ໃນວັນທີ 11 ມີນາ ນີ້, ຄະນະກຳມະການການເລືອກຕັ້ງແຫ່ງຊາດຂອງອິນເດຍ ອອກຖະແຫຼງການກຳນົດເວລາຂອງການເລືອກຕັ້ງທີ່ຈະແບ່ງອອກເປັນ 7 ຂັ້ນຕອນຕາມພາກ ຄື: ໃນວັນທີ 11, 18, 23, 29 ເມສາ, 6, 12 ແລະ 19 ພຶດສະພາ ໂດຍຈະເປັນການເລືອກຕັ້ງສະມາຊິດຊຸດໃໝ່ທັງໝົດ 543 ທີ່ນັ່ງໃນສະພາ ແລະ ການນັບຄະແນນຈະເລີ່ມຂຶ້ນໃນວັນທີ 23 ພຶດສະພາ. ຂະນະທີ່ລັດພິຫານ, ລັດອຸດຕອນປະເທດ ແລະ ລັດເບັງກອນຕາເວັນຕົກ ຈະເປັນພຽງ 3 ລັດທີ່ມີການແບ່ງເຂດເລືອກຕັ້ງຍ່ອຍອີກໃຫ້ຄວບຄຸມໄລຍະເວລາທັງ 7 ຂັ້ນຕອນ.

ການເລືອກຕັ້ງໃນອິນເດຍ ເປັນການເລືອກຕັ້ງຄັ້ງຍິ່ງໃຫຍ່ທີ່ສຸດຂອງໂລກ ໂດຍຈຳນວນຜູ້ມີສິດອອກສຽງໃນການເລືອກຕັ້ງຄັ້ງນີ້ຕ້ອງມີອາຍຸ 18 ປີຂຶ້ນໄປຢູ່ທີ່ປະມານ 900 ລ້ານຄົນ ຈາກຈຳນວນປະຊາກອນ 1.330 ລ້ານຄົນ ເພີ່ມຂຶ້ນຈາກການເລືອກຕັ້ງໃນປີ 2014, ເຊິ່ງຢູ່ທີ່ 814 ລ້ານຄົນ, ສ່ວນໜ່ວຍເລືອກຕັ້ງຈະມີການກຽມໄວ້ຫຼາຍກວ່າ 1 ລ້ານແຫ່ງ ເປັນສະຖິຕິການເລືອກຕັ້ງທີ່ຫຼາຍກວ່າໝູ່ໃນໂລກ.

ທ່ານ ເຣນທຣາ ໂມດີ ນາຍົກລັດຖະມົນຕີ ກ່າວວ່າ ຈຳນວນຜູ້ອອກມາໃຊ້ສິດລົງຄະແນນສຽງຍັງຖືເປັນຜູ້ປ່ຽນແປງທີ່ສຳຄັນຂອງຜົນການເລືອກຕັ້ງ ແລະ ລັດຖະບານ ຫວັງວ່າຜູ້ມີສິດລົງຄະແນນຄັ້ງທຳອິດຈະຮັກສາໂອ ກາດຂອງຕົນເອງ ໂດຍສະຖິຕິຂອງຜູ້ອອກມາໃຊ້ສິດໃນການເລືອກຕັ້ງເມື່ອ 5 ປີທີ່ຜ່ານມາຢູ່ທີ່ 66% ສູງຂຶ້ນຢ່າງຕໍ່ເນື່ອງ ນັບຕັ້ງແຕ່ອິນເດຍ ຈັດການເລືອກຕັ້ງຄັ້ງທຳອິດໃນປີ 1951, ເຊິ່ງຈຳນວນຜູ້ອອກມາໃຊ້ສິດເລືອກຕັ້ງໃນຕອນນັ້ນຢູ່ທີ່ 45%.

ແນວໃດກໍຕາມ, ການເລືອກຕັ້ງຄັ້ງນີ້ຍັງຈະເປັນການແຂ່ງຂັນກັນລະຫວ່າງພັກພານຕິຍະ ຊົນຕະ (BJP), ເຊິ່ງເປັນພັກຝ່າຍຂວາຂອງ ທ່ານ ເຣນທຣາ ໂມດີ ກັບພັກຄອງເກຣດທີ່ເປັນພັກກາງ-ຊາຍ ພາຍໃຕ້ການນຳຂອງ ທ່ານ ຣາຫຸນ ຄານທີ ໂດຍການເລືອກຕັ້ງຄັ້ງກ່ອນ ພັກຄອງເກຣດ ແພ້ພັກ BJP 44 ຕໍ່ 282 ທີ່ນັ້ງ ຍ້ອນຄວາມບໍ່ພໍໃຈຂອງປະຊາຊົນຕໍ່ນະໂຍບາຍເສດຖະກິດຂອງພັກຄອງເກຣດ. ດ້ານຜູ້ສັງເກດການໃຫ້ທັດສະນະວ່າ ຄວາມສຳພັນລະຫວ່າງອິນເດຍ ກັບປາກິດສະຖານ ຈະເປັນການວັດແທກທີ່ສຳຄັນຕໍ່ການຕັດສິນໃຈຂອງຊາວອິນເດຍໃນການລົງຄະແນນເລືອກຕັ້ງຄັ້ງນີ້ໃຫ້ຫຼາຍຂຶ້ນ. ນອກຈາກບັນຫາເລືອກເສດຖະກິດ.