ປະທານສະພາແຫ່ງຊາດ ເຄື່ອນໃຫວວຽກຢູ່ແຂວງເຊກອງ

ໃນທ້າຍເດືອນທີ່ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກກັບ ສະມາຊິກສະພາແຂວງເຊກອງ (ສພຂ) ໂດຍມີ ທ່ານ ວິໄລວົງ ບຸດດາຄໍາ ປະທານກໍາມາທິການແຜນການ-ການເງິນ ແລະ ການກວດສອບ ທັງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 16, ບັນດາຮອງປະທານກໍາມາທິການ, ຫົວໜ້າຄະນະຮັບຜິດຊອບວຽກງານ ເຂດເລືອກຕັ້ງ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ-ຮອງເລຂາທິການ ສພຂ, ສະມາຊິກສະພາປະຊາຊົນແຂວງ (ສສຂ) ແລະ ເຈົ້າເມືອງ ເຂົ້າຮ່ວມ.

ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກກັບ ສະມາຊິກສະພາ ແຂວງເຊກອງ

ທ່ານ ດົງເພັດ ພະຍົນ ຮອງປະທານຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 16 ແຂວງ ລາຍງານວ່າ:

ສພຂ ໄດ້ເອົາໃຈໃສ່ຊຸກຍູ້ຮ່າງນິຕິກໍາ ເພື່ອຄຸ້ມຄອງວຽກງານໃຫ້ມີຄວາມສະດວກ ເຊິ່ງໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ຕົກລົງຂອງເຈົ້າແຂວງ ກ່ຽວກັບ ການປະເມີນລາຄາທີ່ດິນຂອບເຂດເມືອງລະມາມ ແລະ ເມືອງທ່າແຕງ;

ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 5 ປີ, ແຜນກໍ່ສ້າງພື້ນຖານໂຄງລ່າງ ແລະ ໂຄງການລະດັບທ້ອງຖິ່ນ ຮັບຜິດຊອບທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ, ແຜນພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຜົນການກວດສອບບົດສະຫຼຸບຂາດຕົວຂອງ ອົງການກວດສອບປະຈໍາພາກໃຕ້, ພິຈາລະນາຈ່າຍທຶນໂຄງການຂອງລັດ ທີ່ສະພາແຫ່ງຊາດຮັບຮອງ ຈໍານວນ 3 ໂຄງການ ແລະ ຮັບຮອງແຜນການແບ່ງປັນງົບປະມານ ປະຈໍາປີ ຕາມການສະເໜີຂອງເຈົ້າແຂວງ.

ພ້ອມນັ້ນ, ຕິດຕາມກວດກາການປະຕິບັດເປົ້າໝາຍ ສະຫັດສະວັດດ້ານການພັດທະນາ (MDGs), ການພັດທະນາຊົນນະບົດ ເພື່ອລຶບລ້າງຄວາມທຸກຍາກ, ຊຸກຍູ້ການກວດກາຜະລິດຕະພັນສິນຄ້າ, ການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 15/ນຍ, ໂຄງການປຸງແຕ່ງນໍ້າຢາງພາລາ ເມືອງທ່າແຕງ ທີ່ສົ່ງກິ່ນເໝັນໃຫ້ປະຊາຊົນ, ຕິດຕາມຜົນກະທົບຈາກໂຄງການເຄື່ອນໄຟຟ້າ ຫ້ວຍລໍາພັນ, ການກໍ່ສ້າງເສັ້ນທາງລຽບຊາຍແດນກະລຶມ ແລະ ດາກຈຶງ,  ການຂຸດຄົ້ນແຮ່ຊາຍ, ໂຮງງານເຟີນີເຈີ, ໂຮງເລື່ອຍ, ໂຮງຊອຍ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.

ທ່ານປະທານສະພາແຫ່ງຊາດ ຍັງໄດ້ຊີ້ນໍາໃຫ້ ພະແນກການເງິນ ລາຍງານກ່ຽວກັບ ກົນໄກການເກັບລາຍຮັບ, ໃຫ້ຄົ້ນຄວ້າເຮັດໃຫ້ ແຂວງເຊກອງ ເປັນແຂວງທາງຜ່ານ, ພ້ອມທັງໃຫ້ຮີບຮ້ອນແກ້ໄຂ ບັນຫານໍ້າເສຍ ແລະ ການອອກໃບຕາດິນຊ້າ.

ນອກນັ້ນ, ຍັງໃຫ້ທິດທາງໃນດ້ານການຍົກຍ້າຍປະຊາຊົນ ທີ່ຢູ່ລຽບຕາມຊາຍແດນ ລາວ-ຫວຽດນາມ, ເປັນເຈົ້າການຊຸກຍູ້ ລວມທັງການອອກສໍາມະໂນຄົວ ແລະ ບັດປະຈໍາຕົວ ເພື່ອເປັນການຄຸ້ມຄອງພົນລະເມືອງ ໃຫ້ດີ ແລະ ວຽກງານອື່ນໆ.

Visual Composer Website Builder