ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ VIII ແລະ ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສສນວ ຊຸດທີ I ໃຫ້ພະນັກງານຫຼັກແຫຼ່ງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ VIII ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ແລະ ສະມາຊິກສະພາປະຊາຊົນ ນວ (ສສນວ) ຊຸດທີ I ລົງເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ VIII ແລະ ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສສນວ ຊຸດທີ I ໃຫ້ພະນັກງານຫຼັກແຫຼ່ງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນວັນທີ 12 ມີນາ 2019 ນໍາໂດຍ ທ່ານ ປອ ນາງ ພອນເພັດ ບຸບຜາ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈໍາເຂດເລືອກຕັ້ງທີ I ນວ ພ້ອມຄະນະ.

ທ່ານ ປອ ນາງ ພອນເພັດ ບຸບຜາ ໄດ້ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ VIII ວ່າ:

ພະນັກງານຫຼັກແຫຼ່ງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

ກອງປະຊຸມດັ່ງກ່າວ ໄດ້ຮັບຮອງເອົາຫຼາຍວຽກງານທີ່ສຳຄັນຂອງພັກ, ຂອງຊາດ ເປັນຕົ້ນແມ່ນ ຮັບຮອງເອົາ ການແຕ່ງຕັ້ງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ຮັບຮອງເອົາຊົນເຜົ່າບຣູ, ຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານກາງສະໄໝ (2016 -2018) ແລະ ປີ 2018 ທິດທາງ ຮອດປີ 2020 ແລະ ແຜນວຽກຈຸດສຸມ ປະຈໍາປີ 2019 ຂອງ ສະພາແຫ່ງຊາດ ຊຸດທີ VIII, ແຜນການສ້າງ ແລະ ປັບປຸງກົດໝາຍຂອງ ສະພາແຫ່ງຊາດ ປະຈໍາປີ 2019, ຮັບຮອງເອົາ ການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 8 ສະບັບ, ຮັບຟັງການລາຍງານຂອງ ລັດຖະບານ ກ່ຽວກັບ ການຈັດຕັ້ງປະຕິບັດມະຕິຂອງ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງ ສະພາແຫ່ງຊາດ ສະບັບເລກທີ 097/ສພຊ ລົງວັນທີ 17 ພະຈິກ 2017 ວ່າດ້ວຍ ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບ ເປົ້າໝາຍການພັດທະນາແບບຍືນຍົງ.

ໃນໂອກາດດຽວກັນ, ທ່ານ ບຸນທອງ ພົມມະຈັນ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈໍາເຂດເລືອກຕັ້ງທີ I ນວ ໄດ້ຍົກໃຫ້ເຫັນຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສສ ນວ ຊຸດທີ I ວ່າ:

ກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບຮອງຫຼາຍວຽກການທີ່ສໍາຄັນຂອງ ນວ ເປັນຕົ້ນແມ່ນ ຮັບຮອງເອົາ ບົດລາຍງານຜົນຂອງການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2017 ຂອງນະຄອນຫຼວງວຽງຈັນ, ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2018 ແລະ ທິດທາງແຜນການ ປີ 2019 ຂອງ ອົງການໄອຍະການປະຊາຊົນ, ສະພາປະຊາຊົນ ແລະ ສານປະຊາຊົນ ນະຄອນຫຼວງວຽງຈັນ, ຮັບຮອງເອົາ ບົດລາຍງານການຊີ້ແຈງບັນຫາພົ້ນເດັ່ນຈໍານວນໜຶ່ງຂອງ ອົງການປົກຄອງ, ອົງການໄອຍະການປະຊາຊົນ, ສານປະຊາຊົນ-ກອງບັນຊາການ ປກສ ນວ ແລະ ບັນດາພະແນກການທີ່ກ່ຽວຂ້ອງ.

ພາຍຫຼັງສໍາເລັດການຮັບຟັງຜົນສໍາເລັດທັງກອງປະຊຸມແລ້ວ, ສສຊ ແລະ ສສ ນວ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ມີຄໍາຄິດເຫັນ ແລະ ຂໍ້ສະເໜີບັນຫາຕ່າງໆ ເພື່ອໄປສະເໜີຕໍ່ ກອງປະຊຸມສະໄໝສາມັນ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້ ເພື່ອເຮັດໃຫ້ບັນຫາ ແລະ ຂໍ້ຫຍຸ້ງຍາກໄດ້ຮັບການແກ້ໄຂຢ່າງທັນການ.