ສາທາລະນະສຸກ ແຂວງຄຳມ່ວນ ໂຄສະນາຄວາມຮູ້ພື້ນຖານ ພະຍາດຕິດຕໍ່ທາງເພດສຳພັນ

0
1750

ທ່ານ ດຣ ສີສະຫວາດ ພະນັດດາ ຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກ ແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ລົງໂຄສະນາເຜີຍແຜ່ຄວາມຮູ້ພື້ນຖານກ່ຽວກັບ ພະຍາດຕິດຕໍ່ທາງເພດສໍາພັນ ( ໂລກເອດ ) ໃຫ້ພະນັກງານ-ນັກຮົບ ກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ຮັບຮູ້ ແລະ ເຂົ້າໃຈຜົນຮ້າຍຂອງມັນ ໃນອາທິດຜ່ານມາ.

ທ່ານ ດຣ ສີສະຫວາດ ພະນັດດາ ໃຫ້ຮູ້ວ່າ:

ນຳພາລົງໂຄສະນາໂດຍ ທ່ານ ດຣ ສີສະຫວາດ ພະນັດດາ ຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກ ແຂວງຄຳມ່ວນ

ການລົງມາເຜີຍແຜ່ໃນຄັ້ງນີ້ ເພື່ອໃຫ້ພະນັກງານ-ນັກຮົບ, ພະນັກງານລັດຖະກອນ ມີຄວາມຮູ້ເບື້ອງຕົ້ນເຖິງຕົ້ນກຳເນີດ ແລະ ສາເຫດທີ່ພາໃຫ້ຕິດເຊື່ອພະຍາດຊະນິດນີ້ ໂດຍອີງຕາມການລາຍງານໃນທົ່ວໂລກ ເລີ່ມແຕ່ປີ 1980–2017 ມີຜູ້ຕິດເຊື່ອ ( HIV ) ຈຳນວນ 77.3 ລ້ານຄົນ; ໃນທົ່ວໂລກເສຍຊີວິດ ຍ້ອນເປັນພະຍາດເອດ ຈຳນວນ 35.4 ລ້ານຄົນ.

ຮອດປີ 2017, ຜູ້ຕິດເຊື້ອເຮສໄອວີ ຍັງມີຊີວິດຈຳນວນ 36,9 ລ້ານຄົນ; ໃນນັ້ນຜູ້ປ່ວຍທີ່ເຂົ້າເຖິງການປິ່ນປົວດ້ວຍຢາ ARV ຈໍານວນ 21,7 ລ້ານຄົນ ເທົ່າກັບ 59%. ຜູ້ປ່ວຍສ່ວນຫຼາຍແມ່ນ ອາຍຸຫຼາຍກວ່າ 15 ປີ; 52% ແມ່ນອາຍຸ 0-14 ປີ; 80% ຄືແມ່ຍິງຖືພາ.

ສາເຫດຕົ້ນຕໍທີ່ພາໃຫ້ຕິດເຊື້ອ ແມ່ນມີເພດສຳພັນໂດຍບໍ່ໄດ້ປ້ອງກັນ

ສາເຫດຕົ້ນຕໍທີ່ພາໃຫ້ຕິດເຊື້ອ ແມ່ນມີເພດສຳພັນໂດຍບໍ່ໄດ້ປ້ອງກັນ, ໃຊ້ເຂັມສັກຢາຮ່ວມກັນ, ຈາກແມ່ຫາລູກການເກີດ ແລະ ກິນນົມແມ່, ຈາກການສຳຜັດເລືອດ ແລະ ອຸປະກອນຂອງບຸກຄະລາກອນທາງການແພດ ເຊັ່ນ: ເຂັມແທງ, ການຮັບເລືອດ ແລະ ປູກຖ່າຍອະໄວຍະວະອື່ນໆ.