ກອງປະຊຸມໃຫຍ່ ຄັ້ງທີ II ສະຫະພັນແມ່ຍິງຮາກຖານ ປກສ ແຂວງຫຼວງນໍ້າທາ ຈັດຂຶ້ນໃນວັນທີ 28 ກຸມພາ 2019, ໂດຍການເປັນປະທານຂອງ ພັທ ນາງ ດາລີວອນ ສີນວົງສາ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະທານສະຫະພັນແມ່ຍິງຮາກຖານ ປກສ ແຂວງ, ເຂົ້າຮ່ວມມີທ່ານ ນາງ ຄຳແພງ ຫຼວງລືໄຊ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ ແລະ ແຂກຮັບເຊີນເຂົ້າຮ່ວມ.

ພັທ ນາງ ດາລີວອນ ສີນວົງສາ ໄດ້ຕີລາຄາສູງເຖິງຜົນງານໄຊຊະນະຂອງການຈັດຕັ້ງປະຕິບັດແນວທາງຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກອງບັນຊາການ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ພ້ອມກັນນັ້ນ, ກໍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ; ເຊິ່ງຈະໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ, ຊອກໃຫ້ເຫັນສາເຫດຕ່າງໆ ແລະ ສະຫຼຸບສັງລວມຖອດຖອນບົດຮຽນໃນການນຳພາ. ຈາກນັ້ນ, ກອງປະຊຸມໄດ້ເຫັນດີຮັບຮອງເອົາຮ່າງບົດລາຍງານການເມືອງ, ທິດທາງແຜນການ ແລະ ບົດສຳຫຼວດການນຳພາລວມຂອງຄະນະພັກຮາກຖານ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍໃຫ້ຖືກຕ້ອງສອດຄ່ອງກັບເງື່ອນໄຂ, ຈຸດພິເສດ ແລະ ສະພາບຄວາມເປັນຈິງຂອງສະຫະພັນແມ່ຍິງກຳລັງ ປກສ ແຂວງ.

ໂອກາດດັ່ງກ່າວ, ຄະນະຜູ້ແທນກອງປະຊຸມໄດ້ປ່ອນບັດຄັດເລືອກເອົາປະທານ, ຮອງປະທານສະຫະພັນແມ່ຍິງ ຮາກຖານ ປກສ ແຂວງ ສະໄໝທີ 2 ເພື່ອສືບຕໍ່ຊີ້ນຳ-ນໍາພາ, ເຊິ່ງມີຜູ້ສະໝັກ 9 ສະຫາຍ ແລະ ຄັດເລືອກເອົາ 7 ສະຫາຍ; ໃນນັ້ນ, ໄດ້ສະຫາຍ ພັທ ນາງ ຄຳມີ ເພັດມະນີ ເປັນປະທານ, ພັທ ນາງ ມະລິຈັນ ແກ້ວມະນີວົງ ເປັນຮອງປະທານ ທັງເປັນປະທານກວດກາ ແລະ 5 ສະຫາຍເປັນຄະນະ.