ເປີດສຳນັກງານໃຫຍ່ ບໍລິສັດ ວຽງຈັນຟິດເນັດ

0
1479
ພິທີເປີດ ສໍານັກງານໃຫຍ່ ບໍລິສັດ ວຽງຈັນຟິດເນັດ ( ວີ-ຟິດເນັດ ) ຂາເຂົ້າ-ຂາອອກ ຈໍາກັດ

ພິທີເປີດ ສໍານັກງານໃຫຍ່ ບໍລິສັດ ວຽງຈັນຟິດເນັດ ( ວີ-ຟິດເນັດ ) ຂາເຂົ້າ-ຂາອອກ ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 2 ມີນາ 2019, ເຂົ້າຮ່ວມໂດຍ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ນັກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສະຖາພອນ ພິຈິດ ປະທານ ບໍລິສັດ ວຽງຈັນຟິດເນັດ ຂາເຂົ້າ-ຂາອອກ ຈໍາກັດ ກ່າວວ່າ:

ມີ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ນັກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ

ສໍານັກງານໃຫຍ່ ບໍລິດສັດ ວຽງຈັນຟິດເນັດ ຂາເຂົ້າ-ຂາອອກ ຈໍາກັດ ຕັ້ງຢູ່ບ້ານນາຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນອາຄານ 3 ຊັ້ນ ຄື:

ຊັ້ນທີໜຶ່ງແມ່ນ ການບໍລິການຂາຍສິນຄ້າ ເຄື່ອງອອກກໍາລັງກາຍຄົບວົງຈອນ,

ຊັ້ນທີສອງແມ່ນ ຫ້ອງການບໍລິການລູກຄ້າ, ສະແດງສິນຄ້າປະເພດເຄື່ອງນວດ ເຊັ່ນ: ຕັ່ງນວດ, ສິນຄ້າກ່ຽວກັບຄວາມງາມ ຈຳພວກ ຊຸດກະຊັບຊັດສ່ວນ, ຫຼຸດນໍ້າໜັກຂອງຜູ້ຍິງ,

ຊັ້ນທີສາມແມ່ນ ພະແນກຫ້ອງການ-ໄອທີ, ຫ້ອງປະຊຸມ ແລະ ຫ້ອງຜູ້ບໍລິຫານ.

ບໍລິດສັດ ວຽງຈັນຟິດເນັດ ຂາເຂົ້າ-ຂາອອກ ຈໍາກັດ ຂາຍເຄື່ອງອອກກໍາລັງກາຍຄົບວົງຈອນ ທີ່ໃຫຍ່ທີ່ສຸດ ໃນ ສປປ ລາວ

ໃນປັດຈຸບັນ, ບໍລິດສັດ ວຽງຈັນຟິດເນັດ ຂາເຂົ້າ-ຂາອອກ ຈໍາກັດ ຂາຍເຄື່ອງອອກກໍາລັງກາຍຄົບວົງຈອນ ທີ່ໃຫຍ່ທີ່ສຸດ ໃນ ສປປ ລາວ, ມີຫຼາຍຍີ່ຫໍ້, ໄດ້ຮັບຄວາມນິຍົມຈາກລູກຄ້າທັງພາກລັດ ແລະ ເອກະຊົນ, ມີສູນບໍລິການສ້ອມແປງ ແລະ ກວດສະພາບເຄື່ອງ, ມີສູນບໍລິການຂາຍ, ບໍລິການສົ່ງ ໂດຍບໍ່ເສຍຄ່າ ແລະ ຊື້ສົດ-ຜ່ອນດ້ວຍ ດອກເບ້ຍ 0%.

ວຽງຈັນຟິດເນັດ ປະກອບມີ 6 ສາຂາ ໃນນະຄອນຫຼວງວຽງຈັນ ແລະ ອີກ 4 ສາຂາ ໃນຕ່າງແຂວງ ເຊິ່ງເປັນສູນຈໍາໜ່າຍສິນຄ້າທັງໝົດ.