ວັນທີ 12 ມີນາ 2019, ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດການສັບຊ້ອນພົນຕໍາຫຼວດທີ່ສຳເລັດການສຶກສາລະດັບຊັ້ນຕົ້ນຈາກໂຮງຮຽນ ປກສ ຊັ້ນຕົ້ນ ໃນທົ່ວປະເທດສົກປີ 2018-2019 ໃຫ້ບັນ ດາຫ້ອງ, ກອງອ້ອມຂ້າງ ແລະ ກອງບັນຊາການ ປກສ ເມືອງ ໂດຍການເຂົ້າຮ່ວມຂອງ ພັທ ບຸນໂທ ພອນມະນີ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະຫ້ອງການເມືອງ, ພະນັກງານທີ່ກ່ຽວຂ້ອງ ພ້ອມດ້ວຍພົນຕຳຫຼວດທີ່ສຳເລັດການສຶກສາເຂົ້າຮ່ວມ.

ພັທ ບຸນຊ່ວງ ຈັນດາລາ ຮັກສາການຫົວໜ້າຫ້ອງການເມືອງ ປກສ ແຂວງ ຜ່ານຂໍ້ຕົກລົງຂອງຫົວໜ້າກອງບັນຊາ ການ ປກສ ແຂວງ ວ່າດ້ວຍການສັບຊ້ອນພົນຕໍາຫຼວດທີ່ສໍາເລັດການສຶກສາລະດັບຊັ້ນຕົ້ນໃຫ້ບັນດາຫ້ອງ, ກອງອ້ອມຂ້າງ ແລະ ກອງບັນຊາການ ປກສ ເມືອງໃນທົ່ວແຂວງຈຳນວນ 61 ສະຫາຍ; ໃນນີ້, ຊັບຊ້ອນໃຫ້ຫ້ອງ ການເມືອງ, ຫ້ອງຕໍາຫຼວດ, ຫ້ອງ 504 ຈໍານວນ 3 ສະຫາຍ, ຫ້ອງການກອງບັນຊາການ ປກສ ແຂວງ 11 ສະ ຫາຍ, ຄ້າຍຄຸມຂັງ-ດັດສ້າງ 6 ສະຫາຍ, ກອງພັນ 513 ປກສ ແຂວງ 28 ສະຫາຍ, ກອງບັນຊາການ ປກສ ເມືອງໄຊສະຖານ 2 ສະຫາຍ, ກອງບັນຊາການ ປກສ ເມືອງພຽງ 2 ສະຫາຍ, ກອງບັນຊາການ ປກສ ເມືອງແກ່ນທ້າວ 2 ສະຫາຍ ແລະ ຊັບຊ້ອນໃຫ້ ປກສ ເມືອງຄອບ, ປກສ ເມືອງເງິນ, ປກສ ເມືອງຫົງສາ, ປກສ ເມືອງ ປາກລາຍ ແລະ ປກສ ເມືອງທົ່ງມີໄຊ ເມືອງລະ 1 ສະຫາຍ.

ໃນໂອກາດນີ້, ທ່ານຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາສະ ຫາຍທີ່ໄດ້ເອົາໃຈໃສ່ໃນການສຶກສາຮ່ຳຮຽນຈົນປະສົບຜົນສຳເລັດ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທຳປະຕິວັດ, ພ້ອມກັນນຳເອົາບົດຮຽນທີ່ໄດ້ຮ່ຳຮຽນ ມາໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຢູ່ບັນດາກົມກອງທ້ອງຖິ່ນຂອງຕົນໃຫ້ປະສົບຜົນສຳເລັດ.