ປາຖະກະຖາໂດຍ ພັອ ໄຊສີ ແກ້ວສະຫງ່າ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ

ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 64 ປີ ແລະ ວັນສ້າງຕັ້ງກຳລັງ ປກສ ຄົບຮອບ 58 ປີ ໃນວັນທີ 28 ມີນາ 2019, ປາຖະກະຖາໂດຍ ພັອ ໄຊສີ ແກ້ວສະຫງ່າ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະພັກຈາກ 4 ຫ້ອງ, 3 ກອງພັນ, ກອງຮ້ອຍເອກະລາດ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພັອ ໄຊສີ ແກ້ວສະຫງ່າ ໄດ້ເລົ່າຄືນວ່າ:

ນັບແຕ່ປີ 1975 ເປັນຕົ້ນມາ, ສປປ ລາວ ໄດ້ກ້າວຂຶ້ນສູ່ໄລຍະໃໝ່ຂອງການປະຕິວັດ, ພັກປະຊາຊົນ ປະຕິວັດລາວ ໄດ້ກາຍເປັນພັກກຳອຳນາດ ເຊິ່ງມີ ລັດປະຊາທິປະໄຕ ປະຊາຊົນ ເປັນເຄື່ອງມືອັນແຫຼມຄົມເພື່ອຄຸ້ມຄອງສັງຄົມ.

ໃນເງື່ອນໄຂທີ່ເປັນພັກກຳອຳນາດ ທີ່ຕັ້ງ ແລະ ບົດບາດຂອງພັກ ໄດ້ມີການປ່ຽນແປງ ຄື: ພັກຍັງເປັນກອງນຳໜ້າການເມືອງຂອງຊົນຊັ້ນກຳມະກອນ ແລະ ທັງເປັນຜູ້ນຳພາສັງຄົມຄວາມຮັບຜິດຊອບຂອງພັກ ກໍເພີ່ມຂຶ້ນສູງກວ່າເກົ່າ, ພັກມີຄວາມຮັບຜິດຊອບຕໍ່ຊະຕາກຳຂອງຊາດຢ່າງຮອບດ້ານ ຄື:

ພັກໄດ້ກຳນົດແນວທາງໜ້າທີ່ປົກປ້ອງຊາດ-ປ້ອງກັນຄວາມສະຫງົບ ເປັນວຽກງານທີ່ສຳຄັນ, ປຸກລະດົມປວງຊົນທັງຊາດເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດ ໄວ້ໃຫ້ໝັ້ນຄົງ.

ພິທີປາຖະກະຖາມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 64 ປີ ແລະ ວັນສ້າງຕັ້ງກຳລັງ ປກສ ຄົບຮອບ 58 ປີ

ນັບແຕ່ປີ 1986 ເປັນຕົ້ນມາ, ພັກປະຊາຊົນ ປະຕິວັດລາວ ໄດ້ນຳພາປະຕິບັດແນວທາງປ່ຽນແປງໃໝ່ ໂດຍມີຜົນສຳເລັດອັນໃຫຍ່ຫຼວງ, ສປປ ລາວ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດແຫ່ງຊາດ ຂະຫຍາຍຕົວຢ່າງຕໍ່ເນື່ອງ 6,2% ຕໍ່ປີ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນລື່ນແຕ່ກ່ອນຢ່າງຈະແຈ້ງ ເຊິ່ງອັນພົ້ນເດັ່ນແມ່ນຍອດຜະລິດຕະພັນພາຍໃນ ໄດ້ເພີ່ມຂຶ້ນແຕ່ລະໄລຍະ.

ກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 5 ເມສາ 1961 ໄດ້ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການຊີ້ນຳ-ນຳພາ, ສຶກສາອົບຮົມໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກ, ເຕີບໃຫຍ່ເຂັ້ມແຂງຂອງ ກຳລັງປ້ອງກັນຄວາມສະຫງົບປະຕິວັດ ໄດ້ສືບທອດມູນເຊື້ອອັນພິລະອາດຫານຂອງ ບັນພະບູລຸດລາວອັນຍິ່ງໃຫຍ່, ຍິ່ງຕີກໍຍິ່ງມີໄຊຊະນະ, ຍິ່ງສູ້ຮົບຍິ່ງເຕີບໃຫຍ່ເຂັ້ມແຂງ, ການປະຕິວັດລາວກ້າວໜ້າຂະຫຍາຍຕົວຂຶ້ນຮອດບ່ອນໃດ ກຳລັງປ້ອງກັນຄວາມສະຫງົບກໍເຕີບໃຫຍ່ ຂະຫຍາຍຕົວຂຶ້ນຮອດບ່ອນນັ້ນ, ທັງເປັນກຳລັງຫຼັກແຫຼ່ງໃນຂະບວນການຕໍ່ສູ້ຂອງປະຊາຊົນ ມາຈາກປະຊາຊົນ, ໂດຍປະຊາຊົນ, ຮັບໃຊ້ຊາດຮັບ ແລະ ຮັບໃຊ້ປະຊາຊົນ ຢ່າງແທ້ຈິງ.

ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ

ຕະຫຼອດໄລຍະ 58 ປີ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ສືບທອດມູນເຊື້ອອັນພິລະອາດຫານບໍ່ຍອມຈຳນົນຂອງຊາດ, ຂອງກໍາລັງປະກອບອາວຸດປະຕິວັດປະຊາຊົນ, ນັບແຕ່ມື້ກຳເນີດເກີດຂຶ້ນມາທັງສູ້ຮົບ, ທັງປັບປຸງກໍ່ສ້າງຕົນເອງ ໂດຍໄດ້ຮັບການອົບຮົມສັ່ງສອນຈາກ ພັກປະຊາຊົນ ປະຕິວັດລາວ ແລະ ການອູ້ມຊູລ້ຽງດູຂອງ ປະຊາຊົນລາວບັນດາເຜົ່າ, ກຳລັງປ້ອງກັນຄວາມສະຫງົບ ສາມາດຂະຫຍາຍມູນເຊື້ອຕໍ່ສູ້ພິລະອາດຫານຂອງຊາດຂຶ້ນສູ່ບາດກ້າວໃໝ່ ແລະ ຄຸນນະພາບໃໝ່, ສ້າງໄດ້ມູນເຊື້ອອັນສະຫງ່າງາມຫຼາຍປະການ ເປັນຕົ້ນແມ່ນ ກຳລັງປ້ອງກັນຄວາມສະຫງົບ ມີຄວາມຈົ່ງຮັກພັກດີຕໍ່ພັກຕໍ່ປະເທດຊາດ, ອຸດົມການສັງຄົມນິຍົມ ແລະ ຕໍ່ປະຊາຊົນ.