ໃນໄລຍະຜ່ານມາ, ສະພາບເສັ້ນທາງພາຍໃນເມືອງຈັນທະບູູລີ ນະຄອນຫຼວງວຽງຈັນ ແມ່ນເປ່ເພເສຍຫາຍຫຼາຍ ຍ້ອນມີອາຍຸການນໍາໃຊ້ຫຼາຍປີແລ້ວ ແລະ ຍ້ອນຜົນກະທົບຈາກສິ່ງເວດ ລ້ອມຫຼາຍດ້ານ ເຊັ່ນ: ການພັດທະນາຕົວເມືອງ, ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງມີຫຼວງຫຼາຍ ແລະ ບວກກັບສະພາບດິນຟ້າອາກາດ; ຕໍ່ກັບສະພາບດັ່ງກ່າວ ໃນປີ 2018 ຜ່ານມາ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຈັນທະບູລີ ໄດ້ເອົາໃຈໃສ່ກໍ່ສ້າງ-ສ້ອມແປງເສັ້ນທາງມີຜົນສໍາເລັດຫຼາຍດ້ານ ເຮັດໃຫ້ສະພາບການສັນຈອນ ມີຄວາມສະດວກດີຂຶ້ນກວ່າເກົ່າ.

ທ່ານ ວິໄຊ ໂລວັນຮັກ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຈັນທະບູລີ ກ່າວວ່າ: ເສັ້ນທາງຄົມມະນາຄົມພາຍໃນເມືອງຈັນທະບູລີ ມີຄວາມຍາວທັງໝົດ 190,1 ກິໂລແມັດ; ໃນນີ້, ມີເສັ້ນທາງເບຕົງ 43,4 ກິໂລແມັດ, ທາງອັດສະຟານ 17,3 ກິໂລແມັດ, ທາງປູຢາງ 63 ກິໂລແມັດ, ທາງ ດິນແດງ ແລະ ທາງປູດິນທໍາມະຊາດ 66,4 ກິໂລແມັດ, ມີຂົວເບເລ້ 1 ແຫ່ງ ແລະ ທໍ່ດ້າໂລ້ຂ້າມທາງ 19 ແຫ່ງ ເສັ້ນທາງດັ່ງກ່າວແມ່ນສາມາດທຽວໄດ້ທັງສອງລະດູ; ໃນປີຜ່ານມາ, ເສັ້ນທາງ ເປ່ເພເປັນຫຼາຍເສັ້ນ ເຮັດໃຫ້ຕ້ອງນໍາໃຊ້ງົບປະມານຈໍານວນຫຼາຍເຂົ້າໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງພາຍໃນເມືອງຄືນໃໝ່ ສະແດງອອກຄື: ໂຄງການກໍ່ສ້າງທາງເບຕົງ ຮ່ອມ 16 ບ້ານ ດົງປ່າແຫຼບ ລວມມູນຄ່າກໍ່ສ້າງທັງໝົດ 4.478.217.700 ກີບ ປັດຈຸບັນ ສາມາດປະຕິບັດໄດ້ 32%, ໂຄງການສ້ອມແປງທາງປູຢາງບ້ານຂົວຫຼວງ ແລະ ສ້ອມແປງຂົວບ້ານບໍ່ນາງົວ ລວມມູນ ຄ່າ 35.8186.400 ກີບ ສາມາດປະຕິບັດໄດ້ 100%, ໂຄງການກໍ່ສ້າງທາງປູຢາງສອງຊັ້ນແຕ່ຂົວດອນແດງ-ໂຮງຮຽນທິດສະດີໜອງບົວທອງ ລວມມູນ ຄ່າ 4.970.236.190 ກີບ ປະຕິບັດໄດ້ 66%, ໂຄງການສ້ອມແປງຮ່ອງລະບາຍນໍ້າ ບ້ານຊຽງຢືນ ລວມມູນຄ່າ ກໍ່ສ້າງ 55.037.400 ກີບ ປະຕິບັດສໍາ ເລັດ 100%; ນອກນີ້, ຍັງໄດ້ລ່ວງ ຮ່ອງລະບາຍນ້ໍາທໍາມະຊາດອອກຈາກຕົວເມືອງແຕ່ເຂດເມືອງສີໂຄດຕະບອງ ຫາ ບ້ານໜອງປີງ ດ້ວຍທຶນຂອງບໍລິສັດ ໂດຍໃຫ້ບໍລິສັດນໍາໃຊ້ດິນທີ່ຈົກອອກ, ມີຄວາມກວ້າງ 10 ແມັດ, ຍາວປະມານ 