ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສູນກາງສະຫະພັນແມ່ຍິງລາວ ( ສສຍລ ) ໄດ້ຈັດພິທີສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 109 ປີ ( 8 ມີນາ 1940-8 ມີນາ 2019 ) ໃນວັນທີ 7 ມີນາ 2019 ໂດຍການເປັນປະທານຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ແລະ ເຂົ້າຮ່ວມໂດຍ ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາອົງການພາຄີ, ຄະນະປະທານສູນກາງ ສະຫະພັນແມ່ຍິງລາວ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງລາວ ອ້ອມຂ້າງສູນກາງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ໄດ້ຂຶ້ນກ່າວເປີດພິທີ ເຊິ່ງທ່ານໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ວັນສໍາຄັນດັ່ງກ່າວ ຄື:

ມາເຖິງປີ 1910, ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນ ຢູ່ທະວີບເອີຣົບ ແລະ ໃນປີນີ້ເອງ ກໍມີ ກອງປະຊຸມສາກົນ ກ່ຽວກັບ ບັນຫາແມ່ຍິງ ຄັ້ງທໍາອິດ ໄດ້ຈັດຂຶ້ນຢູ່ໂກເປນຮາກ ນະຄອນຫຼວງຂອງປະເທດແດນມາກ ໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາ ຂອງທຸກໆປີ ເປັນ ວັນແມ່ຍິງສາກົນ.

ດ້ວຍເຫດຜົນທີ່ກ່າວມານັ້ນ ສະຫະພັນແມ່ຍິງລາວ ໃນຖານະເປັນຕົວແທນແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ແລະ ແມ່ຍິງລາວ ໃນຂະແໜງການອື່ນໆ ກໍໄດ້ປະກອບສ່ວນເຂົ້າຮ່ວມຂະບວນການເຄື່ອນໄຫວ ກ່ຽວກັບ ວຽກງານພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ໃນລະດັບຕ່າງໆ ເພື່ອປະກອບຄໍາຄິດ-ຄໍາເຫັນໃນຫຼາຍລະດັບຢູ່ຕ່າງປະເທດ ພ້ອມທັງນໍາພາຜັນຂະຫຍາຍ ແລະ ຫັນບັນດາເປົ້າໝາຍພັດທະນາແບບຍືນຍົງເຫຼົ່ານັ້ນ ມາເປັນແຜນງານໂຄງການລະອຽດ ໃນການພັດທະນາແມ່ຍິງລາວ ໃນແຕ່ລະໄລຍະ ເພື່ອເຮັດແນວໃດໃຫ້ສາມາດຍາດແຍ່ງບົດຮຽນປະສົບການ ແລະ ທຶນຮອນຈາກອົງການຈັດຕັ້ງສາກົນ ນໍາມາໝູນໃຊ້ ແລະ ສ້າງທຸກເງື່ອນໄຂ ໃນການພັດທະນາແມ່ຍິງລາວບັນດາເຜົ່າ ໃຫ້ນັບມື້ມີຄວາມຈະເລີນກ້າວໜ້າຂຶ້ນເລື້ອຍໆ.

ສໍາລັບການສະເຫຼີມສະຫຼອງ ວັນແມ່ຍິງຂັ້ນສູນກາງປີນີ້ ໂດຍພາຍໃຕ້ການປະກອບສ່ວນຈັດຕັ້ງປະຕິບັດຕາມຄໍາຂວັນຂອງສາກົນທີ່ວ່າ “ ຄິດຢ່າງສະເໝີພາບ, ສ້າງຄວາມສະຫຼາດ, ປະດິດສ້າງ ເພື່ອການປ່ຽນ ” ໄດ້ກະກຽມ ແລະ ຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ເຊັ່ນ: ພິທີໂຮມຊຸມນຸມ, ການຫັດກາຍບໍລິຫານ, ກອງປະຊຸມສໍາມະນາພາຍໃຕ້ 2 ຫົວຂໍ້ ດັ່ງນີ້

  1. ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ມີຄວາມຮູ້-ຄວາມສາມາດປະດິດສ້າງ ເພື່ອໃຫ້ເກີດມີການປ່ຽນແປງ ແລະ ກ້າວໄປສູ່ຄວາມສະເໝີພາບ ຍິງ-ຊາຍ;
  2. ການປະກອບສ່ວນຂອງເພດຊາຍ, ຊຸມຊົນ, ຄອບຄົວ ແລະ ສັງຄົມ ເພື່ອໃຫ້ແມ່ຍິງ ມີຄວາມຮູ້-ຄວາມສາມາດປະດິດສ້າງໃຫ້ເກີດມີການປ່ຽນແປງກ້າວໄປສູ່ຄວາມສະເໝີພາບ ຍິງ-ຊາຍ.

ນອກຈາກນີ້, ການຈັດງານຕະຫຼາດນັດ, ກິດຈະກຳຂີ່ລົດຖີບ ເພື່ອການກຸສົນ ແລະ ກິລາມວນຊົນ ຊີງຂັນປະທານສູນກາງສະຫະພັນແມ່ຍິງລາວ ແມ່ນໄດ້ຈັດຕັ້ງປະຕິບັດສໍາເລັດຕາມຄາດໝາຍ.