ໃນປີ 2018 ຜ່ານມາ, ເມືອງຜົ້ງສາລີ ມີຄະດີອາຍາເກີດຂຶ້ນທັງໝົດ 29 ເລື່ອງ; ໃນນີ້, ມີຄະດີຢາ ເສບຕິດ 15 ເລື່ອງ; ເຊິ່ງໄດ້ຮັບການລາຍງານໃນກອງປະຊຸມສະ ຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2018 ທີ່ຈັດຂຶ້ນໃນວັນທີ 13 ມີນາ 2019, ໂດຍການເປັນກຽດເຂົ້າຮ່ວມຂອງ ພັທ ເຫຼັກ ວົງໄຊ ຫົວໜ້າກອງບັນຊາການ ປກສ ເມືອງຜົ້ງສາລີ, ມີຄະ ນະພັກ-ຄະນະບັນຊາ, ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານ-ນັກຮົບອ້ອມຂ້າງກອງບັນຊາການ ປກສ ເມືອງເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ເສັດ ອິນທະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງຜົ້ງສາລີ ໃຫ້ຮູ້ວ່າ: ໃນປີ 2018, ຄະນະພັກ-ຄະນະບັນຊາທຸກຂັ້ນໄດ້ເປັນເຈົ້າການສຸມໃສ່ສະກັດກັ້ນ ແລະ ແກ້ໄຂທຸກປະກົດການຫຍໍ້ທໍ້ໃນສັງຄົມ ສາມາດເລີກຮື້ ແລະ ແກ້ໄຂເປົ້າໝາຍຕ່າງໆທີ່ກໍ່ຄວາມບໍ່ສະຫງົບ ໃນໜຶ່ງປີທີ່ຜ່ານມາ, ມີຄະດີອາຍາ ເກີດຂຶ້ນທັງໝົດ 29 ເລື່ອງ, ມີຜູ້ຖືກຫາ 32 ຄົນ; ໃນນີ້, ຫຼາຍກວ່າໝູ່ແມ່ນຄະດີຢາເສບຕິດມີ 15 ເລື່ອງ, ມີຜູ້ຖືກຫາ 23 ຄົນ, ຄະດີລັກຊັບພົນລະເມືອງ 9 ເລື່ອງ, ມີຜູ້ຖືກຫາ 3 ຄົນ, ຄະດີທໍາຮ້າຍຮ່າງກາຍຈົນເຖິງຂັ້ນເສຍຊີວິດ 2 ເລື່ອງ, ມີຜູ້ຖືກຫາ 3 ຄົນ, ເຮັດໃຫ້ຜູ້ອື່ນເສຍຊີວິດ 1 ເລື່ອງ, ຜູ້ຖືກຫາ 1 ຄົນ, ຄະດີອຸບັດຕິເຫດເກີດຂຶ້ນ 23 ຄັ້ງ, ເສຍຊີວິດ 1 ຄົນ.

ໃນໂອກາດດັ່ງກ່າວ, ຫົວໜ້າ ກອງບັນຊາການ ປກສ ເມືອງ ໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ ແກ່ພະນັກງານ-ນັກຮົບໃຫ້ນັບມື້ນັບສູງຂຶ້ນກ່ວາເກົ່າ, ປັບປຸງແບບແຜນວິທີການເຮັດວຽກໃຫ້ຖືກຕ້ອງ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ຈະແຈ້ງ ແລະ ແທດເຖິງຕົວຈິງ, ກໍ່ສ້າງກຳລັງໃຫ້ ເຂັ້ມແຂງ, ແກ້ໄຂປະກົດການຫຍໍ້ທໍ້ໃຫ້ວ່ອງໄວ ແລະ ທັນການ ໂດຍການປະສານສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ-ປອດໄພ.