ຕາງໜ້າກ່າວຮັບໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ປກສ - ໃຫ້ກຽດມອບໂດຍ ທ່ານ ຖາວອນ ສົມສະກຸນ ຜູ້ອຳນວຍການໃຫຍ່ ບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມ

ວັນທີ 7 ມີນາ 2019, ຫ້ອງວ່າການ ກະຊວງ ປກສ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກ ບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມ ລວມມູນຄ່າທັງໝົດ 123.890.000 ກີບ; ຕາງໜ້າກ່າວຮັບໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ປກສ ແລະ ໃຫ້ກຽດມອບໂດຍ ທ່ານ ຖາວອນ ສົມສະກຸນ ຜູ້ອຳນວຍການໃຫຍ່ ບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມ ພ້ອມດ້ວຍພະນັກງານ ທັງ 2 ພາກສ່ວນ ເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ຖາວອນ ສົມສະກຸນ ກ່າວວ່າ:

ການນໍາເອົາເຄື່ອງມາມອບໃນຄັ້ງນີ້ ແມ່ນເພື່ອເປັນການປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະແມ່ນ ວຽກງານວິຊາສະເພາະຂອງ ຫ້ອງວ່າການ ກະຊວງ ປກສ ໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ;

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ ຄອມພິວເຕີຕັ້ງໂຕະ 15 ຊຸດ, ໂນດບຸກ 5 ໜ່ວຍ, ເຄື່ອງປຼິ້ນເຕີ້ຂາວດໍາ 5 ໜ່ວຍ, ເຄື່ອງປຼິ້ນ 2 ໜ່ວຍ ແລະ ເຄື່ອງສະແກນ 1 ໜ່ວຍ ລວມມູນຄ່າທັງໝົດ 123.890.000 ກີບ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ກະຊວງ ປກສ ກໍໄດ້ມອບໃບກຽດຕິຄຸນໃຫ້ ບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມ ເພື່ອເປັນການຢັ້ງຢືນເຖິງການປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້ ພ້ອມທັງກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ ບໍລິສັດ ທີ່ເຫັນໄດ້ຄວາມສໍາຄັນຂອງວຽກງານປ້ອງກັນຄວາມສະຫງົບ ເຊິ່ງເຄື່ອງດັ່ງກ່າວນີ້ ຈະມອບໃຫ້ ຫ້ອງວ່າການ ກະຊວງ ປກສ ເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ໃຫ້ເກີດດອກອອກຜົນ ແລະ ມີປະສິດທິພາບກວ່າເກົ່າ.