ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກົມໃຫຍ່ການເມືອງ ກະຊວງ ປກສ ຄັ້ງທີ VIII ໄຂຂຶ້ນໃນວັນທີ 28 ມີນາ 2019, ໄດ້ມີການປ່ອນປັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ການເມືອງ ປກສ ຊຸດໃໝ່ ຈຳນວນ 15 ສະ ຫາຍ, ເຂົ້າຮ່ວມໂດຍ ພົຈວ ຄໍາກິ່ງ ຜຸ້ຍຫຼ້າມະນີວົງ ຮອງຫົວໜ້າກົມໃຫຍ່ການເມືອງກະຊວງ ປກສ ແລະ ພັອ ພິມມະສອນ ທໍາມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ, ຄະນະຜູ້ແທນຊາວໜຸ່ມຈາກບັນດາກົມກອງອ້ອມຂ້າງກົມໃຫຍ່ການເມືອງເຂົ້າຮ່ວມ.

ກ່ອນການປ່ອນບັດເລືອກຕັ້ງຄະນະຊາວໜຸ່ມກົມໃຫຍ່ການເມືອງຊຸດໃໝ່ ພັທ ປອ ວຽງໄຊ ທໍາມະສິດ ເລຂາຄະນະບໍລິຫານງານກົມໃຫຍ່ການເມືອງ ປກສ ໃຫ້ຮູ້ວ່າ: ຕະຫຼອດໄລຍະ 5 ປີ ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຖືເອົາການຈັດຕັ້ງວຽກງານວິຊາສະເພາະເປັນວຽກງານໃຈກາງຕິດພັນກັບການປະຕິບັດຂໍ້ແຂ່ງຂັນ 4 ບຸກ 18 ຂໍ້ແຂ່ງຂັນຂອງຊາວໜຸ່ມກະຊວງວາງອອກ ເປັນແຜນການອັນລະອຽດ ແລະ ນໍາມາຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນ.

ຄຽງຄູ່ກັບການປຸກລະດົມສະມາຊິກຊາວ ໜຸ່ມທຸກສະຫາຍເພີ່ມຄວາມຮັບຜິດຊອບ ແລະ ຕື່ນຕົວຫ້າວຫັນໃນການເຮັດວຽກງານວິຊາສະເພາະໃຫ້ມີຜົນສໍາເລັດໄປຕາມລະດັບຄາດໝາຍ. ສະແດງອອກຕະຫຼອດ 5 ປີຜ່ານມາ ໄດ້ປະກອບສ່ວນໃນການຜະລິດລາຍ ການວິທະຍຸ-ໂທລະພາບ ໄດ້ 13.715 ຄັ້ງ, ລົງເກັບກໍາຂໍ້ມູນຂ່າວຢູ່ບັນດາກົມກອງທ້ອງຖິ່ນ 8,730 ຄັ້ງ, ຂຽນຂ່າວໄດ້ 43.715 ຂ່າວ, ຂຽນບົດໄດ້ 11.775 ບົດ, ຮັບຂ່າວຈາກກົມກອງທ້ອງຖິ່ນ 30.670 ຂ່າວ, ສະແດງສິລະປະຮັບໃຊ້ງານຕ່າງໆ 435 ຄັ້ງ, ແຈກຢາຍໜັງສືພິມໄດ້ 1.373. 000 ສະບັບ, ວາລະສານ 80.415 ສະບັບ, ເປີດເຄື່ອງສຽງຮັບໃຊ້ງານຕ່າງໆ 135 ຄັ້ງ, ຄົ້ນຄວ້າແຕ່ງບົດສອນ ແລະ ຂຶ້ນຫ້ອງສິດສອນໃຫ້ນັກຮຽນ ໄດ້ 81.144 ຊົ່ວໂມງ, ຊ່ວຍເປີດສົກຮຽນໃໝ່ 10 ຄັ້ງ, ຊ່ວຍຂັ້ນເທິງກະກຽມເອກະສານເປີດກອງປະຊຸມວຽກງານປ້ອງກັນກໍາລັງທົ່ວປະເທດ ຄັ້ງທີ II, ຜະລິດບັດເຂົ້າອອກກະຊວງ ໄດ້ 1.270 ບັດ ແລະ ປ້າຍຊື້ຈໍານວນ 11.390 ຄູ່.


ສຳລັບການປອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມຊຸດໃໝ່, ໄດ້ມີຜູ້ລົງສະໝັກ 17 ສະຫາຍ ຍິງ 2 ສະຫາຍ, ຄັດເລືອກເອົາ 15 ສະຫາຍ, ຍິງ 1 ສະຫາຍ. ກອງປະຊຸມໄດ້ເປັນເອກະສັນເລືອກເອົາ ພັທ ປອ ວຽງ ໄຊ ທໍາມະສິດ ເປັນເລຂາຄະນະບໍລິຫານງານ ຊາວໜຸ່ມກົມໃຫຍ່ການເມືອງ ປກສ, ເລືອກເອົາ ພັຕ ແກ້ວອຸດອນ ເປັນ ຮອງເລຂາ, ພັຕ ສົມພາວັນ ຫຼວງລາດ ເປັນປະທານກວດກາ ແລະ ຮອ ນາງ ມີສອນ ທະແອ່ງພົງສັກ ເປັນຮອງປະທານກວດກາ ແລະ ອີກ 11 ສະຫາຍເປັນຄະນະ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ມອບໃບຍ້ອງ ຍໍໃຫ້ສະມາຊິກຊາວໜຸ່ມກົມໃຫຍ່ການເມືອງ ປກສ ຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ ( 2014-2018 ) ຈໍາ ນວນ 513 ສະຫາຍ ຍິງ 221 ສະ ຫາຍ, ມອບໃບຊົມເຊີຍໃຫ້ສະມາຊິກຊາວໜຸ່ມຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ ຈໍານວນ 94 ສະຫາຍ ຍິງ 35 ສະຫາຍ.