500 ແມັດ ສໍາເລັດ 100%, ຕິດຕາມ ໂຄງການສ້ອມແປງທາງປູຢາງສອງຊັ້ນ ບ້ານໂພນສະຫວ່າງ ແລະ ເສັ້ນທາງດົງ ປ່າແຫຼບ-ໜອງບົວທອງ ລວມມູນຄ່າ 856.770.000 ກີບ ກັບພະແນກ ຍທຂ ນະຄອນຫຼວງວຽງຈັນ ສໍາເລັດ ແລ້ວ 100%, ໄດ້ລົງສົມທົບກັບໜ່ວຍງານສ້ອມແປງທາງພະແນກ ຍທຂ ນະ ຄອນຫຼວງວຽງຈັນ ສ້ອມແປງທາງເຂົ້າ ປົກຄອງເມືອງຈັນທະບູລີ, ເສັ້ນທາງ ຮ່ອງຄ້າ, ເສັ້ນທາງສີດໍາດວນ, ເສັ້ນທາງ ຂົວຫຼວງ, ເສັ້ນທາງດົງປ່າແຫຼບ-ໜອງ ບົວທອງ, ເສັ້ນທາງສີສະຫວາດ, ເສັ້ນ ທາງອ້ອມສໍານັກງານນາຍົກລັດຖະມົນຕີ, ເສັ້ນທາງແຕ່ສີ່ແຍກໄຟແດງສີດໍາ ດວນ-ສີ່ແຍກຊ້າງເຜືອກ, ເສັ້ນທາງຮ່ອງ ໄກ່ແກ້ວ, ເສັ້ນທາງເຈົ້າອານຸ ແລະ ເສັ້ນທາງ P3, ຍັງໄດ້ອອກອະນຸຍາດດັດແປງ ຂອບທາງ ຈໍານວນ 9 ຈຸດ ແລະ ໄດ້ອອກ ອະນຸຍາດຂຸດທາງຢາງ ເພື່ອວາງທໍ່ນໍ້າປະ ປາເຂົ້າເຮືອນ ຈໍານວນ 8 ຈຸດ; ນອກນີ້, ຍັງໄດ້ລົງຊຸກຍູ້ອົງການປົກຄອງບ້ານປຸກລະດົມພໍ່-ແມ່ປະຊາຊົນ ຊໍາລະເງິນຮ່ວງປະຊາຊົນສົມທົບທຶນ 30% ໃນການກໍ່ສ້າງທາງເບຕົງພາຍໃນ ບ້ານ ຈໍານວນ 17 ໂຄງການ, ຊໍາລະໃຫ້ ຜູ້ຮັບເໝົາກໍ່ສ້າງ ໃນງວດທີ 2 ປະຈໍາເດືອນມິຖຸນາ 2018 ຈໍານວນ 14.769.999 ກີບ, ຍັງຄ້າງຊຳລະ 11.475.669.525 ກີບ, ໄດ້ສົມທົບອໍານາດການປົກຄອງບ້ານ ແລະ ນັກທຸລະກິດ ບ່ອນທີ່ມີເງື່ອນໄຂປະກອບສ່ວນທຶນຮອນໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງຮ່ອມພາຍໃນບ້ານ ໂດຍນໍາໃຊ້ທຶນຂອງປະຊາຊົນ 100% ມີ 5 ບ້ານ ລວມມີ 9 ເສັ້ນມູນຄ່າກໍ່ສ້າງ ທັງໝົດ 1.315.753.000 ກີບ ມີຄື: ບ້ານໜອງທາເໜືອ ກໍ່ສ້າງທາງເບຕົງຮ່ອມ 10 ຍາວ 114 ແມັດ ມູນຄ່າກໍ່ສ້າງ 210.000. 000 ກີບ, ບ້ານໜອງປີງ ສ້ອມແປງ ທາງປູຢາງ ມູນຄ່າ 493.000.000 ກີບ, ບ້ານໂພນສະຫວ່າງ ກໍ່ສ້າງທາງເບຕົງ ຮ່ອມ 22, ຮ່ອມ 13/4, ຮ່ອມ 21/ 2, ຮ່ອມ 17, ຮ່ອມ 15, ຮ່ອມ 3/2 ລວມລວງຍາວທັງໝົດ 556 ແມັດ ລວມມູນຄ່າກໍ່ສ້າງທັງໝົດ 385.69 4.000 ກີບ, ບ້ານຮ່ອງຄ້າ ກໍ່ສ້າງທາງເບ ຕົງ ເສັ້ນທາງຮ່ອມວັດຮ່ອງຄ້າ ຍາວ 270 ແມັດ ມູນຄ່າກໍ່ສ້າງ 100.000.000 ກີບ, ບ້ານທົ່ງສ້າງນາງ ກໍ່ສ້າງທາງເບຕົງ ຮ່ອມໜ່ວຍ 8 ລວງຍາວ 80 ແມັດ ມູນ ຄ່າກໍ່ສ້າງ 160.000.000 ກີບ.

