ວຽກງານໂຄສະນາລະບຽບການສັນຈອນ ແມ່ນວຽກງານໜຶ່ງທີ່ສໍາຄັນໃນການຫຼຸດຜ່ອນບັນຫາການເກີດອຸບັດຕິເຫດຕາມທ້ອງຖະໜົນ, ຖ້າວ່າບັນດານັກຂັບຂີ່ຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບ ການສັນຈອນ ແລ້ວຮູ້ນໍາເອົາໄປໝູນໃຊ້ເຂົ້າໃນການຂັບຂີ່ລົດໃນຊີວິດປະຈໍາວັນ, ບັນຫາອຸບັດຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນກໍຈະຫຼຸດລົງ; ໃນເດືອນກຸມພາຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ໃນການລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນຢູ່ຕາມສະຖານທີ່ຕ່າງໆໃນນະຄອນຫຼວງວຽງຈັນ ໄດ້ 21 ຄັ້ງ ມີຜູ້ເຂົ້າຮ່ວມຮັບຟັງເກືອບ 3.000 ຄົນ.

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ການລົງໂຄສະນາລະບຽບການສັນຈອນແຕ່ລະຄັ້ງ ແມ່ນແນໃສ່ເຮັດໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນໃຫ້ມີຄວາມປອດໄພ ແລະ ເປັນການຫຼຸດຜ່ອນການເກີດອຸບັດຕິເຫດ ເຂົ້າໃຈເຖິງກົດລະບຽບການສັນຈອນ ແລະ ພ້ອມກັນປະຕິບັດກົດລະບຽບການສັນຈອນໃຫ້ເຂັ້ມງວດ ເພື່ອປ້ອງກັນການເກີດອຸບັດຕິເຫດໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ; ໃນເດືອນກຸມພາຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ສຸມໃສ່ລົງໂຄສະນາລະບຽບກົດໝາຍກ່ຽວກັບການສັນຈອນຢູ່ຕາມສຳນັກງານ ອົງການ, ໂຮງຈັກ, ໂຮງງານ, ໂຮງຮຽນ, ໂຮງໝໍ ແລະ ກຸ່ມບ້ານ ໄດ້ 21 ຄັ້ງ, ມີຜູ້ ເຂົ້າຮ່ວມຮັບຟັງທັງໝົດ 2.922 ຄົນ ຍິງ 1.437 ຄົນ; ໃນນີ້, ລົງໂຄສະນາຜ່ານສື່ຕ່າງໆໄດ້ 10 ຄັ້ງ, ລົງຕາມໂຮງຮຽນຕ່າງໆ 9 ຄັ້ງ, ລົງໂຄສະນາຕາມຖະໜົນຫົນ ທາງຈຸດ 3 ແຍກ-4 ແຍກ 7 ຄັ້ງ ແລະອື່ນໆ.

ເພື່ອເຮັດໃຫ້ບັນຫາການເກີດອຸບັດຕິເຫດຢູ່ຕາມທ້ອງຖະໜົນ ແລະ ຜູ້ເສຍຊີວິດຫຼຸດລົງ, ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຈະສຸມໃສ່ໂຄສະນາປຸກຈິດສຳນຶກໃຫ້ແກ່ຜູ້ໃຊ້ລົດ-ໃຊ້ຖະໜົນຮັບຮູ້ເຖິງກົດລະບຽບຈະລາຈອນ, ກົດໝາຍຂົນສົ່ງທາງ ບົກ ແລະ ແຈ້ງການຕ່າງໆໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນຢູ່ຕາມສາຍທາງຕ່າງໆ, ໂຮງຮຽນ, ໂຮງຈັກ-ໂຮງງານ, ໂຮງໝໍ, ກຸ່ມບ້ານ, ບ້ານ ແລະອື່ນໆ ໃຫ້ເປັນປົກກະຕິ.

ພາບ-ຂ່າວ: ຈັນສະໝອນ