະມາຊິກສະພາປະຊາຊົນ ນວ ( ສສນວ ) ຊຸດທີ I ລົງເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ VIII ແລະ ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສສນວ ຊຸດທີ I ໃຫ້ປະຊາຊົນບ້ານທາດຂາວ ເມືອງສີສັດຕະນາກ ໃນວັນທີ 1 ມີນາ 2019 ເຜີຍແຜ່ໂດຍ ທ່ານ ຄໍາເຜີຍ ວົງສາຄໍາຜຸຍ ສະມາຊິກສະພາແຫ່ງຊາດ ຊຸດທີ VIII, ທ່ານ ອຸດອນ ໄຊມຸນຕີ ຮອງປະທານສະພາປະຊາຊົນ ນວ ພ້ອມຄະນະ.

ທ່ານ ຄໍາເຜີຍ ວົງສາຄໍາຜຸຍ ກ່າວວ່າ:

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ VIII ໄດ້ຮັບຮອງເອົາຫຼາຍວຽກງານທີ່ສຳຄັນຂອງພັກ-ຂອງຊາດ ເປັນຕົ້ນແມ່ນ

ສະມາຊິກສະພາແຫ່ງຊາດ ( ສສຊ ) ຊຸດທີ VIII ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ( ນວ ) ແລະ ສະມາຊິກສະພາປະຊາຊົນ ນວ ( ສສນວ ) ຊຸດທີ I
  • ຮັບຮອງເອົາ ການແຕ່ງຕັ້ງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ,
  • ຜູ້ວ່າການທະນາຄານແຫ່ງ ສປປ ລາວ,
  • ຮັບຮອງເອົາ ຊົນເຜົ່າບຣູ,
  • ຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານກາງສະໄໝ ( 2016-2018 ) ແລະ ປີ 2018 ທິດທາງຮອດປີ 2020 ແລະ ແຜນວຽກຈຸດສຸມ ປະຈໍາປີ 2019 ຂອງ ສະພາແຫ່ງຊາດ ຊຸດທີ VIII,
  • ແຜນການສ້າງ ແລະ ປັບປຸງກົດໝາຍຂອງ ສະພາແຫ່ງຊາດ ປະຈໍາປີ 2019,
  • ຮັບຮອງເອົາ ການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 8 ສະບັບ,
  • ຮັບຟັງ ການລາຍງານຂອງ ລັດຖະບານ ກ່ຽວກັບ ການຈັດຕັ້ງປະຕິບັດມະຕິຂອງ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງ ສະພາແຫ່ງຊາດ ສະບັບເລກທີ 097/ສພຊ ລົງວັນທີ 17 ພະຈິກ 2017 ວ່າດ້ວຍ ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບ ເປົ້າໝາຍການພັດທະນາແບບຍືນຍົງ.
ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ VIII ແລະ ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສສນວ ຊຸດທີ I

ໃນໂອກາດດຽວກັນ, ທ່ານ ອຸດອນ ໄຊມຸນຕີ ໄດ້ຍົກໃຫ້ເຫັນຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສສນວ ຊຸດທີ I ວ່າ:

ກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບຮອງຫຼາຍວຽງການທີ່ສໍາຄັນຂອງ ນວ ເປັນຕົ້ນແມ່ນ

  • ຮັບຮອງເອົາ ບົດລາຍງານຜົນຂອງ ການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2017 ຂອງ ນະຄອນຫຼວງວຽງຈັນ,
  • ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2018 ແລະ ທິດທາງແຜນການ ປີ 2019 ຂອງ ອົງການໄອຍະການປະຊາຊົນ, ສະພາປະຊາຊົນ ແລະ ສານປະຊາຊົນ ນະຄອນຫຼວງວຽງຈັນ,
  • ຮັບຮອງເອົາ ບົດລາຍງານການຊີ້ແຈງບັນຫາພົ້ນເດັ່ນຈໍານວນໜຶ່ງຂອງ ອົງການປົກຄອງ ອົງການໄອຍະການປະຊາຊົນ, ສານປະຊາຊົນ-ກອງບັນຊາການ ປກສ ນວ ແລະ ບັນດາພະແນກການທີ່ກ່ຽວຂ້ອງ.
ປະຊາຊົນບ້ານທາດຂາວ ເມືອງສີສັດຕະນາກ

ພາຍຫຼັງສໍາເລັດການຮັບຟັງຜົນສໍາເລັດທັງກອງປະຊຸມແລ້ວ, ສສຊ ແລະ ສສນວ ກໍໄດ້ເປີດໂອກາດໃຫ້ປະຊາຊົນບ້ານທາດຂາວ ມີຄໍາຄິດເຫັນ ແລະ ຂໍ້ສະເໜີບັນຫາຕ່າງໆ ທີ່ສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ ເພື່ອໄປສະເໜີຕໍ່ ກອງປະຊຸມສະໄໝສາມັນ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້ ເພື່ອເຮັດໃຫ້ບັນຫາ ແລະ ຂໍ້ຫຍຸ້ງຍາກຂອງປະຊາຊົນ ໄດ້ຮັບການແກ້ໄຂ ຢ່າງທັນການ.