ພາຫະນະ ທີ່ຖືກຍົກເວັ້ນ ຄ່າທຳນຽມທາງ

0
2900

ຄ່າທໍານຽມທາງແມ່ນ ພັນທະເປັນເງິນທີ່ມອບເຂົ້າງົບປະມານແຫ່ງລັດ ເຊິ່ງເປັນຄ່າຢຽບທາງຫຼວງໃນດິນແດນຂອງ ສປປ ລາວ ດ້ວຍການນໍາໃຊ້ຍານພາຫະນະຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ເປັນກໍາມະສິດ ຫຼື ມີຢູ່ໃນການຄຸ້ມຄອງ ເພື່ອນໍາໃຊ້ເຂົ້າໃນວຽກງານບູລະນະຮັກສາ, ສ້ອມແປງ, ຟື້ນຟູ, ກໍ່ສ້າງທາງ ແລະ ຄວາມປອດໄພຕາມທາງຫຼວງ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດວ່າດ້ວຍກອງທຶນທາງ; ແຕ່ກໍມີຍານພາຫະນະທີ່ຖືກຍົກເວັ້ນເສຍຄ່າທໍານຽມທາງ ປະກອບມີ ລົດຫຼາຍປະເພດທີ່ແຕກຕ່າງກັນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະບັນຍັດຂອງປະທານປະເທດ.

ຍານພາຫະນະທີ່ຖືກຍົກເວັ້ນຄ່າທໍານຽມທາງ ໄດ້ລະບຸໄວ້ໃນລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ ລົງວັນທີ 20 ກັນຍາ 2017 ຢູ່ມາດຕາ 6 ມີດັ່ງນີ້:

ຍານພາຫະນະຮັບໃຊ້ວິຊາສະເພາະຂອງອົງການຈັດຕັ້ງລັດບໍລິຫານ-ວິຊາການ, ສະມາຄົມ, ມູນນິທິທີ່ເຄື່ອນໄຫວຮັບໃຊ້ສາທາລະນະປະໂຫຍດ ເຊິ່ງໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ລົດກູ້ໄພ, ລົດຮັບ-ສົ່ງຄົນເຈັບຂອງໂຮງໝໍ, ລົດມອດໄຟ, ລົດຖ່າຍທອດວິທະຍຸ-ໂທລະພາບ ແລະ ລົດຮັບໃຊ້ລວມຂອງບັນດາສູນເສຍອົງຄະ.

ຍານພາຫະນະຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ມີລັກສະນະເຕັກນິກ ສະເພາະທີ່ຜະລິດ ເພື່ອມາຮັບໃຊ້ວຽກງານທາງການທະຫານ ແລະ ຕໍາຫຼວດ ເຊັ່ນ: ລົດຊາ, ລົດຕັງ, ລົດຂົນສົ່ງສະເພາະທາງການທະຫານ, ລົດສ້ອມແປງ, ລົດກວດວັດຖຸລະເບີດ, ລົດສື່ສານ, ລົດເຄື່ອນຍ້າຍນັກໂທດ ແລະ ລົດອື່ນໆ ທີ່ຮັບໃຊ້ຢູ່ສະໜາມຮົບ ຫຼື ແນວໜ້າ ໂດຍບໍ່ລວມເອົາລົດຮັບໃຊ້ວຽກງານບໍລິຫານຂອງອົງການຕ່າງໆ.

ຍານພາຫະນະປະເພດລົດກົນຈັກໜັກ ປະກອບມີ: ລົດຕັກ, ລົດຈົກ-ຕັກ, ລົດຕັກຂະໜາດນ້ອຍ, ລົດຈົກ, ລົດດຸດ, ລົດກວາດ ຫຼື ລົດເກດ, ລົດຍົກ, ລົດໂລ, ລົດບັນທຸກພາຍໃນສະໜາມໂຄງການກໍ່ສ້າງ, ລົດຊີເຈາະ, ລົດຂົນສົ່ງວັດສະດຸພາກສະໜາມໂຄງການກໍ່ສ້າງ, ລົດໂລແບບສັ່ນສະເທືອນ, ລົດສີດຢາງປູທາງ, ລົດປູຢາງອາສະຟານ, ລົດໄຖ, ລົດກວາດຕີນຢາງ, ລົດຕັກຕີນຢາງ.

ຍານພາຫະນະຂອງສະຖານທູດ, ສະຖານກົງສູນ, ອົງການຈັດຕັ້ງສາກົນທີ່ປະຈໍາການຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕາມລະບຽບການ ເຊິ່ງບໍ່ລວມຍານພາຫະນະທີ່ໄດ້ຂຶ້ນທະບຽນນໍາໃຊ້ສ່ວນຕົວຂອງພະນັກງານຕ່າງປະເທດທີ່ມາປະຈໍາການຢູ່ ສປປ ລາວ ເວັ້ນເສຍແຕ່ມີສັນຍາສະເພາະກັບປະເທດທີ່ກ່ຽວຂ້ອງ.

ນອກນີ້, ຍັງມີຍານພາຫະນະຮັບໃຊ້ສໍາລັບຜູ້ເສຍອົງຄະ ແລະ ຄົນພິການ ໂດຍສະເພາະ (ຕາມທີ່ກໍານົດໄວ້ໃນລະຫັດເຄົ້າ 87.13 ຂອງສາລະບານອັດຕາພາສີ).

ສໍາລັບຍານພາຫະນະທີ່ຖືກເສຍຄ່າທໍານຽມທາງ ປະກອບມີດັ່ງນີ້: ລົດຈັກສອງລໍ້, ລົດສາມລໍ້, ລົດຂົນສົ່ງຂະໜາດນ້ອຍ, ກາງ ແລະ ໃຫຍ່, ຍານພາຫະນະທຸກປະເພດ ເຊິ່ງໄດ້ກໍານົດໄວ້ໃນມາດຕາ 5 ຂອງລັດຖະບັນຍັດສະບັບນີ້ ລ້ວນແຕ່ຕ້ອງໄດ້ຖືກເສຍຄ່າທໍານຽມທາງ, ຍົກເວັ້ນຍານພາຫະນະ ທີ່ໄດ້ກໍານົດໄວ້ໃນມາດຕາ 6 ຂອງລັດຖະບັນຍັດ. ນອກນີ້, ຍັງມີລົດນໍາເຂົ້າຊົ່ວຄາວ ເພື່ອຮັບໃຊ້ໂຄງການ ແລະ ມີກໍານົດເວລາ ເຊິ່ງໄດ້ຮັບອະນຸຍາດຂຶ້ນທະບຽນຈາກ ຂະແໜງໂຍທາທິການ ແລະ ຂົນສົ່ງ.

ໂດຍ: ຈັນສະໝອນ