ລັດວິສາຫະກິດ ລາວບໍລິການ ຄວາມປອດໄພ (ລປພ) ກະຊວງ ປກສ ໄດ້ຈັດຕັ້ງປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ (22 ມີນາ 1956-22 ມີນາ 2019), ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ (5 ເມສາ 1961-5 ເມສາ 2019) ແລະ ວັນແມ່ຍິງສາກົນ ຄົບຮອບ 109 ປີ (8 ມີນາ 1910-8 ມີນາ 2019) ໃນວັນທີ 14 ມີນາ 2019, ປາຖະກະ ຖາໂດຍ ພັອ ດຳດີ ອ້ວນມະນີ ອຳນວຍການ ລປພ, ມີຄະນະອຳນວຍການ ແລະ ພະນັກງານພາຍໃນ ລປພ ເຂົ້າຮ່ວມ.

ພັອ ດຳດີ ອ້ວນມະນີ ໄດ້ຍົກໃຫ້ຮູ້ໂດຍຫຍໍ້ວ່າ: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແມ່ນມີມູນເຊື້ອໃນການຕໍ່ສູ້ເອົາຊະນະຈັກກະພັດຕ່າງດ້າວຜູ້ຮຸກຮານ, ມີມູນເຊື້ອໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ; ດັ່ງນັ້ນ, ມາປີ 1930 ປະທານໂຮ່ຈິມິນ ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນ ເພື່ອນຳພາຂະບວນການຕໍ່ສູ້ຂອງປະຊາຊົນສາມຊາດອິນດູຈີນ, ປີ 1893 ຝຣັ່ງ ໄດ້ເຂົ້າມາຢຶດຄອງລາວເປັນຫົວເມືອງຂຶ້ນ, ປະຊາຊົນລາວຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ແລະ ປ່າເຖື່ອນ; ຈາກນັ້ນ, ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ພ້ອມກັນລຸກຂຶ້ນຕໍ່ຕ້ານແອກປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງຢ່າງອົງອາດກ້າຫານເປັນຂະບວນກວ້າງຂວາງ ແລະ ຕໍ່ເນື່ອງ. ມາຮອດປີ 1934, ອົງຄະນະພັກ ແຄວ້ນລາວກໍໄດ້ຮັບການສ້າງຕັ້ງຂຶ້ນ, ເມື່ອມີພັກນຳພາຕໍ່ສູ້ຂອງປະຊາຊົນນັບມື້ແມ່ນໄດ້ຮັບໄຊຊະນະເປັນກ້າວໆ, ພັກເຮົາໄດ້ເດັດດ່ຽວນໍາພາປວງຊົນລຸກຮື້ຂຶ້ນຢຶດອຳນາດ, ຍາດເອົາອຳນາດການປົກຄອງໃນທົ່ວປະເທດຈາກພວກຟາຊິດຍີ່ປຸ່ນ ແລະ ພວກລ່າເມືອງຂຶ້ນຝຣັ່ງ ແລ້ວປະກາດຄວາມເປັນເອກະລາດຂອງປະເທດລາວຕໍ່ໂລກ ເມື່ອວັນທີ 12 ຕຸລາ 1945.

ທ່ານຍັງໄດ້ຍົກໃຫ້ເຫັນເຖິງການກຳເນີດ ແລະ ເຕີບໃຫຍ່ຂະ ຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໂດຍແມ່ນພັກປະຊາຊົນ ປະຕິວັດລາວ ເປັນຜູ້ສ້າງຕັ້ງ, ນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານ ພາຍໃຕ້ຄັນທຸງປະຕິວັດ ແລະ ຄວາມໄວ້ເນື້ອເຊື່ອໃຈ ເປັນກຳລັງທີ່ຢືນຢູ່ແຖວໜ້າໃນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ຮັບປະກັນຄວາມໝັ້ນຄົງຂອງຊາດ, ສະກັດກັ້ນຕ້ານກົນອຸບາຍມ້າງເພ, ແບ່ງແຍກສ້າງຄວາມປັ່ນປວນກໍ່ຄວາມບໍ່ສະຫງົບ ແລະ ການປະຕິບັດໜ້າທີ່ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ການປ້ອງກັນຜູ້ນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະ ເທດ, ປ້ອງກັນກອງປະຊຸມລະດັບຊາດ-ລະດັບສາກົນໃຫ້ມີຄວາມປອດໄພ; ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນກຳລັງປະກອບອາວຸດຂອງພັກທີ່ໄດ້ສືບທອດມູນເຊື້ອອັນພິລະອາດຫານບໍ່ຍອມຈຳນົນ, ຍາມໃດກໍເດັດດ່ຽວໜຽວແໜ້ນ ມີຄວາມອາດຫານບໍ່ຫວັ່ນໄຫວ, ບໍ່ຄອນແຄນຕໍ່ອຸປະສັກໃດໆ, ມີໄຫວພິບເພື່ອຕີ ເອົາຊະນະສັດຕູຍິ່ງສູ້ຮົບກໍຍິ່ງເຕີບໃຫ່ຍເຂັ້ມແຂງ, ຍິ່ງສູ້ຮົບກໍຍິ່ງມີໄຊຊະນະເປັນກ້າວໆ ສາມາດຕີເອົາຊະນະຈັກກະພັດ ແລະ ປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນໃນປີ 1975 ເປັນຕົ້ນມາ. ຈາກນັ້ນ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຍັງໄດ້ສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຮັ່ງມີ ເຂັ້ມແຂງເຖິງປັດຈຸບັນ.

ວັນທີ 8 ມີນາ, ແມ່ນເຫດການ-ການເມືອງທີ່ສຳຄັນ, ເຊິ່ງເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະ ບວນການແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນ ເອງໃນການທວງເອົາສິດສະເໝີພາບປະຊາທິປະໄຕ ຄືກັບເພດຊາຍ ແລະ ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວ ໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນ ຕ້ອງໄດ້ເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຕໍ່ແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກ ສາສັນຕິພາບຂອງໂລກ”.