ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ

ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ ໃນວັນທີ 28 ມີນາ 2019 ໂດຍການຕ້ອນຮັບຂອງ ພົຕ ຄໍາລຽງ ອຸທະໄກສອນ ເຈົ້າແຂວງໆໄຊສົມບູນ ພ້ອມດ້ວຍການນຳແຂວງ.

ເຈົ້າແຂວງໆໄຊສົມບູນ ໄດ້ລາຍງານວ່າ:

ໃນໄລຍະຜ່ານມາ, ການປູກຝັງ-ລ້ຽງສັດ, ການທ່ອງທ່ຽວທາງດ້ານທໍາມະຊາດ, ປະຫວັດສາດ ແລະ ວັດທະນະທຳ ມີທ່າແຮງດ້ານພະລັງງານເຂື່ອນໄຟຟ້າ ມີທັງໝົດ 26 ໂຄງການ, ກຳລັງຕິດຕັ້ງປະມານ 2.147,35 ເມກາວັດ, ສໍາເລັດໄປແລ້ວ 8 ເຂື່ອນ ແລະ ທ່າແຮງທາງດ້ານບໍ່ແຮ່, ແຮ່ຄໍາ, ແຮ່ທອງແດງ, ແຮ່ເຫຼັກ ແລະອື່ນໆ ເຫັນໄດ້ວ່າ:

Visual Composer Website Builder

ເສດຖະກິດຂອງແຂວງ ໄດ້ຂະຫຍາຍຕົວເພີ່ມຂຶ້ນ ເຊັ່ນ: ທາງດ້ານກະສິກຳ ເພີ່ມຂຶ້ນ 4,2% ກວມເອົາ 43,2% ຂອງ GDP, ອຸດສາຫະກໍາ ເພີ່ມຂຶ້ນ 2% ກວມເອົາ 12,8%, ດ້ານການບໍລິການເພີ່ມຂຶ້ນ 11% ກວມເອົາ 44% ຂອງ GDP. ນັບແຕ່ມື້ສ້າງຕັ້ງແຂວງເປັນຕົ້ນມາ, ຄະນະພັກອົງການປົກຄອງ ແຂວງໄຊສົມບູນ ໄດ້ພ້ອມກັນສຸມທຸກຄວາມພະຍາຍາມ-ສູ້ຊົນຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງລັດ 5 ປີ ຄັ້ງທີ VIII.

ໂດຍການຕ້ອນຮັບຂອງ ພົຕ ຄໍາລຽງ ອຸທະໄກສອນ ເຈົ້າແຂວງໆໄຊສົມບູນ ພ້ອມດ້ວຍການນຳແຂວງ

ໃນພິທີ, ຮອງນາຍົກ ໄດ້ເນັ້ນໃຫ້ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ແກ້ໄຂວິຖີຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ສຸມໃສ່ການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ການສ້າງທ່າແຮງຢູ່ຂັ້ນບ້ານ, ເມືອງ ແລະ ແຂວງ ໃຫ້ມີຄວາມມັ່ງຄັ່ງ-ເຂັ້ມແຂງ, ສືບຕໍ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ແລະ ເອົາໃຈໃສ່ສ້າງບ້ານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ແຂວງ ມີສະຖຽນລະພາບທາງດ້ານການເມືອງ ແລະ ໂອກາດດຽວກັນ ຍັງໄດ້ໂອ້ລົມພະນັກງານກວດກາທົ່ວແຂວງ.