ໃນຕໍ່ໜ້າ, ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຈັນທະບູລີ ຈະສືບຕໍ່ລົງຄຸ້ມຄອງຕິດຕາມໂຄງການກໍ່ສ້າງທາງປູຢາງສອງຊັ້ນ ແຕ່ຂົວດອນແດງ-ໂຮງຮຽນທິດສະດີໜອງບົວທອງໃຫ້ສໍາ ຕາມແຜນການ, ສືບຕໍ່ລົງຄຸ້ມຄອງຕິດ ຕາມໂຄງການກໍ່ສ້າງທາງເບຕົງ ຮ່ອມ 16 ບ້ານດົງປ່າແຫຼບ, ສ້ອມແປງທາງພາຍ ໃນເມືອງດ້ວຍທຶນຂອງກອງທຶນທາງ ປະ ຈໍາປີ 2019 ທີ່ພະແນກໂຍທາທິການ ແລະ ຂົນສົ່ງແບ່ງໃຫ້ ຈໍານວນ 400 ລ້ານ ກີບ, ເຂົ້າຮ່ວມຕິດຕາມໂຄງການກໍ່ສ້າງ ທາງນໍາພະແນກ ຍທຂ ນະຄອນຫຼວງ ວຽງຈັນ ຈໍານວນ 5 ເສັ້ນ ພາຍໃນເມືອງ ຈັນທະບູລີ ໃຫ້ສໍາເລັດຕາມແຜນການ, ສືບຕໍ່ເຂົ້າຮ່ວມຕິດຕາມການລ່ວງຮ່ອງ ລະບາຍນ້ໍາທໍາມະຊາດອອກຈາກຕົວ ເມືອງແຕ່ຮ່ອງປາຄໍ່ຂາວ ຫາບ້ານດອນ ແດງໃຫ້ສໍາເລັດຕາມແຜນການ, ສືບຕໍ່ ລົງກວດກາສະພາບເສັ້ນທາງທີ່ເປເພພາຍ ໃນເມືອງ ເພື່ອລາຍງານພະແນກ ຍທຂ ນະຄອນຫຼວງວຽງຈັນ ຂຶ້ນແຜນສ້ອມ ແປງໃຫ້ທັນກັບສະພາບການ, ສືບຕໍ່ລົງຊຸກຍູ້ອໍານາດການປົກຄອງບ້ານຊໍາລະ ເງິນຮ່ວງ 30% ຂອງທຶນປະຊາຊົນສົບ ທົບ ຈໍານວນ 17 ໂຄງການ ທີ່ຍັງຄ້າງ ຈ່າຍໃຫ້ບໍລິສັດຕາມບົດບັນທຶກ, ສໍາ ຫຼວດ ແລະ ສຶກສາຄວາມເປັນໄປໄດ້ ໂຄງການກໍ່ສ້າງທາງ ແຕ່ໂຮງຮຽນມັດ ທະຍົມສົມບູນຮ່ອງຄ້າ ຫາທາງຮ່ອມ 1 ບ້ານດົງປ່າແຫຼບ ແລະ ໂຄງການກໍ່ສ້າງ ທາງແຕ່ຮ້ານອາຫານຕົ້ນຄູນ ຫາທາງຕັດ ໃໝ່ບ້ານໜອງພະຍາ ດ້ວຍທຶນຂອງ ບຸກຄົນ 100%.