ປາຖະກະຖາໂດຍ ພົຈວ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງຫົວໜ້າກົມໃຫ່ຍການເມືອງ ກະຊວງ ປກສ

ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ ( 22 ມີນາ 1955-22 ມີນາ 2019 ) ແລະ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 73 ປີ (21/3/1946-21/3/2019) ໃນວັນທີ 29 ມີນາ 2019 ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ຄວາມໝາຍ-ຄວາມສໍາຄັນຂອງວັນດັ່ງກ່າວ ເຊິ່ງເປັນກຽດປາຖະກະຖາໂດຍ ພົຈວ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງຫົວໜ້າກົມໃຫ່ຍການເມືອງ ກະຊວງ ປກສ.

ໃນພິທີ, ພົຈວ ຄຳກິ່ງ ຜຸຍຫຼ້າມະນີວົງ ກ່າວໃຫ້ຮູ້ວ່າ:

ພິທີປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ ( 22 ມີນາ 1955-22 ມີນາ 2019 )

ພາຍຫຼັງທີ່ ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ກໍໄດ້ນຳພາປະຊາຊົນຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ແຕ່ລະໄລຍະ ຈົນສາມາດໄດ້ຮັບໄຊຊະນະເປັນກ້າວໆ;

ອັນພົ້ນເດັ່ນແມ່ນ ໄດ້ນຳພາການຕໍ່ສູ້ເພື່ອປົດປ່ອຍປະເທດຊາດ, ສາມາດປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 2 ທັນວາ 1975.

ສະເພາະໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ໄດ້ກ້າວເຂົ້າສູ່ໄລຍະໃໝ່ຂອງການປະຕິວັດ, ພັກປະຊາຊົນ ປະຕິວັດລາວ ໄດ້ກາຍເປັນພັກກຳອຳນາດ ເຊິ່ງມີ ລັດປະຊາທິປະໄຕ ປະຊາຊົນ ເປັນເຄື່ອງມືອັນແຫຼມຄົມ ເພື່ອຄຸ້ມຄອງສັງຄົມໃນເງື່ອນໄຂທີ່ເປັນພັກກຳອຳນາດ, ທີ່ຕັ້ງ ແລະ ບົດບາດຂອງພັກ ໄດ້ມີການປ່ຽນແປງ ຄື: ພັກຍັງເປັນກອງນຳໜ້າການເມືອງຂອງຊົນຊັ້ນກຳມະກອນ ແລະ ທັງເປັນຜູ້ນຳພາສັງຄົມ, ຄວາມຮັບຜິດຊອບຂອງພັກກໍເພີ່ມຂຶ້ນສູງກວ່າເກົ່າ, ພັກມີຄວາມຮັບຜິດຊອບຕໍ່ຊະຕາກຳຂອງປະຊາຊົນ ຢ່າງຮອບດ້ານ ເຊັ່ນ:

ພັກໄດ້ກຳນົດແນວທາງໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນວຽກທີ່ສຳຄັນ, ປຸກລະດົມປວງຊົນທັງຊາດ ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດ ໄວ້ໃຫ້ໝັ້ນຄົງ.

ພິທີຫວນຄືນມູນເຊື້ອ ວັນເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 73 ປີ ( 21/3/1946-21/3/2019 )

ຈາກນັ້ນ, ທ່ານຮອງຫົວໜ້າກົມໃຫ່ຍການເມືອງ ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946 ແມ່ນໜຶ່ງໃນບັ້ນຮົບຕໍ່ສູ້ທີ່ສໍາຄັນທີ່ສຸດຢູ່ລາວ, ມັນບໍ່ພຽງແຕ່ເປັນ “ວັນຄຽດແຄ້ນ” ຂອງປະຊາຊົນລາວ ຕໍ່ກັບພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານ, ຍັງເປັນວັນສາມັກຄີຕໍ່ສູ້ດ້ວຍເລືອດເນື້ອເປັນຕາຍນໍາກັນລະຫວ່າງສອງຊາດ ລາວ-ຫວຽດນາມ ອ້າຍນ້ອງທີ່ເປັນແວ່ນແຍງອັນເຫຼື້ອມໃສຂອງນໍ້າໃຈສູ້ຮົບ ຢ່າງພິລະອາດຫານບໍ່ຍອມຈໍານົນຂອງກອງທັບ ແລະ ປະຊາຊົນເມືອງທ່າແຂກ ກໍຄື ການບັນຊາທີ່ເດັດດ່ຽວໜຽວແໜ້ນຂອງ ກໍາລັງປະກອບອາວຸດ ພວກເຮົາ ໂດຍແມ່ນ ປະທານ ສຸພານຸວົງ ເປັນຜູ້ນໍາໜ້າ, ມັນໄດ້ຝັງເລິກໃນດວງໃຈຂອງປະຊາຊົນ ລາວ-ຫວຽດນາມ ທີ່ຮັກຊາດຈົນຊົ່ວກາລະນານ.