ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ມີນາ ນີ້ວ່າ: ເຫດໂສກນາຕະກຳເຮືອບິນໂດຍສານໂບອິ້ງ 737 ແມ໊ກ 8 ຂອງເອທິໂອປຽນ ແອລາຍ ຖ້ຽວບິນ ET302 ຕົກທີ່ເມືອງບິຊອບຕູທາງພາກກາງຂອງເອທິໂອປີ ຫຼັ້ງຈາກບິນຂຶ້ນຈາກສະໜາມບິນນານາຊາດແອດດິດອາບາບາໄດ້ພຽງ 6 ນາທີ ແລະ ມີປາຍທາງທີ່ສະໜາມບິນນານາຊາດໂຈໂມ ເຄນຍັດຕາ ໃນນະຄອນຫຼວງໄນໂຣບີ ເຮັດໃຫ້ມີຜູ້ເສຍຊີວິດ 157 ຄົນ. ໃນນີ້, ມີຜູ້ໂດຍສານ 149 ຄົນ ແລະ ລູກເຮືອອີກ 8 ຄົນ.

ອົງການສະຫະປະຊາຊາດ (ສປຊ) ອອກຖະແຫຼງການເລື່ອງສໍານັກງານໃຫຍ່ທີ່ນະຄອນນິວຢອກ ແລະ ໜ່ວຍງານທຸກແຫ່ງໃນສັງກັດຂອງ ສປຊ ຫຼື ເປັນທະມິດ ໃຫ້ຫຼຸດທຸງລົງເຄິ່ງເສົາ ຕະຫຼອດວັນທີ 11 ມີນານີ້ ເຊັ່ນດຽວກັບລັດຖະບານເອທິໂອປີ ທີ່ປະກາດໃຫ້ເປັນວັນໄຫວ້ອາໄລທົ່ວປະເທດ 1 ວັນ ໂດຍລາຍງານຂອງ ສປຊ ແຈ້ງໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດທັງໝົດນັ້ນມີເຈົ້າໜ້າທີ່ຈາກໜ່ວຍງານຂອງ ສປຊ 19 ຄົນ ລວມເຖິງເຈົ້າໜ້າທີ່ຈາກໂຄງການອາຫານໂລກ (WFP), ສຳນັກງານຜູ້ລີ້ໄພແຫ່ງ ສປຊ (UNSCR), ໂຄງການສິ່ງແວດລ້ອມແຫ່ງ ສປຊ (UNEP), ອົງການລະຫວ່າງປະເທດ ເພື່ອການໂຍກຍ້າຍຖິ່ນຖານ (IOM) ແລະ ທະນາຄານໂລກ (World Bank).

ທ່ານ ອັນໂທນິໂອ ກູເຕີເຣດ ເລຂາທິການໃຫຍ່ແຫ່ງ ສປຊ ກ່າວວ່າ ເຫດການຄັ້ງນີ້ ເປັນໜຶ່ງໃນຄວາມສູນເສຍບຸກຄະລາກອນຫຼາຍທີ່ສຸດພ້ອມກັນຂອງໜ່ວຍງານ ແລະ ສປຊ ປະສານງານຢ່າງໃກ້ຊິດກັບລັດຖະບານເອທິໂອປີ ເພື່ອໃຫ້ການຊ່ວຍເຫຼືອສິ່ງທີ່ຈຳເປັນໃນທຸກດ້ານຕໍ່ໄປ.

ຂະນະທີ່ສັນຊາດຂອງຜູ້ເສຍຊີວິດ, ເຊິ່ງໄດ້ຮັບການຢືນຢັນແລ້ວແບ່ງຕາມທະວິບເປັນອາຟຣິກກາ ປະ ກອບມີ ເຄນຢາ 32 ຄົນ, ເອທິໂອປີ 9 ຄົນ, ເອຢິບ 6 ຄົນ, ຈິບູຕິ 1 ຄົນ, ໂມຊໍາບິກ 1 ຄົນ,  ຮວັນດາ 1 ຄົນ, ຊູດັງ 1 ຄົນ, ໂຊມາລີ 1 ຄົນ, ໂຕໂກ 1 ຄົນ, ອູກັນດາ 1 , ນີເຊຣີ 1 ຄົນ; ທະວິບອາເມລິກາ ປະກອບມີ ການາດາ 18 ຄົນ ແລະ ສະຫະລັດ 8 ຄົນ; ທະວີບອາຊີ ປະກອບມີ ຈີນ 8 ຄົນ, ອິນເດຍ 4 ຄົນ, ອິນໂດເນເຊຍ 1 ຄົນ, ເນປານ 1 ຄົນ; ຕາເວັນອອກກາງ ປະກອບມີ ອິດສະຣາແອນ 2 ຄົນ, ອາຣັບບີ ຊາອຸດິດ 1 ຄົນ, ເຢເມນ 1 ຄົນ; ເອີຣົບ ປະກອບມີ ອີຕາລີ 8 ຄົນ, ຝຣັ່ງ 7 ຄົນ, ອັງກິດ 7, ເຢຍລະມັນ 5 ຄົນ, ສະໂລວາກີ 4 ຄົນ, ລັດເຊຍ 3 ຄົນ, ໂອຕຼິດ, ຊູແອດ 3 ຄົນ, ແອັດສະປາຍ 2 ຄົນ, ໂປໂລຍ 2 ຄົນ, ແບນຊິກ 1 ຄົນ, ອຽກລັງ 1 ຄົນ, ນອກແວ 1 ຄົນ ແລະ ແຊັກບີ 1 ຄົນ.

ສ່ວນທ່ານ ທີໂວນເດ ເຈເບຣມາຣຽມ ປະທານຄະນະເຈົ້າໜ້າທີ່ບໍລິຫານ (CEO) ຂອງເອທິໂອປຽນ ແອລາຍ ລົງພື້ນທີ່ເກີດເຫດດ້ວຍຕົນເອງ ສະແດງຄວາມເສຍໃຈຢ່າງຍິ່ງກັບທຸກຝ່າຍທີ່ໄດ້ຮັບຜົນກະທົບ ແລະ ຍັງຢືນ ຢັນວ່າ ເອທິໂອປຽນ ແອລາຍ ຄືໜຶ່ງສາຍການບິນແຖວໜ້າ ແລະ ປອດໄພທີ່ສຸດຂອງອາຟຣິກກາ. ສຳລັບການືບສວນສອບສວນຫາສາເຫດນັ້ນ ໜ່ວຍງານທີ່ກ່ຽວຂ້ອງໃຫ້ຄວາມສຳຄັນກັບທຸກປະເດັນ ໂດຍໂສກນາຕະກຳຄັ້ງນີ້ ຖືວ່າຮ້າຍແຮງທີ່ສຸດໃນປະຫວັດສາດຂອງສາຍການບິນທີ່ກໍ່ຕັ້ງຂຶ້ນໃນປີ 1945.