ທ່ານ ປອ ນາງ ວຽງທອງ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະພັກ ປະທານອົງການກວດສອບແຫ່ງລັດ

ອົງການກວດສອບແຫ່ງລັດ ໄດ້ເຜີຍແຜ່ມະຕິ ວ່າດ້ວຍ ການປັບປຸງຮາກຖານການເມືອງຂອງ ລະບອບປະຊາທິປະໄຕ ປະຊາຊົນ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ ແລະ ມະຕິ ວ່າດ້ວຍ ການເພີ່ມທະວີການນໍາພາແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ  ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ ຂອງມະຕິ ກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ X ໃນວັນທີ 5 ມີນາ 2019, ມີພະນັກງານພາຍໃນອົງການກວດສອບ ເຂົ້າຮ່ວມຮັບຟັງ.

ທ່ານ ປອ ນາງ ວຽງທອງ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະພັກ ປະທານອົງການກວດສອບແຫ່ງລັດ ໄດ້ເຜີຍແຜ່ໃຫ້ຮູ້ວ່າ:

ມະຕິ ວ່າດ້ວຍ ການປັບປຸງຮາກຖານການເມືອງຂອງ ລະບອບປະຊາທິປະໄຕ ປະຊາຊົນ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ ໄດ້ລະ ບຸວ່າ:

ຮາກຖານການເມືອງຂອງ ລະບອບປະຊາທິປະໄຕ ປະຊາຊົນ ໃນປັດຈຸບັນ ແມ່ນໝາຍເຖິງບັນດາການຈັດຕັ້ງພັກ, ອໍານາດການປົກຄອງ, ແນວລາວສ້າງຊາດ ແລະ ບັນດາການຈັດຕັ້ງການເມືອງ-ສັງຄົມຂອງ ມະຫາຊົນທີ່ປະກອບເປັນລະບົບການເມືອງຢູ່ຂັ້ນບ້ານ ໂດຍມີຮາກຖານພັກເປັນແກນນໍາ, ແມ່ນການຈັດຕັ້ງ ແລະ ການເຄື່ອນໄຫວຂອງຮາກຖານພັກ ແລະ ຂອງບັນດາອົງການຈັດຕັ້ງມະຫາຊົນ ຢູ່ຫົວໜ່ວຍລັດຖະການ, ຫົວໜ່ວຍເສດຖະກິດ, ສັງຄົມ ແລະ ກໍາລັງປະຫກອບອາວຸດ ທີ່ຢູ່ພາຍໃຕ້ການຊີ້ນໍາໂດຍກົງຂອງ ຄະນະພັກ ຫຼື ອົງການຈັດຕັ້ງມະຫາຊົນ;

ນອກນັ້ນ, ຍັງໝາຍເຖິງຮູບການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາການຈັດຕັ້ງສັງຄົມ-ເສດຖະກິດ ໃນບັນດາຫົວໜ່ວຍວິສາຫະກິດເອກະຊົນ ແລະ ການຈັດຕັ້ງສັງຄົມຕ່າງໆ ພາຍໃຕ້ການນໍາພາຂອງຄະນະພັກທີ່ກ່ຽວຂ້ອງ ຕາມຄວາມເໝາະສົມ.

ມະຕິ ວ່າດ້ວຍ ການເພີ່ມທະວີການນໍາພາແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ ໄດ້ລະບຸໄວ້ວ່າ:

ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄດ້ຍົກໃຫ້ເຫັນຢ່າງເປັນລະບົບສົມຄວນ ຄວາມຫຍຸ້ງຍາກ ດ້ານການເງິນ-ງົບປະມານ, ບັນຫາໜີ້ສິນສາທາລະນະ ແລະ ຄວາມອ່ອນແອຂອງວຽກງານແຜນການ, ການເງິນ ກໍຄື ເສດຖະກິດມະຫາພາກ ເວົ້າລວມ. ໃນການເຊື່ອມຊຶມມະຕິ X ຂອງພັກ ກໍຄື ບັ້ນດໍາເນີນຊີວິດການເມືອງທົ່ວປະເທດ ພາຍໃຕ້ການຊີ້ນໍາໂດຍກົງຂອງ ສູນກາງພັກ ກໍຄື ຄະນະພັກແຕ່ລະຂັ້ນ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນດ້ານຕ່າງໆ.

ໃນນັ້ນ, ລວມທັງຄວາມຫຍຸ້ງຍາກອັນໜັກໜ່ວງດ້ານເສດຖະກິດ-ການເງິນ ໄດ້ຮັບການໄຈ້ແຍກເລິກເຊິ່ງຕື່ມອີກ, ທັງຊີ້ໃຫ້ເຫັນວ່າ ບັນຫາທີ່ເກີດຂຶ້ນໄດ້ກາຍເປັນໄພອັນຕະລາຍທີ່ແທ້ຈິງຕໍ່ບົດບາດການນໍາພາຂອງພັກ ແລະ ລະບອບໃໝ່ຂອງເຮົາ ຢືນຕໍ່ໜ້າສິ່ງທ້າທາຍທົດສອບອັນໜັກໜ່ວງ, ຄະນະບໍລິຫານງານສູນກາງພັກ ໄດ້ຖືການແກ້ໄຂບັນຫາຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ເປັນວຽກທີ່ມີລັກສະນະເປັນໃຈກາງ ໃນວາລະການເຄື່ອນໄຫວຂອງຕົນ.