ກອງປະຊຸມກາງສະໄໝ ຂອງຄະນະບໍລິຫານງານພັກແຂວງຫົວພັນ

ກອງປະຊຸມກາງສະໄໝຂອງ ຄະນະບໍລິຫານງານພັກ ແຂວງຫົວພັນ ສະໄໝທີ 9 ຈັດຂຶ້ນໃນທ້າຍເດືອນຜ່ານມານີ້, ເປັນປະທານຂອງ ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫົວພັນ, ເຂົ້າຮ່ວມມີ ສະຫາຍ ວິໄລວັນ ບຸດດາຄຳ ຮອງປະທານກວດກາສູນກາງພັກ, ມີ ບັນດາສະຫາຍຫົວໜ້າຮອງພະແນກການອ້ອມຂ້າງແຂວງ, ກອງບັນຊາການທະຫານ, ຕຳຫຼວດ ແລະ ເຈົ້າເມືອງທັງ 10 ເມືອງ ເຂົ້າຮ່ວມ.

ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ເປັນການສະຫຼຸບຕີລາຄາຄືນໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງ ຄະນະບໍລິຫານງານພັກແຂວງ ໃນໄລຍະ 2 ປີຜ່ານມາ, ມີດ້ານດີ-ດ້ານອ່ອນ ທີ່ຈະໄດ້ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດ ແລະ ຂອດປັບປຸງແກ້ໄຂໃນກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບການຊີ້ນຳ-ນໍາພາຈັດຕັ້ງປະຕິບັດວຽກງານຮອບດ້ານຂອງ ຄະນະບໍລິຫານງານພັກ ແຂວງຫົວພັນ ສະໄໝທີ 9, ຮັບຟັງການຜ່ານບົດສະຫຼຸບຫຍໍ້ ຜົນກອງປະຊຸມລະດົມແນວຄິດ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ຢູ່ ແຂວງຫົວພັນ, ຄຳສັ່ງເລກທີ 04/ຄະນະບໍລິຫານງານສູນກາງພັກ ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍ ກອງປະຊຸມ 3 ຂັ້ນ ແລະ ລາຍງານສະພາບການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ທົ່ວແຂວງ, ຮັບຟັງການລາຍງານການແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ.

Visual Composer Website Builder

ຈາກນັ້ນ, ແມ່ນຈະໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ບົດສະຫຼຸບ ໃນການຈັດຕັ້ງປະຕິບັດວຽກງານຜ່ານມາ ເພື່ອນຳໄປຄົ້ນຄວ້າປັບປຸງແກ້ໄຂໃນຕໍ່ໜ້າ ແລະ ຈະໄດ້ພ້ອມກັນປະເມີນວຽກງານຂອງແຂວງ ຕື່ມອີກ.