ພິທີມອບ-ຮັບ ຫົວໜ້າກອງບັນຊາການ ລະຫວ່າງ ພັທ ຄອນສະຫວັນ ໄຊຊະນະ ຜູ້ເກົ່າ - ພັທ ຄຳຜອງ ສິງສັກເມືອງ ຜູ້ໃໝ່

ກອງບັນຊາການ ປກສ ນະຄອນປາກເຊ ແຂວງຈໍາປາສັກ ຈັດພິທີມອບ-ຮັບ ຫົວໜ້າກອງບັນຊາການ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໃນທ້າຍອາທິດຜ່ານມາ, ໂດຍການເຂົ້າຮ່ວມເປັນປະທານຂອງ ພັທ ສຸກັນ ໄຕໄຊຍະວົງ ຮອງກອງບັນຊາການ ປກສ ແຂວງຈຳປາສັກ, ມີ ທ່ານ ພິລັດ ນຽມທະຈິດ ຫົວໜ້າຄະນະຈັດຕັ້ງນະຄອນປາກເຊ, ມີ ຄະນະພັກ-ຄະນະບັນຊາ ແລະ ແຂກທີ່ຮັບເຊີນ ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງ ກອງບັນຊາການ ເຂົ້າຮ່ວມ.

ໃນພິທີ, ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງນາຍຕຳຫຼວດ ຢູ່ ກອງບັນຊາການ ປກສ ແຂວງຈຳປາສັກ ໃນນັ້ນໄດ້ໂຍກຍ້າຍ ແລະ ແຕ່ງຕັ້ງສະຫາຍ

  • ພັທ ຄອນສະຫວັນ ໄຊຊະນະ ຫົວໜ້າກອງບັນຊາການ ປກສ ນະຄອນ ( ຜູ້ເກົ່າ ) ໄປຮັບໜ້າທີ່ຢູ່ ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຈຳປາສັກ,
  • ພັທ ຄຳຜອງ ສິງສັກເມືອງ ຫົວໜ້າສັນຕິບານ ປກສ ແຂວງຈຳປາສັກ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າກອງບັນຊາການ ປກສ ນະຄອນປາກເຊ

ຈຸດປະສົງການແຕ່ງຕັ້ງ-ໂຍກຍ້າຍ ໃນຄັ້ງນີ້ ກໍເພື່ອເປັນການປັບປຸງກົງຈັກການຈັດຕັ້ງ ໃຫ້ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ.

ພ້ອມກັນນັ້ນ, ທ່ານປະທານ ຍັງໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ໂດຍເນັ້ນວ່າ:

ຫົວໜ້າກອງບັນຊາການ ປກສ ນະຄອນປາກເຊ ຜູ້ໃໝ່ ຕ້ອງເພີ່ມທະວີຄວາມຮັບຜິດຊອບໃຫ້ສູງ, ມີຄວາມເປັນເອກະພາບໃນໝູ່ຄະນະ, ມີແບບແຜນວິທີເຮັດວຽກງານ, ສຶກສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ຕະຫຼອດພະນັກງານ-ນັກຮົບ ໃຫ້ທົ່ວເຖິງ ແລະ ເປັນປະຈຳ ພ້ອມທັງສືບຕໍ່ຊີ້ນຳ-ນໍາພາວຽກງານວິຊາສະເພາະ ໃຫ້ມີຜົນສຳເລັດຕາມການມອບໝາຍ.

ໃນວັນດຽວກັນ, ກໍຍັງໄດ້ຈັດພິທີມອບ-ຮັບ ຫົວໜ້າຫ້ອງສັນຕິບານ, ລະຫວ່າງ ພັທ ຄຳຜ່ອງ ສິງສັກເມືອງ ຫົວໜ້າຜູ້ເກົ່າ ແລະ ພັທ ບຸນອ່ຽງ ພັນວົງສາ ຜູ້ໃໝ່ ອີກດ້ວຍ.