2 ບໍລິສັດ ມອບເຄື່ອງໃຊ້ຫ້ອງການໃຫ້ກະຊວງ ປກສ ມູນຄ່າ 200 ກວ່າລ້ານກີບ

ວັນທີ 29 ມີນາຜ່ານມາ, ບໍລິສັດ 3S ພັດທະນາ ຈຳກັດຜູ້ດຽວ ແລະ ບໍລິສັດສີເມືອງກຣຸບ ຈຳກັດ ໄດ້ນໍາເອົາເຄື່ອງໃຊ້ຫ້ອງການ ແລະ ເງິນລວມມູນຄ່າທັງໝົດ 200 ລ້ານກວ່າກີບ ມອບໃຫ້ກະຊວງ ປກສ, ກ່າວມອບມີ ທ່ານ ພອນປະເສີດ ອິນທະໜອມ ປະທານບໍລິສັດ 3S ພັດທະນາ ຈຳກັດຜູ້ດຽວ ແລະ ທ່ານ ເອກະພັນ ພະພີທັກ ປະທານບໍລິສັດ ສີເມືອງກຣຸບ ຈຳກັດ ແລະ ກ່າວຮັບໂດຍ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນ ຕີກະຊວງ ປກສ, ມີຫົວໜ້າຫ້ອງວ່າການກະຊວງ ປກສ ແລະ ບັນດາຄະນະກ່ຽວຂ້ອງແຕ່ລະຝ່າຍ ເຂົ້າຮ່ວມເປັນສັກຄີພະຍານ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້, ບໍລິສັດ 3S ພັດທະນາ ຈຳກັດຜູ້ດຽວມອບເຄື່ອງຄອມພິວເຕີຕັ້ງໂຕະ ຈຳນວນ 30 ຊຸດ ແລະ ເງິນ 30 ລ້ານ ລວມມູນຄ່າ ທັງໝົດ 120.000.000 ກີບ ແລະ ບໍລິສັດສີເມືອງ ກຣຸບ ຈຳກັດ ມອບໂທລະພາບສີ 20 ເຄື່ອງ, ຄອມພິວເຕີ ໂນ໊ດບຸກ 5 ເຄື່ອງ, ປຼິ້ນເຕີຂາວດຳ 3 ເຄື່ອງ, ປຼິ້ນເຕີສີ 2 ເຄື່ອງ ແລະ ເຄື່ອງສະແກນເອກະສານ 1 ໜ່ວຍ ລວມມູນຄ່າ 91.490.000 ກີບ ເພື່ອເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ສຳເລັດຜົນຍິ່ງຂຶ້ນ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ທີ່ຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ໃນວັນທີ 5 ເມສາ 2019 ນີ້.

ໂອກາດດຽວກັນ, ທ່ານລັດຖະມົນຕີກະຊວງ ປກສ ໄດ້ມອບໃບຍ້ອງຍໍ-ຊົມເຊີຍ ພ້ອມທັງສະແດງຄວາມຂອບໃຈເປັນຢ່າງສູງຕໍ່ບັນດາທ່ານປະທານບໍລິສັດ ພ້ອມຄະນະທີ່ເຫັນໄດ້ຄວາມສຳຄັນ ທາງດ້ານວຽກງານວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບ ແລະ  ໃຫ້ການຊ່ວຍເຫຼືອຄັ້ງນີ້, ເຊິ່ງເຄື່ອງດັ່ງກ່າວ ແມ່ນຈະນຳໄດ້ມອບຕໍ່ໃຫ້ບັນດາກົມກອງທີ່ຍັງມີຄວາມຕ້ອງການອຸປະກອນຮັບໃຊ້ແກ່ວຽກງານວິຊາສະເພາະແນໃສ່ຮັບປະກັນໃຫ້ວຽກງນໄດ້ຮັບໝາກຜົນສູງສຸດ ແລະ ມີປະສິດທິພາບ ດີຂຶ້ນ.