ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ກະຊວງສາທາລະນະສຸກ ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຈັດພິທີສະເຫຼີມສະຫຼອງວັນສາກົນຕ້ານເອດ ປະຈໍາປີ 2019 ທີ່ ຫໍວັດທະນະທໍາແຫ່ງຊາດ ໃນວັນທີ 5 ມີນາ 2019, ເປັນປະທານໂດຍ ທ່ານ ຮສຈ ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ທັງເປັນປະທານຄະນະກໍາມະການແຫ່ງຊາດຕ້ານເອດ, ມີ ທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນ ປະຕິວັດລາວ, ແຂກພາຍໃນ ແລະ ຕ່າງປະເທດ, ຊາວໜຸ່ມ, ແມ່ຍິງ, ກໍາມະບານ ຈາກ 18 ກະຊວງ, 22 ກົມກອງ, ພະນັກງານອ້ອມຂ້າງກະຊວງ, ນັກສຶກສາ ແລະ ນັກຮຽນ ເຂົ້າຮ່ວມ.

ທ່ານ ຮສຈ ດຣ ບຸນກອງ ສີຫາວົງ ກ່າວວ່າ:

ການຈັດພິທີໃນຄັ້ງນີ້ ກໍເພື່ອເປັນການສະກັດກັ້ນ ແລະ ຕ້ານເຊື້ອ HIV ພະຍາດເອດ ດ້ວຍການໃຫ້ຂໍ້ມູນຂ່າວສານ ເພື່ອໃຫ້ທຸກຄົນມີສິດເຂົ້າເຖິງ ການບໍລິການສຸຂະພາບທີມີຄຸນນະພາບ ແລະ ເຮັດໃຫ້ທຸກຄົນຮັບຮູ້ວ່າ ການກວດເລືອດເທົ່ານັ້ນ ຈຶ່ງຈະສາມາດຮັບຮູ້ໄດ້ສະຖານະການຕິດເຊື້ອ HIV;

ດັ່ງນັ້ນ, ຜູ້ທີ່ມີຄວາມສ່ຽງ ຈະຕ້ອງໄດ້ເຂົ້າເຖິງການບໍລິການກວດເລືອດ ເພື່ອໃຫ້ບັນລຸເປົ້າໝາຍ 90-90-90 ໃນປີ 2020;

90 ທີ 1 ໝາຍຄວາມວ່າ ທຸກຄົນທີ່ມີຄວາມສ່ຽງ ຈະຕ້ອງໄດ້ເຂົ້າເຖິງການບໍລິການກວດເລືອດ ແລະ ຮູ້ສະຖານະຂອງການຕິດເຊື້ອ,

90 ທີ 2 ຜູ້ທີ່ຕິດເຊື້ອເຮສໄອວີ ຈະຕ້ອງໄດ້ເຂົ້າເຖິງການປິ່ນປົວດ້ວຍຢາຕ້ານຈຸລະໂລກເອດ (ARV),

90 ທີ 3 ຜູ້ທີ່ໄດ້ຮັບການປິ່ນປົວ ຈະຕ້ອງໄດ້ປິ່ນປົວໃຫ້ດີ ເຊິ່ງເຮັດໃຫ້ຈໍານວນເຊື້ອຈຸລະໂລກໃນເລືອດ ຫຼຸດລົງໜ້ອຍກວ່າ 1.000 ໂຕຕໍ່ໄມໂຄລິດ ແລະ ເພື່ອຈະຢຸດການແຜ່ລະບາດຂອງເຊື້ອເຮສໄອວີ ໃນປີ 2030.

ນອກຈາກນີ້, ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ ຍັງໃຫ້ຮູ້ຕື່ມອີກວ່າ:

ປັດຈຸບັນ, ຕົວເລກຜູ້ຕິດເຊື້ອ ຍັງສືບຕໍ່ຫຼາຍຂຶ້ນໃນແຕ່ລະປີ ໃນທົ່ວໂລກ, ສໍາລັບ ສປປ ລາວ ມາຮອດທ້າຍເດືອນມິຖຸນາ 2018 ມີຈໍານວນຜູ້ຕິດເຊື້ອຈາກການລາຍງານທັງໝົດ 11.980 ຄົນ, ຈໍານວນຜູ້ເປັນພະຍາດເອດ 9.900 ຄົນ ແລະ ເສຍຊີວິດແລ້ວ 2.080 ຄົນ; ໃນນີ້, 88% ຂອງການຕິດເຊື້ອແມ່ນ ທາງເພດສໍາພັນທີ່ບໍ່ປອດໄພລະຫວ່າງ ຊາຍກັບຍິງ, 4,8% ຈາກແມ່ຫາລູກ, 2,9% ຈາກມີເພດສໍາພັນລະຫວ່າງ ຊາຍກັບຊາຍ ແລະ ມາຮອດປັດຈຸບັນ ທາງກະຊວງ ສາມາດຂະຫຍາຍຕາໜ່າງການໃຫ້ຄໍາປຶກສາ ແລະ ກວດເລືອດທັງໝົດໄດ້ 198 ແຫ່ງ; ໃນນີ້, ຂັ້ນແຂວງ, ສູນບໍລິການສຸຂະພາບ, ໂຮງໝໍທະຫານ ແລະ ຕໍາຫຼວດ, ຂັ້ນເມືອງ ແລະ ສຸກສາລາຈໍານວນໜຶ່ງ ແມ່ນສາມາດໃຫ້ບໍລິການກວດເລືອດຊອກຫາ ເຮສໄອວີ ໄດ້ແລ້ວ.

ນອກຈາກນີ້, ຍັງມີສູນປິ່ນປົວພະຍາດເອດ ດ້ວຍຢາ ARV ຈໍານວນ 11 ແຫ່ງ ໃນ 8 ແຂວງຄື: ໂຮງໝໍ ແຂວງສະຫວັນນະເຂດ, ໂຮງໝໍ ເຊດຖາທິຣາດ, ໂຮງໝໍ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ໂຮງໝໍ ແຂວງບໍ່ແກ້ວ, ໂຮງໝໍ ແຂວງຫຼວງນໍ້າທາ, ໂຮງໝໍ ມະໂຫສົດ, ໂຮງໝໍ ແຂວງຫຼວງພະບາງ, ໂຮງໝໍ ແຂວງຈໍາປາ ສັກ, ໂຮງໝໍ ແຂວງຄໍາມ່ວນ, ໂຮງໝໍ ແຂວງຫົວພັນ ແລະ ໂຮງໝໍ ມິດຕະພາບ.