ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ພ້ອມດ້ວຍຄະນະ ແລະ ການນໍາແຂວງອັດຕະປື, ແຂວງຈຳປາສັກ ໄດ້ເດີນທາງຢ້ຽມຢາມສັນທະວະໄມຕີ ຢ່າງເປັນທາງການ ຢູ່ ຣາຊະອານາຈັກ ກໍາປູເຈຍ

ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ພ້ອມດ້ວຍຄະນະ ແລະ ການນໍາແຂວງອັດຕະປື, ແຂວງຈຳປາສັກ ໄດ້ເດີນທາງຢ້ຽມຢາມສັນທະວະໄມຕີ ຢ່າງເປັນທາງການ ຢູ່ ຣາຊະອານາຈັກ ກໍາປູເຈຍ ໃນວັນທີ 5 ມີນາ 2019 ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ສົມເດັດ ກຼໍລາໂຮມ ຊໍເຄັງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງພາຍໃນ ຣາຊະອານາຈັກ ກຳປູເຈຍ ພ້ອມຄະນະ ເພື່ອແລກປ່ຽນບົດຮຽນໃນວຽກງານຂົງເຂດປ້ອງກັນຄວາມສະຫງົບ ກ່ອນລົງນາມການຮ່ວມມືໃນການສະກັດກັ້ນ ແລະ ປາບປາມອາຊະຍາກຳຂ້າມຊາຍແດນ ໃນຕໍ່ໜ້າ.

ການພົບປະຢ້ຽມຢາມຂອງ ຄະນະຜູ້ແທນກະຊວງ ປກສ ລາວ ໃນຄັ້ງນີ້ ເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື ແລະ ຄວາມສາມັກຄີ ໃຫ້ນັບມື້ແໜ້ນແຟ້ນ, ເລິກເຊິ່ງ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

ໃນກອງປະຊຸມ, ຄະນະຜູ້ແທນທັງສອງຝ່າຍ ໄດ້ຕີລາຄາສູງໃນການຮ່ວມມືຕະຫຼອດໄລຍະ 1 ປີຜ່ານມາ ເຊິ່ງທັງສອງກະຊວງ ໄດ້ມີການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນແລະກັນ ເປັນປົກກະຕິ, ໄດ້ຮ່ວມມືໃນຂົງເຂດວຽກງານວິຊາສະເພາະປ້ອງກັນຄວາມສະຫງົບ ທາງດ້ານການເມືອງ-ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ ຕາມເຂດຊາຍແດນຕິດຈອດ; ພົ້ນເດັ່ນແມ່ນ ການຮ່ວມມືກັນສະກັດກັ້ນຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ເຮັດໃຫ້ສອງປະເທດມີຄວາມສະຫງົບ ປະຊາຊົນໄປ-ມາຫາສູ່ກັນ ຢ່າງມີຄວາມສະດວກສະບາຍ ແລະ ມີຄວາມປອດໄພ.

ກອງປະຊຸມທັງສອງຝ່າຍ ໄດ້ລົງນາມສືບຕໍ່ຮ່ວມມື ປະຈຳປີ 2019 ໃນຫຼາຍຂົງເຂດຮັກສາ ຄວາມສະຫງົບ ເຊັ່ນ:

ການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຕາມບໍລິເວນຊາຍແດນ, ການຮ່ວມມືໃນການປ້ອງກັນສະກັດກັ້ນ ແລະ ປາບປາມອາຊະຍາກຳຂ້າມຊາຍແດນ, ການຮ່ວມມືອຳນວຍຄວາມສະດວກ ໃນການເຂົ້າ-ອອກເມືອງ ແລະ ຮັກສາຄວາມປອດໄພໃຫ້ແກ່ປະຊາຊົນຂອງສອງຊາດ ໃນເວລາເຄື່ອນໄຫວຢູ່ປະເທດຂອງຝ່າຍໃດຝ່າຍໜຶ່ງ, ການຮ່ວມມືໃນການປ້ອງກັນ ແລະ ປາບປາມຢາເສບຕິດຕາມຂອບເຂດຊາຍແດນ, ການຮ່ວມມືດ້ານວຽກງານຕ້ານການຄ້າມະນຸດ ແລະ ການຮ່ວມມືແລກປ່ຽນກັນຢ້ຽມຢາມ ຄະນະຜູ້ແທນ ດ້ວຍກັນ.

ເຊິ່ງລົງນາມໂດຍ ພົນໂທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ທ່ານ ສົມເດັດ ກຼໍລາໂຮມ ຊໍເຄັງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ຣາຊະອານາຈັກ ກຳປູເຈຍ.

ພາຍຫຼັງສໍາເລັດກອງປະຊຸມ, ຄະນະຜູ້ແທນຂອງລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ເພື່ອລາຍງານຈຸດປະສົງ ໃນການເດີນທາງເຄື່ອນໄຫວຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ໃຫ້ທ່ານໄດ້ຮັບຊາບ.

ຈາກນັ້ນ, ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ ຄະນະນຳກະຊວງ ປກສ, ການນຳທັງສອງແຂວງ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກ ກຳປູເຈຍ ໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກໃຫ້ສອງກຳລັງ ສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືທີ່ດີ ລະຫວ່າງ ລາວ-ກຳປູເຈຍ ໃຫ້ ໝັ້ນຄົງຂະນົງແກ່ນ, ສືບຕໍ່ໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນໃຫ້ເລິກເຊິ່ງກວ້າງຂວາງຂຶ້ນ ເພື່ອພັດທະນາສອງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງຮັບປະກັນໃຫ້ສອງປະເທດ ລາວ-ກຳປູເຈຍ ມີຄວາມສະຫງົບປອດໄພ, ປະຊາຊົນສອງຊາດໄປ-ມາຫາສູ່ກັນ ຢ່າງສະດວກສະບາຍ, ສ້າງຄວາມເຂັ້ມແຂງໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.