ສະພາປະຊາຊົນແຂວງຈຳປາສັກ ພິຈາລະນາບັນຫາສຳຄັນປະຈຳເດືອນມີນາ

ວັນທີ 11 ມີນາ ຜ່ານມາ, ຄະນະປະຈໍາສະພາປະຊາຊົນ ແຂວງຈໍາປາສັກ ໄດ້ເປີດກອງປະຊຸມປຶກສາຫາລືຄົ້ນຄວ້າ ພິນາລະນາບັນຫາສໍາຄັນ ປະຈໍາເດືອນ ໂດຍການເປັນປະທານຂອງ ທ່ານ ເມກສະຫວັນ ພົມພິທັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງ, ມີ ຮອງປະທານສະພາ ແຂວງ, ກໍາມະການຄະນະປະຈໍາສະພາ ແຂວງ, ຮອງປະທານຄະນະກໍາມະການ, ຄະນະເລຂາທິການ ພ້ອມດ້ວຍວິຊາການກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຄົ້ນຄ້ວາພິຈາລະນາ 4 ບັນຫາສໍາຄັນຄື:

  1. ແຜນການຈັດແບ່ງການລົງທຶນຂອງລັດ ປະຈໍາປີ 2019 ຕາມການສະເໜີຂອງ ອົງການປົກຄອງ ແຂວງຈໍາປາສັກ.
  2. ບົດລາຍງານການຈັດຕັ້ງປະຕິບັດໂຄງການເຂື່ອນໄຟຟ້າ ຫ້ວຍກະເຟີ ຕອນລຸ່ມ ຂອງ ອົງການປົກຄອງ ເມືອງຊະນະສົມບູນ.
  3. ຮ່າງຂໍ້ຕົກລົງຂອງ ອົງການປົກຄອງແຂວງ ວ່າ: ການທົດແທນຄ່າເສຍຫາຍ ແລະການຈັດສັນ, ຍົກຍ້າຍປະຊາຊົນທີ່ຖືກໂຄງການການພັດທະນາຂອງລັດ ແລະ ເອກະຊົນ.
  4. ຜ່ານແຜນການລົງເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອ 6 ຂອງ ສະພາແຫ່ງຊາດ ແລະ ສະພາປະຊາຊົນ ແຂວງ.

ຜ່ານການຄົ້ນຄ້ວາພິຈາລະນາ ໃນກອງປະຊຸມ ເຫັນດີເປັນເອກະພາບດັ່ງນີ້: ແຜນການຈັດແບ່ງການລົງທຶນຂອງລັດ ປະຈໍາປີ 2019 ຂອງ ອົງການປົກຄອງ ແຂວງຈໍາປາສັກ ເຫັນດີໃຫ້ ກໍາມະການເສດຖະກິດ, ແຜນການ ແລະ ການເງິນສະພາປະຊາຊົນ ແຂວງ ຕິດຕາມກວດການຄືນຕາມກົດໝາຍ ວ່າດ້ວຍ ການສົ່ງເສີມລົງທຶນ; ສ່ວນບົດລາຍງານໃນການຈັດຕັ້ງປະຕິບັດໂຄງການເຂື່ອນໄຟຟ້າ ຫ້ວຍກະເຟີ ຕອນລຸ່ມ ຕາມການສະເໜີຂອງ ອົງການປົກຄອງ ເມືອງຊະນະສົມບູນ ທີ່ມີຜົນກະທົບຕໍ່ປະຊາຊົນ 2 ບ້ານນັ້ນ ເປັນຄວາມຮັບຜິດຊອບຂອງ ອົງການບໍລິຫານ ແຕ່ພວກເຮົາຕ້ອງໄດ້ຕິດຕາມກວດກາ.

ສໍາລັບຮ່າງຂໍ້ຕົກລົງຂອງ ອົງການປົກຄອງແຂວງວ່າ: ການທົດແທນຄ່າເສຍເຫຍ ແລະ ຈັດສັນ, ຍົກຍ້າຍປະຊາຊົນທີ່ຖືກໂຄງການລົງທຶນຂອງລັດ ແລະ ເອກະຊົນ ທີ່ໄດ້ຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ພາປະຊາຊົນແຂວງ ຜ່ານມາເຫັນດີເນື້ອໃນແລ້ວ ແຕ່ຍັງມີບາງຄໍາສັບທີ່ຍັງບໍ່ທັນຊັດເຈນເທົ່ານັ້ນ; ແຜນການລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອ 6 ຂອງ ສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນ ແຂວງ ທີ່ຈະເຄື່ອນໄຫວໃນກາງເດືອນມີນານີ້ ປະກອບມີ 118 ຈຸດ, 108 ບ້ານ ແລະ 10 ກົມກອງ ແຕ່ຢາກສຸມໃສ່ເຂດການຜະລິດກະສິກໍາຂອງເມືອງ ເປັນຕົ້ນແມ່ນ: ການປູກເຂົ້ານາແຊງ, ການລ້ຽງສັດ (ຟາມງົວ, ຟາມໄກ່) ຕິດພັນກັບ ການຊຸກຍູ້ຂະບວນການ ກອງປະຊຸມໃຫ່ຍ 3 ຂັ້ນ ຂອງແຂວງ ຕື່ມອີກ.

ກອງປະຊຸມ ຍັງໄດ້ຮັບຄໍາສະເໜີຂອງປະຊາຊົນ ກ່ຽວກັບ ໂຮງງານສະກັດເຄືອແຫ່ມ ຢູ່ເຂດເມືອງປະທຸມພອນ ຂອງຕ່າງປະເທດ ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ຄື: ແຫ່ງນໍ້າສໍາຄັນຢູ່ໃກ້ເຂດດັ່ງກ່າວນັ້ນ ມອບໃຫ້ກໍາມະການເສດຖະກິດ, ແຜນການ ແລະ ການເງິນສະພາ ແຂວງ ສົມທົບກັບ ພາກສ່ວນກ່ຽວຂ້ອງ ລົງຕິດຕາມກວດກາບັນຫາດັ່ງກ່າວດ່ວນ.