ທ່ານ ດາວເດືອນ ເຮືອງສະຫວັດ ປະທານຜູ້ຮ່ວມກໍ່ຕັ້ງສູນການສຶກສາ ໄອແຄນດູ ສປປ ລາວ ແລະ ທ່ານ ປອ ນາງ ປະພາວັນ ຊວນໄຊຍະກູນ ປະທານຜູ້ຮ່ວມກໍ່ຕັ້ງບໍລິສັດ ຕິວເຕີແລນ ຈໍາກັດ ແຫ່ງປະເທດໄທ ໄດ້ຮ່ວມກັນລົງນາມເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຊື້-ຂາຍສາຂາລະບົບການສຶກສາ ລະຫວ່າງ ສູນການສຶກສາ ໄອແຄນດູ ສປປ ລາວ ແລະ ບໍລິສັດ ຕິວເຕີແລນ ຈໍາກັດ ແຫ່ງປະເທດໄທ ທີ່ຈັດຂຶ້ນໃນວັນທີ 9 ມີນາ 2019 ໃນງານ ທັອບໄທແບຣນ 2019 ທີ່ສູນການຄ້າໄອເຕັກ ລາວ-ໄອເຕັກ (ຕຶກເກົ່າ) ໂດຍມີ ທ່ານ ວິໄລສັກ ສຸລິຈັນ ປະທານຜູ້ຮ່ວມກໍ່ຕັ້ງສູນການສຶກສາ ໄອແຄນດູ ສປປ ລາວ ແລະ ທ່ານ ສຸດທິໂລດ ຊວນໄຊຍະກູນ ຜູ້ອໍານວຍການບໍລິຫານບໍລິສັດ ຕິວເຕີແລນ ຈໍາກັດ ແຫ່ງປະເທດໄທ ພ້ອມດ້ວຍແຂກຮັບເຊີນຈາກ ສະຖານເອກຄະລາດສະທູດ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມ.

ໃນພິທີ, ທ່ານ ດາວເດືອນ ເຮືອງສະຫວັດ ກ່າວວ່າ:

ການເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້ ເປັນການສົ່ງເສີມການຄ້າ ລາວ-ໄທ ຂອງລັດຖະບານທັງສອງຝ່າຍ ເຮັດໃຫ້ວຽກງານໃນຂົງເຂດເສດຖະກິດການຄ້າຂອງສອງປະເທດ ນັບມື້ເພີ່ມທະວີຂຶ້ນຢ່າງຕໍ່ເນື່ອງ ເຊິ່ງໜຶ່ງໃນນັ້ນ ກໍແມ່ນວຽກງານການພັດທະນາການສຶກສາ ທີ່ເປັນຂະແໜງໜຶ່ງທີ່ສໍາຄັນ.

ພວກເຮົາ ໃນນາມພາກສ່ວນໜຶ່ງທີ່ເຮັດວຽກງານນີ້ ກໍໄດ້ເລັງເຫັນຫຼາຍໆບັນຫາ ໃນທາງກັບກັນ ກໍໄດ້ເຫັນໂອກາດ ແລະ ສິ່ງທ້າທາຍໃໝ່ໆໃນວຽກງານນີ້ເຊັ່ນດຽວກັນ;

ດັ່ງນັ້ນ, ມື້ນີ້ພວກເຮົາຈຶ່ງພ້ອມກັນຕັດສິນໃຈນໍາເອົາລະບົບການສຶກສາທີ່ດີ ແລະ ມີຄຸນນະພາບເຂົ້າມາສ້າງໂອກາດໃໝ່ໆ ເພື່ອການຮຽນຮູ້ໃຫ້ເດັກນ້ອຍລາວ ແລະ ເຍົາວະຊົນລາວ, ພວກເຮົາເຊື່ອໝັ້ນຢ່າງເຕັມ 100% ວ່າ:

ລະບົບການສຶກສາຂອງໂຮງຮຽນ ຕິວເຕີແລນ ແຫ່ງປະເທດໄທ ນີ້ ເປັນໂຮງຮຽນໜຶ່ງທີ່ມີຄຸນນະພາບສູງ, ມີປະສົບການເກືອບ 30 ປີ ໄດ້ສ້າງສູນໂຮງຮຽນ, ສ້າງລະບົບການຮຽນ-ການສອນໃນວຽກງານການສຶກສາທີ່ມີຄຸນນະພາບມາແລ້ວຫຼາຍກວ່າ 10 ແຫ່ງ ໃນປະເທດໄທ.

ຈາກປະສົບການດັ່ງກ່າວ, ທາງຄະນະປະທານຜູ້ຮ່ວມກໍ່ຕັ້ງສູນການສຶກສາ ໄອແຄນດູ ສປປ ລາວ ຈຶ່ງໄດ້ນໍາເອົາຫຼັກສູນດັ່ງກ່າວ ມາສິດສອນຢູ່ ສປປ ລາວ ໂດຍໃສ່ຊື່ວ່າ:

ສູນການສຶກສາ ໄອແຄນດູ ເປັນສູນການສຶກສານອກໂຮງຮຽນ ສ້າງຕັ້ງຂຶ້ນເພື່ອເປັນສູນການຮຽນຮູ້ໃນການພັດທະນາທັກສະດ້ານຕ່າງໆຂອງເດັກ ​ແລະ ​ເຍົາວະຊົນລາວ; ເຊິ່ງຕິດພັນກັບ ການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນ ການຈັດຝຶກອົບຮົມ, ງານສຳມະນາຕ່າງໆ ເຊັ່ນ: ທັກສະຄວາມຮູ້ສູ່ຄວາມສຳເລັດໃນການໃຊ້ຊີວິດ, ທັກສະຄວາມຮູ້ດ້ານການເງິນ, ທັກສະຄວາມຮູ້ການສ້າງທຸລະກິດໃນດ້ານນະວັດຕະກຳຕ່າງໆ, ໃນການພັດທະນາໄອຄິວ ແລະ ອີຄິວ ສຳລັບເດັກ ເລີ່ມແຕ່ອາຍຸ 3 ປີ ຫາ 18 ປີ ພັດທະນາດ້ານສິລະປະ, ສິ່ງປະດິດ, ພາສາຕ່າງປະເທດ ແລະ ຄວາມຮູ້ດ້ານຄະນິດສາດ ທີ່ເປັນພື້ນຖານຂອງໄອຄິວທີ່ດີທີ່ສຸດສຳລັບເດັກນ້ອຍ; ເຊິ່ງສູນການສຶກສາ ໄອແຄນດູ ຈະເປີດສອນຢ່າງເປັນທາງການ ໃນເດືອນເມສາ 2019 ນີ້ ແລະ ມີສະຖານທີ່ສອນຕັ້ງຢູ່ ໄອເຕັກມໍ ຊັ້ນ 4.