ກອງປະຊຸມຮັບຟັງຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 02/ນຍ ຕິດພັັນກັບ ການຊີ້ວັັດການເລີ່ມຕົ້ນທຸລະກິດ

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຮັບຟັງຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 02/ນຍ ຕິດພັັນກັບ ການຊີ້ວັັດການເລີ່ມຕົ້ນທຸລະກິດ ໃນວັນທີ 12 ມີນາ 2019 ທີ່ໂຮງແຮມແລນມາກ ແມ່ຂອງ ຣີເວີໄຊ, ເປັນປະທານໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິຫາສະກິດ ກະຊວງອຸດສາຫະກຳ ແລະ ການຄ້າ, ກົມ, ອົງການ, ພະແນກ, ຫ້ອງການ ແລະ ພະນັກງານພາຍໃນກະຊວງດັ່ງກ່າວ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ກ່າວວ່າ:

ການຈັດກອງປະຊຸມຄັ້ງນີ້ ກໍເພື່ອສ້າງບາດກ້າວບຸກທະລຸ, ທັບມ້າງສິ່ງອັດຕັນ, ຂັ້ນຂອດທີ່ເປັນອຸປະສັກກີດຂວາງ, ກົດໜ່ວງ, ສ້າງຄວາມລໍາຄານແກ່ການປະກອບອາຊີບຂອງປະຊາຊົນບັນດາເຜົ່າ, ແນໃສ່ພັດທະນາເສດຖະກິດໃຫ້ມີບາດກ້າວໃໝ່ທີ່ເປັນຮູບປະທໍາ ຢ່າງແທ້ຈິງ, ລັດຖະບານ ໄດ້ອອກຄໍາສັ່ງ ສະບັບເລກທີ 02/ນຍ ລົງວັນທີ 1 ກຸມພາ 2018 ເພື່ອປັບປຸງບັນດາລະບຽບການ ແລະ ກົນໄກປະສານງານ ໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ເຊິ່ງປະກອບດ້ວຍ 10 ຕົວຊີ້ວັດ ຕາມມາດຖານສາກົນ ໃຫ້ດີຂຶ້ນ ໂດຍຢັ້ງຢືນໜັກແໜ້ນ ວ່າ:

ໃນຕໍ່ໜ້າອັນໃກ້ນີ້, ຄວາມສະດວກໃນການດໍາເນີນທຸລະກິດຂອງປະເທດ ໃຫ້ສາມາດເລື່ອນລະດັບຈາກ 3 ຕົວເລກ ໃນປັດຈຸບັນ ມາຢູ່ອັນດັບ 2 ຕົວເລກ ແລະ ໜຶ່ງໃນ 10 ຕົວຊີ້ວັດທີ່ລະບຸໃນຄໍາສັ່ງຂອງ ທ່ານນາຍົກລັດຖະມົນຕີ ມີຕົວຊີ້ວັດກ່ຽວກັບການເລີ່ມຕົ້ນທຸລະກິດ ເຊິ່ງການຂຶ້ນທະບຽນວິສາຫະກິດ ເປັນຂອດສຳຄັນໜຶ່ງຂອງຕົວຊີ້ວັດດັ່ງກ່າວ, ໂດຍອີງຕາມຫຼັກການພື້ນຖານແລ້ວ ການເຄື່ອນໄຫວທຸລະກິດ ຢູ່ ສປປ ລາວ ຕ້ອງໄດ້ແຈ້ງຂຶ້ນທະບຽນວິສາຫະກິດ ຕາມທີ່ໄດ້ບົ່ງໄວ້ໃນກົດໝາຍ ວ່າດ້ວຍ ວິສາຫະກິດ ໃຫ້ຖືກຕ້ອງ.

ໃນນີ້, ກິດຈະການລະບຸຫຼັງໃບທະບຽນວິສາຫະກິດ ແລະ ເຮັດໃຫ້ການອະນຸຍາດດຳເນີນທຸລະກິດ ມາຢູ່ໃນຂອດການເລີ່ມຕົ້ນທຸລະກິດ, ໃນບັນຊີຄວບຄຸມ ຫຼື ກິດຈະການສຳປະທານ ແມ່ນໃຫ້ປະຕິບັດຕາມຂັ້ນຕອນທີ່ບົ່ງໄວ້ໃນກົດໝາຍ ວ່າດ້ວຍ ການສົ່ງເສີມການລົງທຶນ ແລະ ກິດຈະການທີ່ບໍ່ຢູ່ໃນບັນຊີຄວບຄຸມ ແມ່ນໃຫ້ປະຕິບັດຕາມຂັ້ນຕອນທີ່ບົ່ງໄວ້ ໃນກົດໝາຍ ວ່າດ້ວຍ ວິສາຫະກິດ.

ເຊິ່ງມີການປ່ຽນແປງຄື: ການຍົກເລີກແບບພິມທີ່ຕັ້ງສຳນັກງານ, ແບບພິມກົດລະບຽບຂອງບໍລິສັດ ຈາກສໍານວນຄໍາຮ້ອງ, ລົບລ້າງໃບອະນຸຍາດຜະລິດປ້າຍ, ໃບອະນຸຍາດຄວັດຕາປະທັບ, ເຈົ້າໜ້າທີ່ ປກສ ໄດ້ກະຈາຍໜ່ວຍຄວັດຕາປະທັບ ລົງທ້ອງຖິ່ນ, ເຈົ້າໜ້າທີ່ ປກສ ໄດ້ລົບລ້າງການລົງທະບຽນນໍາໃຊ້ຕາປະທັບ ແລະ ການແຈ້ງຂຶ້ນທະບຽນວິສາຫະກິດ, ໄດ້ອອກເລກປະຈໍາຕົວຜູ້ເສຍອາກອນພ້ອມ ເພື່ອຊ່ວຍເຮັດໃຫ້ເວລາ ແລະ ຕົ້ນທຶນການເລີ່ມຕົ້ນທຸລະກິດ ຫຼຸດລົງຢ່າງຈະແຈ້ງ, ເວລາຈະສັ້ນລົງ ແລະ ຫຼຸດຄ່າໃຊ້ຈ່າຍລົງ.

ນອກຈາກນີ້, ກໍເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈຕໍ່ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ຄໍາສັ່ງ 02/ນຍ ທີ່ຕິດພັນກັບ ຕົວຊີ້ວັດການເລີ່ມຕົ້ນທຸລະກິດ ເພື່ອສ້າງຄວາມເປັນເອກະພາບໃນການຕອບຄໍາຖາມ, ຄໍາເຈາະຈິ້ມຂອງ ອົງການ Doing Bisinees ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຫຼື ຄວາມຄືບໜ້າໃນການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ເຊິ່ງຈະໄດ້ຮັບການປະເມີນ ແລະ ປະກາດຜົນໃນປີ 2020 ທີ່ຈະມາເຖິງນີ້.