ໂດຍການເປັນປະທານຂອງ ທ່ານ ປອ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ ທັງເປັນປະທານສະພາບໍລິຫານ ລຮລ

ໃນປີຜ່ານມາ, ລັດວິສາຫະກິດຖືຮຸ້ນລາວ ( ລຮລ ) ໄດ້ມີຜົນກໍາໄລຈາກໂຄງການຕ່າງໆທັງໝົດຫຼາຍກວ່າ 35 ລ້ານໂດລາສະຫະລັດ, ເຊິ່ງໃຫ້ຮູ້ໃນ ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ທີ່ຈັດຂຶ້ນ ໃນວັນທີ 6 ມີນາ 2019 ນີ້, ໂດຍການເປັນປະທານຂອງ ທ່ານ ປອ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ ທັງເປັນປະທານສະພາບໍລິຫານ ລຮລ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ບັນດາແຂກ ຮັບເຊີນອ້ອມຂ້າງກະຊວງ ເຂົ້າຮ່ວມ.

ທ່ານ ມານະສິນ ວົງໄຊ ຜູ້ອໍານວຍການ ລຮລ ໄດ້ລາຍງານວ່າ:

ທ່ານ ມານະສິນ ວົງໄຊ ຜູ້ອໍານວຍການ ລຮລ

ໃນປີຜ່ານມາ, ລຮລ ໄດ້ເອົາໃຈໃສ່ໃນການດໍາເນີນທຸລະກິດຂອງຕົນ ຢ່າງຕັ້ງໜ້າ, ສືບຕໍ່ສຸມໃສ່ປະຕິບັດວຽກງານໃນບັນດາໂຄງການທີ່ ລຮລ ຮ່ວມຖືຮຸ້ນ ແລະ ວຽກງານຕ່າງໆຕາມພາລະບົດບາດ ສະແດງອອກຄື:

ລັດວິສາຫະກິດຖືຮຸ້ນລາວ ສ້າງລາຍຮັບໄດ້ທັງໝົດ 35.513.789 ໂດລາສະຫະລັດ ຫຼື ທຽບເທົ່າ 303.003.649.622 ກີບ;

ໃນນັ້ນ, ໄດ້ມາຈາກເງິນປັນຜົນໂຄງການນໍ້າເທີນ 2, ໂຄງການໄຟຟ້າຄວາມຮ້ອນຫົງສາ, ການຂາຍຂີ້ເທົ່າລອຍ, ການສະໜອງບຸກຄະລາກອນ ໃຫ້ບໍລິສັດໂຄງການທີ່ ລຮລ ຮ່ວມຖືຮຸ້ນ ແລະ ລາຍຮັບຈາກດອກເບ້ຍເງິນຝາກທະນາຄານ ລວມມີຜົນກໍາໄລທັງໝົດ 8.947.555 ໂດລາສະຫະລັດ ຫຼື ທຽບເທົ່າ 76.340.538.787 ກີບ.

ນອກນັ້ນ, ຍັງໄດ້ປະຕິບັດພັນທະຂອງຕົນຕາມລະບຽບກົດໝາຍ ໂດຍການມອບອາກອນເງິນປັນຜົນ ແລະ ອາກອນອື່ນໆໃຫ້ ລັດຖະບານ ຈໍານວນ 3.364.794 ໂດລາສະຫະລັດ.

ການຈັດຕັ້ງປະຕິບັດບັນດາໂຄງການທີ່ ລຮລ ຮ່ວມຖືຮຸ້ນ ແມ່ນໄດ້ຮັບການຄຸ້ມຄອງບໍລິຫານ ຢ່າງໃກ້ຊິດ ແລະ ມີຄວາມຄືບໜ້າດີສົມຄວນ; ສ່ວນການດໍາເນີນທຸລະກິດຂີ້ເຖົ່າລອຍ ມີທ່າທີ່ກ້າວຂຶ້ນ ເຊິ່ງສາມາດຂາຍໄດ້ທັງໝົດ 320.480 ໂຕນ ເປັນເງິນ 1.325.267 ໂດລາສະຫະລັດ ລື່ນປີ 2018 ສາມເທົ່າຕົວ.

ພ້ອມນີ້, ລັດວິສາຫະກິດຖືຮຸ້ນລາວ ຍັງສໍາເລັດການຫັນປ່ຽນຈາກ ລະບົບບໍລິຫານຄຸນນະພາບ ISO 9001:2008 ມາເປັນ ລະບົບ ISO 9001:2015 ໂດຍໄດ້ຮັບໃບຢັ້ງຢືນຈາກ ບໍລິສັດ Gollbal Group ປະເທດອັງກິດ ໃນວັນທີ 16 ກຸມພາ 2018.