ເລັ່ງຕິດຕາມເຈົ້າຂອງລົດຣີໂວ ຂົນຢາໄອສ໌ 302 ຫໍ່ ເອົາຕົວຫຼົບໜີ ກ່ອນເກີດອຸບັດຕິເຫດ

0
1190
ລົດກະບະຣີໂວ ສີຂາວ ບໍ່ຕິດໝາຍເລກທະບຽນ ທີ່ເກີດອຸບັດຕິເຫດລະຫວ່າງຫຼົບໜີ

ວັນທີ 19 ມີນາ ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ແຂວງບໍ່ແກ້ວ ປະຕິບັດໜ້າທີ່ໄລ່ສະກັດກັກລົດກະບະຣີໂວ ຂົນຢາໄອສ໌ ຈຳນວນ 302 ຖົງ ໜັກ 302 ກິໂລກຼາມ ໄດ້ ພາຍຫຼັງທີ່ລົດກະບະດັ່ງກ່າວ ຂັບຂີ່ລົບໜີໄປເກີດອຸບັດຕິເຫດຕຳກັບ ກຳແພງຕັ້ງປ້າຍເຂົ້າສວນກ້ວຍ ເຂດບ້ານນໍ້າແລ ແຕ່ຜູ້ຂັບຂີ່ໄດ້ຫຼົບໜີ ກ່ອນເຈົ້າໜ້າທີ່ໄປຮອດຈຸດເກີດເຫດ.

ຫ້ອງຕຳຫຼວດ ປກສ ແຂວງບໍ່ແກ້ວ ເປີດເຜີຍໃຫ້ຮູ້ວ່າ:

ຈຳນວນຂອງກາງທັງໝົດທີ່ຢຶດມາໄດ້ ໃນວັນທີ 19 ມີນາ 2019

ໃນວັນທີ 19 ມີນາ 2019, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປະຈໍາຢູ່ຈຸດກວດກາປ້ອມບ້ານຂອນແກ້ວ ເມືອງຕົ້ນເຜີ້ງ ໄດ້ລົງປະຕິບັດໜ້າທີ່ຕາມປົກກະຕິ, ພໍຮອດເວລາ 14:25 ໂມງ ວັນດຽວກັນ ໄດ້ມີລົດກະບະຣີໂວ ສີຂາວ ບໍ່ຕິດໝາຍເລກທະບຽນ ຂັບຂີ່ມາແຕ່ທາງບ້ານໜອງຊາຍ ໂດຍມຸ່ງໜ້າຈະໄປທາງບ້ານຂອນແກ້ວ, ເມື່ອໄປຮອດຈຸດກວດກາປ້ອມຈະລາຈອນ ລົດຄັນດັ່ງກ່າວໄດ້ລ້ຽວເຂົ້າທາງຮ່ອມ ແຕ່ລົດຄັນດັ່ງກ່າວໄດ້ລ້ຽວກັບຄືນໄປທາງບ້ານໜອງຊາຍ ເມືອງຕົ້ນເຜີ້ງ ແລະ ເມື່ອເຫັນວ່າຜິດປົກກະຕິ ຈຶ່ງໄດ້ຕິດຕາມກັກລົດ ເພື່ອກວດກາເອກະສານ, ໄປຮອດເຂດຕີນຄ້ອຍ ຫ້ວຍດົງດໍາ ໜ້າເຕົາດິນຈີ່ ເຫັນລົດຄັນດັງກ່າວສະລໍຢູ່ແຄມທາງ, ເຈົ້າໜ້າທີ່ຈຶ່ງເຂົ້າໄປກວດກາ ແຕ່ຜູ້ຂັບຂີ່ລົດຣີໂວດັ່ງກ່າວ ໄດ້ຂັບຂີ່ຫຼົບໜີໄປທາງຄ້າຍທະຫານຫ້ວຍດົງດໍາ, ແລ້ວເຈົ້າໜ້າທີ່ກໍໄດ້ຂັບລົດຂວາງທາງລົດຄັນດັ່ງກາວ ແຕ່ຜູ້ຂັບຂີ່ລົດຍັງຝືນສືບຕໍ່ຫຼົບໜີ, ຈົນໄປຮອດເຂດປາກງາວ ໃກ້ກັບປໍ້ານໍ້າມັນທາງເຂົ້າບ້ານນໍ້ແລ ແລ້ວເຫັນລົດຄັນດັ່ງກ່າວໄດ້ເກີດອຸປັດຕິເຫດຕໍາກັບ ກຳແພງຕັ້ງປ້າຍທາງເຂົ້າສ່ວນກ້ວຍຈີນ, ເຈົ້າໜ້າທີ່ຈຶ່ງເຂົ້າກວດຄົ້ນພາຍໃນລົດ ພົບເຫັນຢາເສບຕິດ ປະເພດຢາໄອສ໌ ຈໍານວນ 14 ເປົາ ມີ 302 ຖົງ ໜັກ 302 ກິໂລກຼາມ, ສ່ວນຜູ້ຂັບຂີ່ ແມ່ນຫຼົບໜີໄປ ກ່ອນທີ່ເຈົ້າໜ້າທີ່ຈະໄປຮອດຈຸດເກີດເຫດ.

ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ຕື່ມ ວ່າ: ຄະດີດັ່ງກ່າວ ເຈົ້າໜ້າທີ່ວິຊາສະເພາະ ພວມເລັ່ງກວດກາເຈົ້າຂອງລົດຄັນດັ່ງກ່າວ ເພື່ອຕິດຕາມຈັບຕົວໄປດໍາເນີນການສອບສວນ ຂະຫຍາຍຜົນທີ່ມາຂອງຢາເສບຕິດ ເພື່ອນໍາຕິດຕາມຜູ້ທີ່ມີສ່ວນຮ່ວມ ໄປດໍາເນີນຄະດີຕາມກົດໝາຍ.