ພັທ ພັດສະດີ ນວນອາສາ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ

ຄ້າຍຄຸມຂັງໂພນຕ້ອງ ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ສະຫຼຸບວຽກງານ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປີ 2019 ໃນວັນທີ 5 ມີນາ ຜ່ານມາ, ເຂົ້າຮ່ວມໂດຍ ພັທ ພັດສະດີ ນວນອາສາ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີ ຄະນະພັກ-ຄະນະຄ້າຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັຕ ຄໍາພຸດ ຊົວສີຫາປັນຍາ ຮອງຫົວໜ້າຄ້າຍຄຸມຂັງໂພນຕ້ອງ ກ່າວວ່າ:

ພັຕ ຄໍາພຸດ ຊົວສີຫາປັນຍາ ຮອງຫົວໜ້າຄ້າຍຄຸມຂັງໂພນຕ້ອງ

1 ປີຜ່ານມາ, ຄະນະພັກ-ຄະນະຄ້າຍຄຸມຂັງໂພນຕ້ອງ ໄດ້ເອົາໃຈໃສ່ຊີ້ນໍາ-ນຳພາພະນັກງານ-ນັກຮົບ ສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຢ່າງເປັນປົກກະຕິ ເປັນຕົ້ນແມ່ນ ໄດ້ເອົາໃຈໃສ່ປ້ອງກັນເວນຍາມ ແລະ ປະຈໍາການຕະຫຼອດ 24 ຊົ່ວໂມງ, ປ້ອງກັນນັກໂທດ ໄປອອກແຮງງານໄດ້ 960 ຄັ້ງ, ປ້ອງກັນນັກໂທດ ໄປປິ່ນປົວຢູ່ໂຮງໝໍ 96 ຄັ້ງ, ປ້ອງກັນຜູ້ຖືກຫາໄປຕັດສິນຢູ່ສານ 35 ຄັ້ງ;

ຄຽງຄູ່ກັນນີ້, ຍັງໄດ້ເອົາໃຈໃສ່ປະຕິບັດວຽກງານສຶກສາອົບຮົມ ແລະ ຝຶກວິຊາຊີບ ໃຫ້ນັກໂທດ-ຖືກຫາ ດ້ວຍຫຼາຍຮູບການ, ທັງແບບລັກສະນະລວມໝູ່ ແລະ ລັກສະນະສະເພາະບຸກຄົນ ຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ;

ໃນນີ້, ໄດ້ສຶກສາອົມຮົມ ປະຈໍາໄຕມາດ 4 ຄັ້ງ, ສຶກສາອົບຮົມ ປ່ອຍຕົວນັກໂທດ 50 ຄັ້ງ, ສຶກສານັກໂທດຜິດລະບຽບ 50 ຄັ້ງ, ໄດ້ສຶກສາອົບຮົມນັກໂທດ-ຖືກຫາ ໃຫ້ເຂົາເຈົ້າອອກແຮງງານທໍາການຜະລິດ ແລະ ຝຶກວິຊາຊີບຕາມເງື່ອນໄຂ ໂດຍສະເພາະແມ່ນເລັງໃສ່ການປູກຝັງ, ຫັດຖະກໍາຈັກສານ, ແກະສະຫຼັກ, ເຮັດດິນບ໋ອກ, ຜະລິດນໍ້າດື່ມກໍ່ສ້າງ ແລະອື່ນໆ ສາມາດສ້າງລາຍຮັບໄດ້ທັງໝົດ 329.600.000 ກີບ.

ສະຫຼຸບວຽກງານ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປີ 2019

ສຳລັບທິດທາງແຜນການໃນປີນີ້, ຄະນະພັກ-ຄະນະຄ້າຍ ຈະສືບຕໍ່ຊີ້ນໍາພະນັກງານ-ນັກຮົບ ເອົາໃຈໃສ່ປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ເພື່ອໃຫ້ມີຄວາມສະຫງົບ ແລະ ຮັບປະກັນຄວາມປອດໄພຕະຫຼອດເວລາ ບໍ່ໃຫ້ມີນັກໂທດ-ຕ້ອງຫາໂຕນໜີ ຢ່າງເດັດຂາດ, ເພີ່ມທະວີສຶກສາອົບຮົມນັກໂທດ-ຜູ້ຖືກຫາ ໃຫ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ເຮັດໃຫ້ເຂົາເຈົ້າເປັນພົນລະເມືອງດີ ເມື່ອພົ້ນໂທດອອກໄປສູ່ສັັງຄົມ, ເພີ່ມທະວີຄວາມຮັບຜິດຊອບໃນການຄຸ້ມຄອງການຜະລິດ ໃຫ້ເຂົ້າສູ່ລລະບົບແຜນການອັນລະອຽດ, ເນັ້ນທາງດ້ານສີມື ແລະ ຄຸນນະພາບ ເພື່ອບັນລຸຕາມເປົ້າໝາຍທີ່ຂັ້ນເທິງກໍານົດໄວ້.