ໃຫ້ກຽດມອບໃບຢັ້ງຢືນໂດຍ ທ່ານ ຮສ ປອ ທອງສະລິດ ມັງໜໍ່ເມກ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ປິດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຕາມຫົວຂໍ້ສະເພາະ ໃຫ້ເລຂາພັກເມືອງ, ຄະນະປະຈໍາພັກເມືອງ ຊຸດທີ I ພ້ອມທັງມອບໃບຢັ້ງຢືນໃຫ້ຜູ້ສໍາເລັດການຝຶກອົບຮົມ ຈໍານວນ 50 ທ່ານ ຍິງ 4 ທ່ານ ໃນວັນທີ 8 ມີນາ 2019 ພາຍຫຼັງທີ່ດໍາເນີນມາເປັນເວລາ 11 ວັນ, ໃຫ້ກຽດມອບໃບຢັ້ງຢືນໂດຍ ທ່ານ ຮສ ປອ ທອງສະລິດ ມັງໜໍ່ເມກ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມທັງມີບັນດາແຂກຮັບເຊີນ, ຄູ-ອາຈານ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ທ່ານ ປອ ນາງ ໄກສອນ ຈັນສີນາ ຮັກສາການຫົວໜ້າກົມວິຊາການ

ທ່ານ ປອ ນາງ ໄກສອນ ຈັນສີນາ ຮັກສາການຫົວໜ້າກົມວິຊາການ ໄດ້ຜ່ານບົດສະຫຼຸບລາຍງານ ການຈັດຕັ້ງປະຕິບັດຫຼັກສູດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໃຫ້ເລຂາພັກເມືອງ, ຄະນະປະຈໍາພັກເມືອງ ຊຸດທີ I ວ່າ:

ຊຸດຝຶກອົບຮົມຄັ້ງນີ້ ຈັດຂຶ້ນເພື່ອຍົກສູງຂີດຄວາມສາມາດການຊີ້ນໍາ-ນໍາພາບັນດາວຽກງານຕ່າງໆ ໃນຂັ້ນເມືອງ ໂດຍນໍາໃຊ້ຫຼັກມູນທິດສະດີທີ່ໄດ້ຮຽນມາຢ່າງເປັນລະບົບ ເຂົ້າໃນການບໍລິຫານ, ການຄຸ້ມຄອງ, ການພັດທະນາ, ການປະສານງານ, ການຕິດຕາມກວດກາວຽກງານ ຢູ່ແຕ່ລະຂັ້ນຄວາມຮັບຜິດຊອບ ແລະ ການແກ້ໄຂຂໍ້ຂັດແຍ່ງຕ່າງໆ ຕາມລະບົບຫຼັກການທີ່ເໝາະສົມ.

ບົດຮຽນທີ່ນຳມາປະກອບໃນການສອນ-ການຮຽນ ມີທັງໝົດ 19 ຫົວຂໍ້ ລວມ 77 ຊົ່ວໂມງ, ຮູບແບບການຝຶກອົບຮົມປະກອບດ້ວຍ ການຂຶ້ນຫ້ອງບັນຍາຍຂອງອາຈານສອນທີ່ມີປະສົບການສູງ, ມີການຈັດສໍາມະນາລວມໃນຫ້ອງ ແລະ ທັດສະນະສຶກສາ.

ສຳລັບຜົນການຮຽນຂອງແຕ່ລະທ່ານ ແມ່ນຢູ່ໃນລະດັບດີ ຫາ ດີຫຼາຍ ຄະແນນສູງສຸດສະເລ່ຍ 4,47; ດ້ານເນື້ອໃນໂດຍລວມແລ້ວ ເຫັນວ່າ: ນັກສໍາມະນາກອນທີ່ໄດ້ຜ່ານຝຶກອົບຮົມຄົບ 11 ວັນ ແມ່ນມີທັດສະນະຫຼັກໝັ້ນ, ການເມືອງໜັກແໜ້ນ, ມີຄວາມອຸ່ນອຽນທຸ່ນທ່ຽງ, ສາມາດເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍຂອງ ພັກ-ລັດ, ມີຄວາມບຸກບືນຫ້າວຫັນປະຕິບັດໜ້າທີ່ວຽກງານການເມືອງຂອງຕົນ ກໍຄື ການຍາດແຍ່ງເອົາຄວາມຮູ້ນໍາຄູ-ອາຈານ, ເຊື່ອໝັ້ນຕໍ່ກໍາລັງແຮງ ແລະ ສະຕິປັນຍາຂອງອາຈານສອນ, ກ້າຄິດ, ກ້າຕັ້ງບັນຫາ ແລະ ກ້າຮັບຜິດຊອບຕໍ່ການແລກປ່ຽນບົດຮຽນເຊິ່ງກັນແລະກັນ.