ໂຄສະນາເຜີຍແຜ່ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ທີ່ໂຮງຮຽນສາມັນກິນນອນຊົນເຜົ່າ

0
2512

ໃນຕອນເຊົ້າຂອງວັນທີ 5 ມີນາ 2019, ເຈົ້າໜ້າທີ່ພະແນກກວດກາ ແລະ ຄວບຄຸມຢາເສບຕິດ (ກຄສ) ກອງບັນຊາການ ປກສ ແຂວງອັດຕະປື ໄດ້ສືບຕໍ່ລົງໂຄສະນາເຜີຍແຜ່ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ຢູ່ທີ່ໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງສາມັກຄີໄຊ ແຂວງອັດຕະປື.

ພິທີໄດ້ຈັດຂຶ້ນທີ່ສະໂມສອນຂອງໂຮງຮຽນດັ່ງກ່າວ ໂດຍພາຍໃຕ້ການຊີ້ນຳຂອງ ພັຕ ແກ້ວວິໄລ ສີລະວົງສັກ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ, ມີ ທ່ານ ໄມແສງ ດວງສີ ຮອງອຳນວຍການໂຮງຮຽນ, ມີພະນັກງານວິຊາການທີ່ກ່ຽວຂ້ອງ, ພະນັກງານຄູອາຈານ ຕະຫຼອດຮອດນ້ອງນັກຮຽນ ເຂົ້າຮ່ວມ 600 ກວ່າຄົນ.

ຮທ ຈັນເພັງ ລຸນນະພັນ ວິຊາການພະແນກ ກຄສ ໃຫ້ຮູ້ວ່າ:

ຢາເສບຕິດແມ່ນ ສານກະຕຸ້ນ ຫຼື ລະງັບລະບົບປະສາດ ທີ່ໄດ້ຈາກພືດ ແລະ ໄດ້ຈາກການສັງເຄາະສານເຄມີ, ເມື່ອເສບເຂົ້າໄປແລ້ວ ຈະສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຮ່າງກາຍ, ຕໍ່ລະບົບປະສາດ ແລະ ເຮັດໃຫ້ມີຄວາມຕ້ອງການເສບເພີ່ມຂື້ນເລື້ອຍໆ ເຊິ່ງຢາເສບຕິໄດ້ເລີ່ມຜະລິດ ແລະ ກໍ່ຕົວຂຶ້ນຄັ້ງທຳອິດ ໃນປີ 1920 ຢູ່ປະເທດ ສະຫະລັດ ອາເມລິກາ ແລະ ໄດ້ເລີ່ມເຂົ້າມາສູ່ ສປປ ລາວ ແຕ່ຊຸມປີ 1990 ເປັນຕົ້ນມາ.

ຈາກນັ້ນ, ທ່ານກໍໄດ້ຍົກໃຫ້ເຫັນເຖິງຜົນສະທ້ອນ ແລະ ຜົນຮ້າຍຂອງຢາເສບຕິດແຕ່ລະປະເພດ ເປັນຕົ້ນແມ່ນ: ຝິ່ນ, ເຮໂຣອິນ, ໂຄເຄນ, ກັນຊາ, ຢາບ້າ, ຢາອີ ແລະ ສານລະເຫີຍທີ່ສົ່ງຜົນສະທ້ອນທາງກົງ ແລະ ທາງອ້ອມຕໍ່ຜູ້ເສບ, ຕໍ່ຄອບຄົວ, ຕໍ່ສັງຄົມ ແລະ ຕໍ່ປະເທດຊາດ.

ຕໍ່ຈາກນັ້ນ, ທ່ານ ຮທ ເພັດພະນົມພອນ ພອນວິໄລ ຮອງກອງສືບຂ່າວ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ກໍໄດ້ຂຶ້ນຜ່ານກົດໝາຍ ວ່າດ້ວຍ ການປັບປຸງມາດຕາ 146 ຂອງ ກົດໝາຍອາຍາ ແລະ ມາດຕາ 75, 76 ຂອງກົດໝາຍ ວ່າດ້ວຍ ຢາເສບຕິດ ເຊິ່ງທ່ານໄດ້ຍົກໃຫ້ເຫັນມາດຕະການຕໍ່ຜູ້ກະທຳຜິດ ກ່ຽວກັບ ບັນຫາຢາເສບຕິດ ເຊັ່ນ: ບຸກຄົນໃດຫາກຜະລິດ, ຄ້າຂາຍ, ຈຳໜ່າຍ ຫຼື ມີຢາເສບຕິດໄວ້ໃນຄອບຄອງ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນຳຢາເສບຕິດຜ່ານ ສປປ ລາວ ຈະຕ້ອງໄດ້ຖືກປັບໃໝ ແລະ ຮັບໂທດຖືກຕັດອິດສະຫຼະພາບຢ່າງນ້ອຍ 3-5 ປີ ຫຼື ຮ້າຍແຮງໄປກວ່ານັ້ນ ກໍອາດຈະໄດ້ຮັບໂທດສູງສຸດແມ່ນ ເຖິງຂັ້ນປະຫານຊີວິດ.

ນອກນັ້ນ, ທ່ານຍັງໄດ້ຜ່ານມາດຕາການຕໍ່ຜູ້ທີ່ອອກຢາເສບຕິດ ແລ້ວກັບມາເສບຄືນໃໝ່ ໂດຍຄັ້ງທີ 1 ແມ່ນ ຈະຖືກຕຳນິວິຈານ ແລະ ຖືກປັບໃໝແຕ່ 100.000 ກີບ ຫາ 300.000 ກີບ, ຄັ້ງທີ 2 ແມ່ນຈະຖືກຕັດອິດສະຫຼະພາບ 3 ເດືອນ ຫາ 1 ປີ ແລະ ຈະຖືກປັບໃໝແຕ່ 300.000 ກີບ ຫາ 500.000 ກີບ ແລະ ຄັ້ງທີ 3 ແມ່ນຈະຖືກຕັດອິດສະຫຼະພາບ 1 ປີ ຫາ 3 ປີ ແລະ ຖືກປັບໄໝແຕ່ 500.000 ກີບ ຫາ 5.000.000 ກີບ.

ຕອນທ້າຍ ທ່ານ ພັຕ ແກ້ວວິໄລ ສີລະວົງສັກ ກໍໄດ້ໂອ້ລົມຕໍ່ນ້ອງນັກຮຽນ ເຊິ່ງທ່ານກໍໄດ້ຢ້ຳຄືນເຖິງຜົນຮ້າຍຂອງຢາເສບຕິດ ເພື່ອໃຫ້ນ້ອງນັກຮຽນຄຳນຶງເຖິງໂທດໄພທີ່ຕາມມາ ຖ້າຫາກຄິດຢາກທົດລອງເສບຢາເສບຕິດ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ນ້ອງນັກຮຽນ ນຳເອົາເນື້ອໃນຈິດໃຈທີ່ໄດ້ຮັບຟັງໃນຄັ້ງນີ້ ໄປບອກຕໍ່ໃຫ້ຄອບຄົວ, ອ້າຍເອື້ອຍນ້ອງ ໃຫ້ໄດ້ຮັບຮູ້ ແລະ ພ້ອມພຽງກັນສະກັດກັ້ນບັນຫາຢາເສບຕິດ ບໍ່ໃຫ້ແຜ່ລາມຢູ່ໃນສັງຄົມ ເວົ້າລວມ, ເວົ້າສະເພາະ ກໍແມ່ນໃນແຂວງອັດຕະປືຂອງພວກເຮົາ.