ເປັນປະທານຂອງ ພັທ ບຸນເສີດ ໄຊຍະສານ ຫົວໜ້າກອງບັນຊາການ ປກສ ເມືອງວຽງຄໍາ, ເປັນກຽດເຂົ້າຮ່ວມໃນພິທີມີ ທ່ານ ພອນແກ້ວ ຂຸນພົນ ເຈົ້າເມືອງໆວຽງຄຳ

ໃນວັນທີ 14 ມີນາ 2019, ປກສ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019 ໂດຍການເປັນປະທານຂອງ ພັທ ບຸນເສີດ ໄຊຍະສານ ຫົວໜ້າກອງບັນຊາການ ປກສ ເມືອງວຽງຄໍາ, ເປັນກຽດເຂົ້າຮ່ວມໃນພິທີມີ ທ່ານ ພອນແກ້ວ ຂຸນພົນ ເຈົ້າເມືອງໆວຽງຄຳ, ມີ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ແຂກຮັບເຊີນ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ຈັນທະ ພົມມະລືສີ ຮອງຫົວໜ້າກອງບັນຊາການ ປກສ ເມືອງວຽງຄໍາ ຂຶ້ນຜ່ານບົດສະຫຼຸບວ່າ:

ມີ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ແຂກຮັບເຊີນ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ

ທົ່ວເມືອງ ມີ 3 ກຸ່ມບ້ານ, ມີ 17 ບ້ານ, ມີ 334 ໜ່ວຍ, ມີ 4.257 ຫຼັງຄາເຮືອນ, ມີ 4.128 ຄອບຄົວ, ມີພົນລະເມືອງທັງໝົດ 21.214 ຄົນ ຍິງ 11.059 ຄົນ, ບໍ່ທັນຂຶ້ນສໍາມະໂນຄົວ ຈໍານວນ 1.673 ຄົນ.

ໃນປີຜ່ານມາ, ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 168 ເລື່ອງ ມີຜູ້ຖືກຫາ 151 ຄົນ, ສາມາດມ້າງໄດ້ 108 ເລື່ອງ, ມີຜູ້ຖືກຫາ 84 ຄົນ, ສົ່ງໄອຍະການເຂດ I ມີ 9 ເລື່ອງ ມີ 10 ຄົນ, ສົ່ງ ພະແນກສືບສວນ-ສອບສວນ ແຂວງ ມີ 6 ລາຍ ມີຜູ້ຖືກຫາ 6 ຄົນ, ຄະດີຢາເສບຕິດ 11 ລາຍ ມີຖືກຫາ 14 ຄົນ, ສົ່ງ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງ ມີ 7 ເລື່ອງ ມີຜູ້ຖືກຫາ 7 ຄົນ ພ້ອມຂອງກາງຢາບ້າ ຈໍານວນ 249 ເມັດ, ຢາໄອສ໌ 1 ຫຼອດນ້ອຍ, ໂທລະສັບ 3 ເຄື່ອງ ແລະ ລົດຈັກ 2 ຄັນ.

ນອກນີ້, ມີອຸບັດຕິເຫດເກີດຂຶ້ນທັງໝົດ 106 ຄັ້ງ, ພາຫະນະເປ່ເພ 215 ຄັນ, ລົດໃຫຍ່ 83 ຄັນ, ລົດຈັກ 107 ຄັນ, ເປ່ເພເລັກນ້ອຍ 112 ຄັນ, ເສຍຊີວິດ 2 ຄົນ. ໂອກາດດຽວກັນນີ້, ກໍໄດ້ປະກາດນະໂຍບາຍເລື່ອນຊັ້ນໃຫ້ນາຍຕໍາຫຼວດ ຈໍານວນ 4 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 2 ສະຫາຍ ແລະ ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈໍານວນ 2 ສະຫາຍ.