ວັນທີ 29 ມີນາ 2019, ຄະນະກຳມະການຄູ-ອາຈານ ໄດ້ສະຫຼຸບຜົນການສອບເສັງນັກຮຽນເກັ່ງລະດັບຊາດ ປະຈຳສົກຮຽນ 2018-2019 ຢ່າງເປັນທາງການ, ເຊິ່ງບັ້ນສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສຶກສາລະດັບຊາດ ໄຂຂຶ້ນຢ່າງເປັນທາງການຕັ້ງແຕ່ວັນທີ 26 ມີນາ ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດມີນັກສອບເສັງທັງໝົດ 144 ຄົນ, ເຊິ່ງເປັນໜຶ່ງໃນກິດຈະກໍາບຸລິມະສິດທີ່ມີ ຄວາມສໍາຄັນປະຈໍາສົກຮຽນໃນແຕ່ລະປີ.

ສໍາລັບຊັ້ນ ມ 4 ໄດ້ຈັດສອບເສັງເປັນປີທີ 10 ແລະ ມ 7 ເປັນປີທີ 9 ເພື່ອສົ່ງເສີມ ແລະ ຊຸກຍູ້ຂະບວນການສອນດີ-ຮຽນເກັ່ງຢູ່ໃນໂຮງຮຽນມັດທະຍົມໃນຂອບເຂດທົ່ວປະເທດ ໃຫ້ມີບັນຍາກາດຟົດຟື້ນມີລັກສະນະແຂ່ງຂັນ ແລະ ມີຄຸນນະພາບ, ສ້າງໂອກາດໃຫ້ນັກຮຽນໄດ້ສະແດງອອກດ້ານຄວາມຮູ້-ຄວາມສາມາດ, ພອນສະຫວັນ ແລະ ຫົວຄິດປະຄິດສ້າງຂອງຕົນເອງ. ລາຍລະອຽດຊື່ຜູ້ໄດ້ຮັບລາງວັນມີດັ່ງລຸ່ມນີ້:

ພ້ອມດຽວກັນນັ້ນ, ຍັງເປັນການວັດ ແລະ ປະເມີນຜົນສໍາເລັດດ້ານການສິດສອນ, ຮໍ່າຮຽນຂອງຄູ, ນັກຮຽນ, ເພື່ອຄັດເລືອກ ແລະ ສົ່ງເສີມນັກຮຽນເກັ່ງທີ່ມີພອນສະຫວັນໃນແຕ່ລະວິຊາເປັນຕົວແທນຂອງຊາດເຂົ້າຮ່ວມແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ. ພ້ອມທັງເປັນການສ້າງໂອກາດໃຫ້ຄູນໍາພາ ແລະ ນັກສອບເສັງຈາກທົ່ວປະເທດໄດ້ແລກປ່ຽນ, ຖອດຖອນບົດຮຽນຮ່ວມກັນ ແລະ ການສອບເສັງນັກຮຽນເກັ່ງລະດັບຊາດຊັ້ນມັດທະຍົມສຶກສາ ໃນສົກຮຽນ 2018-2019 ປະກອບມີ 4 ວິຊາ ຄື: ຄະນິດສາດ, ພາສາລາວ-ວັນນະຄະດີ, ຟີຊິກສາດ ແລະ ເຄມີສາດ. ແຕ່ລະວິຊາແມ່ນໃຊ້ເວລາ 120 ນາທີ.