ສື່ກອງທັບ ອວຍພອນ ວິທະຍຸ-ໂທລະພາບ ປກສ

0
1787
ພັທ ສົມພົງ ແກ່ນມະນີໂສດ ຮອງອໍານວຍການກອງວິທະຍຸ-ໂທລະພາບ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ

ໃນວັນທີ 2 ເມສາ 2019, ກອງວິທະຍຸ-ໂທລະພາບ ກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດ, ນໍາໂດຍ ພັທ ສົມພົງ ແກ່ນມະນີໂສດ ຮອງອໍານວຍການກອງວິທະຍຸ-ໂທລະພາບ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າດອກໄມ້ ແລະ ຂອງຂວັນເຂົ້າອວຍພອນ ກອງບັນນາທິການໂທລະພາບ-ວິທະຍຸ ປ້ອງກັນຄວາມສະຫງົບ ຄະນະບັນນາທິການຂ່າວສານ ກະຊວງ ປກສ, ຕ້ອນຮັບໂດຍ ພັທ ວັນຄໍາ ສາຍຕາແກ້ວ ຮອງຫົວໜ້າຄະນະບັນນາທິການຂ່າວສານ ປກສ ທັງເປັນຜູ້ຊີ້ນໍາ ກອງໂທລະພາບ ປກສ ພ້ອມດ້ວຍຄະນະ ເນື່ອງໃນໂອກາດ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ( 5 ເມສາ 1961-5 ເມສາ 2019 ).

ກອງບັນນາທິການໂທລະພາບ-ວິທະຍຸ ປ້ອງກັນຄວາມສະຫງົບ ຄະນະບັນນາທິການຂ່າວສານ ກະຊວງ ປກສ

ພັທ ສົມພົງ ແກ່ນມະນີໂສດ ກ່າວວ່າ:

ເນື່ອງໃນ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ( 5 ເມສາ 1961-5 ເມສາ 2019 ) ແລະ ປີໃໝ່ລາວ ພສ 2562 ທີ່ຈະມາເຖິງນີ້ ໃນນາມຕາງໜ້າຄະນະນໍາກອງວິທະຍຸ-ໂທລະພາບ ກອງທັບປະຊາຊົນລາວ ຂໍອວຍໄຊໃຫ້ພອນໃຫ້ ກອງບັນນາທິການໂທລະພາບ-ວິທະຍຸ ປ້ອງກັນຄວາມສະຫງົບ ຈົ່ງມີສຸຂະພາບແຂງແຮງ, ປາສະຈາກໂລກໄພໄຂ້ເຈັບ, ມີຄວາມສຸກສ່ວນຕົວ ແລະ ຄອບຄົວ ພ້ອມກັນເຮັດສໍາເລັດໜ້າທີ່-ທີ່ໄດ້ຮັບມອບໝາຍ.

ກອງວິທະຍຸ-ໂທລະພາບ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ

ໃນໂອກາດດັ່ງກ່າວ, ພັທ ວັນຄໍາ ສາຍຕາແກ້ວ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງ ກອງວິທະຍຸ-ໂທລະພາບ ກອງທັບປະຊາຊົນລາວ ທີ່ເຫັນໄດ້ຄວາມໝາຍ-ຄວາມສໍາຄັນຂອງວັນດັ່ງກ່າວ ແລະ ຂໍອວຍພອນໄຊໃຫ້ມີສຸຂະພາບແຂງແຮງ ສືບຕໍ່ຮ່ວມມືວຽກງານວິຊາສະເພາະທັງສອງກຳລັງ ໃຫ້ນັບມື້ນັບເຂັ້ມແຂງຂຶ້ນກວ່າເກົ່າ.

ພັທ ວັນຄໍາ ສາຍຕາແກ້ວ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງ ກອງວິທະຍຸ-ໂທລະພາບ ກອງທັບປະຊາຊົນລາວ