ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມດ້ວຍ ກະຊວງພາຍໃນ ໄດ້ຈັດພິທີສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 109 ປີ (8 ມີນາ 1910-8 ມີນາ 2019) ພາຍໃຕ້ຄຳຂວັນ ” ຄິດຢ່າງສະເໝີພາບ, ສ້າງຄວາມສະຫຼາດ, ປະດິດສ້າງເພື່ອການປ່ຽນ ” ໃນວັນທີ 7 ມີນາ 2019 ເປັນກຽດເຂົ້າຮ່ວມໃນພິທີຂອງ 2 ກະຊວງ ໂດຍ ທ່ານບັນດິດ ສຈ ປອ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ສິງທະວອນ ດາລາວົງ ຫົວໜ້າຫ້ອງການກະຊວງພາຍໃນ ພ້ອມດ້ວຍບັນດາສະມາຊິກແມ່ຍິງ ແລະ ແຂກຮັບເຊີນຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີສະຫຼອງຂອງແຕ່ລະກະຊວງ, ທ່ານ ນາງ ໄມຕີ ວົງຄຳຊາວ ປະທານສະຫະພັນແມ່ຍິງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ນາງ ຄຳພູນ ແກ້ວສະຫວັນ ປະທານສະຫະພັນແມ່ຍິງ ກະຊວງພາຍໃນ ໄດ້ຂຶ້ນກ່າວເປີດພິທີ ພ້ອມທັງຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງວັນສໍາຄັນດັ່ງກ່າວ ເຊິ່ງເຫດການປະຫວັດສາດກ່ຽວກັບ ວັນແມ່ຍິງ ໄດ້ເກີດຂຶ້ນໃນທ່າມກາງສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ, ໂຮງຈັກ-ໂຮງງານອຸດສາຫະກຳຂອງນາຍທຶນ ຂະຫຍາຍຕົວໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ ແຕ່ຊໍ້າພັດເພີ່ມຄວາມທຸກຍາກລໍາບາກໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນກຳມະກອນຜູ້ຍິງ ຢູ່ພາຍໃຕ້ລະບອບສັກດີນາ ແລະ ນາຍທຶນ ແມ່ຍິງຈະຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານດ້ວຍລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ.

ມາເຖິງປີ 1910, ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນ ຢູ່ທະວີບເອີຣົບ ແລະ ໃນປີນີ້ເອງ ກອງປະຊຸມສາກົນກ່ຽວກັບ ບັນຫາແມ່ຍິງຄັ້ງທໍາອິດ ໄດ້ຈັດຂຶ້ນຢູ່ໂກເປນຮາກ ນະຄອນຫຼວງຂອງປະເທດແດນມາກ ໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາ ຂອງທຸກໆປີ ເປັນວັນແມ່ຍິງສາກົນ.

ດ້ວຍເຫດຜົນທີ່ກ່າວມານັ້ນ, ສະຫະພັນແມ່ຍິງລາວ ໃນຖານະເປັນຕົວແທນແມ່ຍິງລາວບັນດາເຜົ່າ ໃນທົ່ວປະເທດ ແລະ ແມ່ຍິງລາວໃນຂະແໜງການອື່ນໆ ກໍໄດ້ປະກອບສ່ວນເຂົ້າຮ່ວມຂະບວນການເຄື່ອນໄຫວກ່ຽວກັບ ວຽກງານພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງໃນລະດັບຕ່າງໆ ເພື່ອປະກອບຄໍາຄິດ-ຄໍາເຫັນໃນຫຼາຍລະດັບຢູ່ຕ່າງປະເທດ ເພື່ອເຮັດແນວໃດໃຫ້ສາມາດຍາດແຍ່ງບົດຮຽນ ປະສົບການ  ແລະ  ທຶນຮອນຈາກ ອົງການຈັດຕັ້ງສາກົນ ນໍາມາໝູນໃຊ້ ແລະ ສ້າງທຸກເງື່ອນໄຂໃນການພັດທະນາແມ່ຍິງລາວບັນດາເຜົ່າ ໃຫ້ນັບມື້ມີຄວາມຈະເລີນກ້າວໜ້າຂຶ້ນເລື້ອຍໆ.

ສໍາລັບການສະຫຼອງວັນແມ່ຍິງສາກົນປີນີ້, ກະຊວງພາຍໃນ ໄດ້ຈັດຕັ້ງບັນດາກິດຈະກຳຕ່າງໆເຊັ່ນ: ຄວາມຮູ້ພື້ນຖານກ່ຽວກັບ ການວາງແຜນຄອບຄົວກ່ອນ ແລະ ຫຼັງແຕ່ງງານ ແລະ ການຕ້ານມະເຮັງເຕົ້ານົມ, ເປີດງານຕະຫຼາດນັດຂາຍສິນຄ້າ ແລະ ກິດຈະກໍາອື່ນໆ ອັນເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍສຳຄັນ.