ເປັນກຽດເຂົ້າຮ່ວມໂດຍ ພັອ ໜູດີ ມີໄຊຍະລາດ ຮອງຫົວໜ້າກົມໃຫຍ່ພະລາທິການ

ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປີ 2019 ໃນວັນທີ 29 ມີນາ 2019, ໂດຍການເຂົ້າຮ່ວມຂອງ ພັອ ໜູດີ ມີໄຊຍະລາດ ຮອງຫົວໜ້າກົມໃຫຍ່ພະລາທິການ, ມີ ບັນດາຄະນະຫ້ອງ, ຄະນະກົມ, ປກສ ແຂວງ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ບຸນມີ ວົງຄໍາແສນ ຮອງຫົວໜ້າກົມອຸປະໂພກ-ບໍລິໂພກ ຜ່ານບົດສະຫຼຸບວ່າ:

ພັອ ຄຳສຸກ ເມກສະຫວັນ

ໄດ້ສະໜອງວັດຖຸອຸປະໂພກ-ບໍລິໂພກໃຫ້ກໍາລັງ, ຕອບສະໜອງເຄື່ອງນຸ່ງຫົ່ມ ແລະ ອຸປະກອນຮັບໃຊ້ຕ່າງໆໃຫ້ນາຍ ແລະ ພົນຕໍາຫຼວດ ຢູ່ບັນດາກົມກອງອ້ອມຂ້າງກະຊວງ, ປກສ ແຂວງ-ນະຄອນຫຼວງ ຕາມລະບອບອັດຕາ ແລະ ງົບປະມານທີ່ຂັ້ນເທິງອະນຸມັດ 119.797 ລ້ານກີບ;

ເຄື່ອງອຸປະໂພກປະຈໍາປີ ໄດ້ເບີກຈ່າຍໃຫ້ທຸກກົມກອງອ້ອມຂ້າງ ກະຊວງ ແລະ ໄດ້ຈັດສົ່ງເຄື່ອງອຸປະໂພກໃຫ້ ປກສ ແຂວງ ຄົບຖ້ວນຕາມລະບອບອັດຕາທີກໍານົດ ຈໍານວນ 15 ລາຍການ;

ເຄື່ອງປະໂພກຍາວນານໄດ້ເບີກຈ່າຍໃຫ້ນາຍ ແລະ ພົນຕໍາຫຼວດ ທີ່ຮອດອາຍຸການນໍາໃຊ້ ແລະ ກໍາລັງໃໝ່, ກຳລັງທົດແທນ ມີ 10 ລາຍການ, ເຄື່ອງຮັບໃຊ້ວິຊາສະເພາະ ໄດ້ເບີກຈ່າຍໃຫ້ບັນດາເຫຼົ່າວິຊາສະເພາະ ເພື່ອຮັບໃຊ້ເຄື່ອນໄຫວປະຕິບັດໜ້າທີ່ປ້ອງກັນຄວາມສະຫງົບ ມີ 10 ລາຍການ;

ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປີ 2019

ເຄື່ອງສໍາຮອງສູ້ຮົບ ໄດ້ເບີກຈ່າຍໃຫ້ກໍາລັງທີ່ເຂົ້າຮ່ວມເຄື່ອນໄຫວສູ້ຮົບ, ຊ້ອມຮົບ, ຝຶກແອບຮໍ່າຮຽນສິລະປະຍຸດ-ຍຸດທະວິທີ, ກໍາລັງກໍ່ສ້າງຮາກຖານເມືອງທຸລະກັນກັນດານ ມີ 6 ລາຍການ;

ວຽກງານຮັບປະກັນເບີກຈ່າຍອຸປະກອນຮັບໃຊ້ຕ່າງໆ ແມ່ນໄດ້ຈັດຊື້ເຄື່ອງໃຊ້ຫ້ອງການ 16 ກົມກອງ ແລະ 1 ປກສ ແຂວງ ຈໍານວນ 144 ລາຍການ ມູນຄ່າ 1.709.000.000 ກີບ, ຈັດຊື້ແບບພິມ 16 ກົມກອງ ຈໍານວນ 84 ລາຍການ ມູນຄ່າ 408.000.000ກີບ, ຈັດຊື້ອຸປະກອນສິດສອນ 7 ກົມກອງ ແລະ 7 ປກສ ແຂວງ ຈໍານວນ 188 ລາຍການ ມູນຄ່າ 1.020.000.000 ກີບ.

ມີ ບັນດາຄະນະຫ້ອງ, ຄະນະກົມ, ປກສ ແຂວງ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ

ພັອ ໜູດີ ມີໄຊຍະລາດ ໄດ້ຊີ້ນຳໃຫ້ ຄະນະກົມ, ບັນດາ ປກສ ແຂວງ ເພີ່ມທະວີວຽກງານສຶກສາອົບຮົມວຽກງານການເມືອງ-ນຳພາແນວຄິດ ໃຫ້ເປັນປົກກະຕິ ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ຕາມການມອບໝາຍ ໃຫ້ມີຜົນສຳເລັດສູງ, ສືບຕໍ່ຄົ້ນຄວ້າແຜນຄວາມຕ້ອງການຕ່າງໆ ເພື່ອຂຶ້ນແຜນສະເໜີຂັ້ນເທິງອະນຸດມັດຕາມລະບຽບຫຼັກການຂອງ ກຳລັງປ້ອງກັນຄວາມສະຫງົບ.

Visual Composer Website Builder