ຊາວໜຸ່ມເມືອງໄຊເສດຖາ ປາຖະກະຖາ ວັນສ້າງຕັ້ງ ຄຊປປລ ຄົບຮອບ 64 ປີ

0
2863
ພິທີປາຖະກະຖາເລົ່າມູນເຊື້ອ ວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ຄົບຮອບ 64 ປີ

ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ເມືອງໄຊເສດຖາ ຈັດພິທີປາຖະກະຖາເລົ່າມູນເຊື້ອ ວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ຄົບຮອບ 64 ປີ ( 14 ເມສາ 1955-14 ເມສາ 2019 ) ໃນວັນທີ 26 ມີນາຜ່ານມາ ເພື່ຶອໃຫ້ສະມາຊິກຊາວໜຸ່ມໂຮງຮຽມ ມຕ ທາດຫຼວງ, ມສ ໄຊເສດຖາ, ມສ ໜອງບອນ, ມສ ໂພນທັນ ຮູ້ໄດ້ເຖິງນ້ຳໃຈຮັກຊາດ, ເສຍສະຫຼະ, ບໍ່ຍອມຈຳນົນຂອງ ວິລະບູລຸດໜຸ່ມ ແຕ່ລະຮຸ່ນ ທີ່ໄດ້ສ້າງວິລະກຳໃນການຕໍ່ສູ້ກູ້ຊາດ, ນຳພາເຂົ້າຮ່ວມຮັບຟັງໂດຍ ທ່ານ ໄຊຍະເດດ ທາດາວົງ ຄະນະບໍລິຫານງານຊາວໜຸ່ມ ນວ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງໄຊເສດຖາ.

ທ່ານ ພັນປະສົງ ໄຊຍະວົງສາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ນວ ໄດ້ຂຶ້ນເລົ່າມູນເຊື້ອຂອງຊາວໜຸ່ມແຕ່ລະຮຸ່ນ ໂດຍຍົກໃຫ້ເຫັນຜົນງານອັນອົງອາດກ້າຫານຂອງຊາວໜຸ່ມຮຸ່ນກ່ອນ, ແຕ່ຮຸ່ນທີ I ຫາ ຮຸ່ນທີ IV,  ຊາວໜຸ່ມຮຸ່ນທີໜຶ່ງ:

  • ເປັນໄລຍະທີ່ເຈົ້າຟ້າງຸ່ມ ທ້ອນໂຮມ ອານາຈັກລາວລ້ານຊ້າງ ແລະ ຕໍ່ສູ້ກັບ ສັກດີນາຜູ້ຮຸກຮານຊາວໜຸ່ມ ກໍໄດ້ມີບົດບາດສຳຄັນໃນການຕໍ່ສູ້ຢ່າງອົງອາດກ້າຫານ ໃນກອງທັບອານາຈັກລາວລ້ານຊ້າງ ເຖິງບໍ່ມີພັກນຳພາ;
  • ຊາວໜຸ່ມຮຸ່ນທີສອງ: ກາງສັດຕະວັດທີ 18 ຈັກກະພັດຝຣັ່ງ ໄດ້ຄອບຄອງອິນດູຈີນ ພວກມັນໄດ້ກົດຂີ່ຂູດຮີດຢ່າງໜັກໜ່ວງ ໂດຍເກັບເກນແຮງງານຊາວໜຸ່ມໄປ ເປັນທະຫານ, ເປັນກຸລີໂດຍບໍ່ໄດ້ ຮັບຄ່າແຮງງານ ໂດຍບໍ່ຍອມກົ້ມຫົວຕໍ່ຄວາມໂຫດຮ້າຍປ່າເຖື່ອນຂອງສັກດີນາ ແລະ ຈັກກະພັດຕ່າງດ້າວ ຊາວໜຸ່ມລາວຈຳນວນຫຼາຍ ໄດ້ຫາທາງ ເພື່ອຕໍ່ສູ້ກູ້ຊາດ, ເປັນຕົ້ນແມ່ນ: ຂະບວນຕໍ່ສູ້ນຳພາໂດຍອົງແກ້ວ, ອົງກົມມະດຳ, ພໍ່ກະດວດ ແລະອື່ນໆ ແຕ່ເປັນການຕໍ່ສູ້ພໍໃຜພໍລາວ ບໍ່ມີພັກນຳພາ ຈຶ່ງເຮັດໃຫ້ປະລາໄຊລົງ;
  • ຊາວໜຸ່ມຮຸ່ນທີສາມ: ພາຍຫຼັງທີ່ພັກປະຊາຊົນລາວ ຖືກສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ດ້ວຍຄວາມເຊື່ອໝັ້ນໃນກໍາລັງແຮງ, ຄວາມສາມາດ ແລະ ນໍ້າໃຈອົງອາດກ້າຫານຂອງຊາວໜຸ່ມ ໃນພາລະກິດຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ, ພັກໄດ້ຕົກລົງສ້າງຕັ້ງ ອົງການຈັດຕັ້ງຊາວໜຸ່ມຕະລຸມບອນ ຂຶ້ນໃນວັນທີ 14 ເມສາ 1955, ເປັນໃຈກາງເຕົ້າໂຮມ ແລະ ສຶກສາອົບຮົມຊາວໜຸ່ມ ປະຕິບັດບົດບາດປະຈັນບານໃນທຸກສະໜາມຮົບ ດ້ວຍມານະຈິດທີ່ວ່າ ຍອມຕາຍດີກວ່າຍອມເສຍເອກະລາດ, ເດັດຂາດ ບໍ່ໃຫ້ປະເທດຊາດ ຖືກຕັດແບ່ງ ແລະ ຄວາມປອງດອງຊາດຖືກທຳລາຍ;
  • ຊາວໜຸ່ມ ຮຸ່ນທີສີ່: ແມ່ນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຊິ່ງການຈັດຕັ້ງຊາວໜຸ່ມ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເຕົ້າໂຮມເອົາຄວາມສາມັກຄີຊາວໜຸ່ມລາວ ແຕ່ເໜືອຮອດໃຕ້ ເຂົ້າມາຢູ່ໃຕ້ຮົ່ມທຸງອັນດຽວກັນ ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ຢ່າງສົມກຽດ.
Visual Composer Website Builder