ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ໄດ້ຢ້ຽມຢາມ ແລະ ນໍາເອົາກະຕ່າຂອງຂວັນມອບໃຫ້ພະນັກງານແພດ-ໝໍ, ພະນັກງານ-ນັກຮົບທີ່ເຂົ້າຮັບການປິ່ນປົວຢູ່ໂຮງໝໍ 5 ເມສາ ໃນວັນທີ 2 ເມສາ 2019 ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 58 ປີ (5 ເມສາ 1961-5 ເມສາ 2018), ມີຄະນະພັກ-ພະນັກງານ-ນັກຮົບໃຫ້ການຕ້ອນຮັບ.

ພັອ ດຣ ຄໍາບານ ຫຼ້າຄູນເຮືອນ ອໍານວຍການໂຮງໝໍ 5 ເມສາ ໄດ້ລາຍງານໂດຍຫຍໍ້ວ່າ: ໃນ 1 ປີ ຜ່ານມາ, ພະ ນັກງານ-ແພດໝໍ ໄດ້ເອົາໃຈໃສ່ບໍລິການຄົນເຈັບທີ່ມາກວດພະຍາດເຂດນອກທັງໝົດ 10.340 ເທື່ອຄົນ. ໃນນັ້ນ, ຕໍາຫຼວດຈໍານວນ 6.625 ເທື່ອຄົນ; ກວດປິ່ນປົວສຸກເສີນ 6.385 ເທື່ອຄົນ, ຮັບເຂົ້ານອນໂຮງໝໍ 1.538 ເທື່ອຄົນ, ປິ່ນປົວດີກັບຄືນກົມກອງ 1.515 ເທື່ອຄົນ, ສົ່ງປິ່ນປົວຢູ່ໂຮງໝໍອື່ນ 25 ເທື່ອຄົນ, ຊ່ວຍທຳປະສູດ 174 ເທື່ອ, ກວດທ້ອງແມ່ມານ 2.252 ເທື່ອຄົນ, ສັກຢາເດັກນ້ອຍ 1.218 ເທື່ອຄົນ, ກວດລັງສີ-ເອໂກ 6.713 ເທື່ອຄົນ, ປິ່ນປົວກາຍຍະບໍາບັດ 5.028 ເທື່ອຄົນ, ປິ່ນປົວແຂ້ວ 2.323 ເທື່ອຄົນ, ຢັ້ງຢືນສຸຂະພາບ 3.643 ເທື່ອຄົນ, ແທກກະແສຫົວໃຈ 3.715 ເທື່ອຄົນ, ກວດວິເຄາະຕ່າງໆ 25.043 ເທື່ອຄົນ, ຜ່າຕັດຕ່າງໆ 352 ເທື່ອຄົນ. ໃນນີ້, ມີຄົນເຈັບທີ່ນໍາໃຊ້ບັດປະກັນສັງຄົມຂອງກະຊວງ ປກສ ຈໍານວນ 25.532 ຄົນ, ກວດສຸຂະພາບການນໍາປະຈໍາປີ 2018 ອ້ອມຂ້າງກະຊວງ ໄດ້ທັງໝົດ 1.637 ທ່ານ.

ໃນໂອກາດນີ້, ພົທ ວິໄລ ຫຼ້າ ຄໍາຟອງ ໄດ້ຊີ້ນໍາໃຫ້ຄະນະພັກ-ຄະນະອໍານວຍການ ແລະ ພະນັກງານແພດ-ໝໍ ຈົ່ງສືບຕໍ່ບຸກບືນເຮັດສໍາເລັດໜ້າທີ່ການເມືອງຕາມພາລະບົດບາດ, ພັດທະນາຄວາມຮູ້-ຄວາມສາມາດໃນການເບິ່ງ ແຍງ, ປິ່ນປົວຄົນເຈັບທີ່ເຂົ້າມາຮັກສາຢູ່ໂຮງໝໍແຫ່ງນີ້ ດ້ວຍຈັນຍາບັນ-ຈັນຍາທໍາ, ຮັກອາຊີບ, ຮັບໃຊ້ໜ້າທີ່ດ້ວຍຄວາມບໍລິສຸດສັດຊື່-ທ່ຽງທໍາ, ມີໄມຕີຈິດ ແລະ ຍິ້ມແຍ້ມແຈ່ມໃສ.

ໃນໂອກາດດຽວກັນ, ທ່ານລັດຖະມົນຕີ ກະຊວງປກສ ໄດ້ຢ້ຽມຢາມພະນັກງານ-ນັກຮົບທີ່ ເຂົ້າຮັບການປິ່ນປົວ ເພື່ອເປັນຂວັນກໍາລັງໃຈ ແລະ ແລະ ອວຍພອນໃຫ້ພະນັກງານ-ນັກຮົບ ຕະຫຼອດຮອດປະຊາຊົນທີ່ກໍາລັງຮັບການປິ່ນປົວຢູ່ໂຮງໝໍແຫ່ງນີ້ ຈົ່ງມີສຸຂະພາບແຂງແຮງກັບຄືນສູ່ກົມກອງ ເພື່ອສືບຕໍ່ເຮັດໜ້າທີ່ວຽກງານວິຊາສະ ເພາະໃຫ້ມີຜົນສໍາເລັດຕາມການມອບໝາຍ.