ສະຫະພັນແມ່ຍິງ ກະຊວງ ປກສ ໄດ້ຈັດຕັ້ງປາຖະກະຖາມູນເຊື້ອ ວັນແມ່ຍິງສາກົນ ຄົບຮອບ 109 ປີ ( 8 ມີນາ 1910-8 ມີນາ 2019 ) ໃນວັນທີ 5 ມີນານີ້, ໃຫ້ກຽດເຂົ້າຮ່ວມໂດຍ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງ ປກສ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງ ປກສ, ຄະນະສະຫະພັນແມ່ຍິງ, ຄະນະໜ່ວຍແມ່ຍິງ, ກົມກອງອ້ອມຂ້າງ ກະຊວງ ປກສ, ອະດີດພະນັກງານອາວຸໂສບຳນານ ແລະ ຄອບຄົວການນຳ ປກສ ເຂົ້າຮ່ວມ.

ພັອ ນາງ ວັດຊະລີ ສິດທິລືໄຊ ຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງ ກະຊວງ ປກສ ໃຫ້ຮູ້ວ່າ:
ວັນແມ່ຍິງສາກົນ ໄດ້ເກີດຂຶ້ນໃນທ່າມກາງສະພາບເສດຖະກິດຂອງ ພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ ເມື່ອໂຮງຈັກ-ໂຮງງານອຸດສາຫະກຳຂອງ ນາຍທຶນ ຂະຫຍາຍຕົວ, ມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ, ແຕ່ຊໍ້າພັດເພີ່ມຄວາມທຸກຍາກລຳບາກ ໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະ ກຳມະກອນແມ່ຍິງ ຢູ່ພາຍໃຕ້ລະບອບສັກດີນາ, ນາຍທຶນ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກງານຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານດ້ວຍລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ.

ຈາກສະພາບຄວາມຫຍຸ້ງຍາກ ແລະ ຖືກກົດຂີ່ຂູດຮີດແນວນັ້ນ, ໃນວັນທີ 8 ມີນາ 1908 ແມ່ຍິງຈຳນວນ 15.000 ຄົນ ໄດ້ເດີນຂະບວນຢູ່ເມືອງນິວຢອກ ເພື່ອທວງໃຫ້ນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງ ມີສິດໃນການອອກສຽງເລືອກຕັ້ງ ແລະ ການຮັບສະໝັກເລືອກຕັ້ງ; ການເດີນຂະບວນຄັ້ງນັ້ນ ແມ່ນຢູ່ພາຍໃຕ້ຄຳຂວັນ “ ເຂົ້າຈີ່ ແລະ ດອກກຸຫຼາບ ” ໂດຍ ເຂົ້າຈີ່ ໝາຍເຖິງ: ເສດຖະກິດດີຂຶ້ນ, ດອກກຸຫຼາບ ໝາຍເຖິງ: ຄຸນນະພາບຊີວິດດີຂຶ້ນ.
ມາເຖິງປີ 1910, ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນ ຢູ່ທະວີບເອີລົບ ແລະ ໃນປີນີ້ເອງ, ກອງປະຊຸມສາກົນ ກ່ຽວກັບ ບັນຫາແມ່ຍິງຄັ້ງທຳອິດ ໄດ້ຈັດຂຶ້ນຢູ່ໂກເປນຮາກ ນະຄອນຫຼວງຂອງປະເທດເດນມາກ, ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດເຂົ້າຮ່ວມ; ໂດຍກອງປະຊຸມດັ່ງກ່າວ ໄດ້ຮັບຮອງ ແລະ ຕົກລົງເອົາ ວັນທີ 8 ມີນາ ຂອງທຸກປີ ເປັນ ວັນແມ່ຍິງສາກົນ.

ໂອກາດທີ່ມີຄວາມໝາຍສຳຄັນຄັ້ງນີ້, ສະຫະພັນແມ່ຍິງ ກະຊວງ ປກສ ຍັງໄດ້ເຜີຍແຜ່ບັນດາເອກະສານທີ່ກ່ຽວຂ້ອງກັບ ວັນແມ່ຍິງສາກົນ 8 ມີນາ ເພື່ອໃຫ້ບັນດາຄະນະແມ່ຍິງທີ່ເຂົ້າຮ່ວມ ໄດ້ຮັບຮູ້ເຖິງເນື້ອໃນທີ່ກຳນົດໃນເອກະສານ ແລ້ວນຳໄປເຜີຍແຜ່ໃຫ້ສະມາຊິກຂອງຕົນຮັບຮູ້ຢ່າງທົ່ວເຖິງ.
ໃນນີ້ ມີ: ເອກະສານບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫຼງການ ແລະ ກອງປະຊຸມຕ່າງໆກ່ຽວກັບແມ່ຍິງ ໃນລະດັບສາກົນ, ພາກພື້ນ ແລະ ອາຊຽນ, ນະໂຍບາຍ ແລະ ກົນໄກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນ ສປປ ລາວ, ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ ປີ 2018.