ໃນທ້າຍອາທິດທີ່ຜ່ານມານີ້, ກອງບັນຊາການ ປກສ ເມືອງມຸນລະປາໂມກ ແຂວງຈຳປາສັກ ໄດ້ຈັດກອງປະຊຸມປະກາດແຕ່ງຕັ້ງ ແລະ ໂຍກຍ້າຍນາຍຕຳຫຼວດ ເຊິ່ງເປັນປະທານໂດຍ ທ່ານ ສຳລີ ແກ່ນມະນີ ເຈົ້າເມືອງໆມຸນລະປາໂມກ, ມີ ພັທ ສຸກພະຈັນ ສີລາເພັດ ຮອງກອງບັນຊາການ ປກສ ແຂວງຈຳປາສັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ເກດແກ້ວ ບຸນສະຫວັດ ຮອງຫ້ອງການເມືອງ ປກສ ແຂວງຈຳປາສັກ ໄດ້ຜ່ານຂໍ້ຕົກລົງ ເລກທີ 256/ປກສ ລົງວັນທີ 19 ກຸມພາ 2019 ຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງ.

ໃນນັ້ນ, ແຕ່ງຕັ້ງ ພັທ ເພັດສະຫວຽງ ທອງແກ້ວ ເປັນ ຫົວໜ້າກອງບັນຊາການ ປກສ ເມືອງມຸນລະປາໂມກ, ພັທ ສຸກັນ ພີມພັນທະວົງ ແລະ ພັຕ ວິໄລສັກ ເປັນຮອງ.

ຈາກນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງ 255/ປກສ ລົງວັນທີ 19 ກຸມພາ 2019 ວ່າດ້ວຍ ການໂຍກຍ້າຍ ພັທ ບຸນມີ ກອງມະນີ ຈາກ ກອງບັນຊາການ ປກສ ເມືອງມຸນລະປາໂມກ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງ 504 ເພື່ອເປັນການປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງກັບໜ້າທີ່ວຽກງານ, ທັງເປັນຄວາມຮຽກຮ້ອງຕ້ອງການ ແລະ ຈຳເປັນເພື່ອດັດປັບເຂົ້າໃນໜ້າທີ່ການເມືອງ ໃນໄລຍະໃໝ່ຂອງວຽກງານຮັກສາຄວາມສະຫງົບ ຢູ່ແຕ່ລະຂັ້ນ ໃຫ້ໄດ້ຮັບປະສິດທິຜົນດີຂຶ້ນ.

ໃນຕອນທ້າຍ, ທ່ານປະທານ ຍັງໄດ້ເນັ້ນໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວພະນັກງານຢ່າງຕັ້ງໜ້າ, ເສີມຂະຫຍາຍທາດແທ້-ມູນເຊື້ອອັນດີງາມຂອງ ກຳລັງ ປກສ, ສືບຕໍ່ຝຶກຝົນຫໍ່ຼຫຼອມຕົນເອງຢ່າງຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ ໂດຍສະເພາະບັນດາສະຫາຍທີ່ເປັນພະນັກງານຫຼັກແຫຼ່ງ, ພະນັກງານນຳພາ-ບັນຊາ ຕ້ອງເພີ່ມທະວີຄວາມຮັບຜິດຊອບໃຫ້ສູງ ແລະ ຮັກສາຄວາມສາມັກຄີເປັນແບບຢ່າງ ນຳໜ້າໃຫ້ພະນັກງານ-ນັກຮົບ ໃນທົ່ວກຳລັງ ເພື່ອຊີ້ນຳວິຊາສະເພາະທີ່ຕົນຮັບຜິດຊອບ ໃຫ້ມີຜົນສຳເລັດ.