ຊາວໜຸ່ມ ລປພ ເອົາໃຈໃສ່ປະຕິບັດໜ້ທີ່ ບໍລິການຄວາມປອດໄພ ໃຫ້ລູກຄ້າ

0
2294

ໃນໄລຍະ 5 ປີຜ່ານມາ ( 2014–2018), ຄະນະໜ່ວຍຊາວໜຸ່ມຮາກຖານ ລັດວິສາຫະກິດລາວ ບໍລິການຄວາມປອດໄພ ( ລປພ ) ໄດ້ນໍາພາສະມາຊິກຊາວໜຸ່ມປະຕິບັດວຽກງານວິຊາສະເພາະ ຢ່າງຕັ້ງໜ້າ ໂດຍສະເພາະແມ່ນ ວຽກງານບໍລິການຄວາມປອດໄພໃຫ້ແກ່ລູກຄ້າ ແລະ ສັງຄົມ ມີຄວາມສະຫງົບ-ປອດໄພ 100%.

ທ່ານ ວຽງໄຊຫອມ ສົມບັດ ຮອງເລຂາໜ່ວຍຊາວໜຸ່ມຮາກຖານ ລປພ ກ່າວໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງ ໜ່ວຍຊາວໜຸ່ມຮາກຖານ ລປພ ທີ່ຈັດຂຶ້ນໃນວັນທີ 27 ມີນາ 2019 ເຂົ້າຮ່ວມໂດຍ ພັອ ພິມມະສອນ ທໍາມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງ ວ່າ:

Visual Composer Website Builder

ຄະນະຊາວໜຸ່ມ ຍາມໃດກໍຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນກົກ ໂດຍຕິດພັນ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານວິຊາສະເພາະ ຖືເອົາວຽກງານຮັກສາຄວາມປອດໄພເປັນໜ້າທີ່ໃຈກາງ ໂດຍຫັນມາເປັນຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ເພື່ອເປັນການປຸກລະດົມຊຸກຍູ້ຊາວໜຸ່ມ ຍົກສູງນໍ້າໃຈຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະຂອງຕົນ, ປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານດ້ານຕ່າງໆຢ່າງມີປະສິດທິຜົນ ສະແດງອອກໃນການປະຕິບັດວຽກງານ ໃນໄລຍະ 5 ປີ ຜ່ານມາຄື:

ໄດ້ຈັດຕັ້ງລະບອບປະຈໍາການ 24 ຊົ່ວໂມງ ມີ 1.460 ຄັ້ງ, ລົງກວດກາບັນດາຈຸດຍາມ, ປ້ອມຍາມ 2.348 ຄັ້ງ, ສຶກສາອົບຮົມກຳລັງ ລປພ ຢູ່ແຕ່ລະເຂດ 147 ຄັ້ງ, ເຂົ້້າຮ່ວມປະຊຸມພົບປະລູກຄ້າຄູ່ສັນຍາ ເພື່ອແລກປ່ຽນຖອດຖອນບົດຮຽນ 220 ຄັ້ງ, ຈັດຕັ້ງຝຶກອົບຮົມວິຊາສະເພາະ 193 ຮຸ່ນ ມີກຳລັງ ລປພ ເຂົ້້າຮ່ວມຮໍ່າຮຽນ 1.544 ຄົນ.

ນອກນີ້, ຍັງໄດ້ເຄື່ອນໄຫວບໍລິການລູກຄ້າໃນນະຄອນຫຼວງ ແລະ ຕ່າງແຂວງ; ສໍາລັບປີ 2018 ມີສັນຍາບໍລິການເພີ່ມຂຶ້ນ 47 ສັນຍາ, ມີຈໍານວນ ລປພ ເຂົ້າບໍລິການເວນຍາມ 142 ຄົນ, ທຽບໃສ່ປີ 2017 ຈໍານວນສັນຍາເພີ່ມຂຶ້ນ ແລະ ຍັງໄດ້ປະຕິບັດຕາມລະບຽບຫຼັກການ-ການເງິນວາງອອກຢ່າງເຂັ້ມງວດ ໂດຍສະເພາະການປະຕິບັດພັນທະອາກອນໃຫ້ລັດໃນ 5 ປີ ຜ່ານມາ, ໄດ້ມອບພັນທະອາກອນເຂົ້າງົບປະມານແຫ່ງລັດ ທັງໝົດ 6.521.493.000 ກີບ.

ຄະນະໜ່ວຍຊາວໜຸ່ມຮາກຖານ ລັດວິສາຫະກິດລາວ ບໍລິການຄວາມປອດໄພ ( ລປພ )

ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍຊາວໜຸ່ມຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ ທັງໝົດ 7 ຄົນ, ໃນນັ້ນເລືອກເອົາ 5 ຄົນ, ເລືອກໄດ້ ທ່ານ ວຽງໄຊ ຫອມສົມບັດ ເປັນເລຂາ, ທ່ານ ສົມທະວອນ ແສງຄໍາຢອງ ເປັນຮອງເລຂາ, ນາງ ກອງມະນີ ວົງວີໄນ ເປັນປະທານກວດກາ ແລະ ທ່ານ ສີທອງ ດາລາວົງ, ທ່ານ ແສງອາລຸນ ແສງວົງຄໍາ ເປັນຄະນະ ເພື່ອສືບຕໍ່ປະຕີວຽກງານຕໍ່ໄປ.