ວັນທີ 5 ເມສາ 2019, ຄະນະພັກ-ຄະນະນໍາກະຊວງ ປກສ ນໍາໂດຍ ສະຫາຍ ພົທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງ ປກສ ພ້ອມຄະນະ ໄດ້ນຳກະຕ່າດອກໄມ້ເຂົ້າອວຍພອນ ພະນະທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 58 ປີ (5 ເມສາ 1961-5 ເມສາ 2019).

ໃນໂອກາດດັ່ງກ່າວ, ສະຫາຍ ພົທ ວິໄລ ຫຼ້າຄໍາຟອງ ຍັງໄດ້ລາຍງານກ່ຽວກັບການກະກຽມຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ເປັນຕົ້ນແມ່ນການປາຖະກະຖາມູນເຊື້ອ, ການຈັດກິດຈະກໍາ ແລະ ຂະບວນການຕ່າງໆຢ່າງຟົດຟື້ນ ແລະ ສຸດທີ່ມີຄວາມໝາຍຄວາມສໍາຄັນ, ເຊິ່ງຖືເອົາໂອກາດທີ່ມີຄວາມໝາຍດັ່ງກ່າວເປັນການສະແດງຄວາມຮູ້ບຸນຄຸນຕໍ່ພັກ-ລັດ ທີ່ມີຄວາມ ເປັນຫ່ວງເປັນໃຍ ແລະ ຊີ້ນຳ-ນຳພາຕໍ່ກໍາລັງ ປກສ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ສະນັ້ນ, ຕາງໜ້າຖັນແຖວນາຍ ແລະ ພົນຕໍາຫຼວດ ຈຶ່ງຖືໂອກາດດັ່ງກ່າວເຂົ້າອວຍພອນ ຕໍ່ ພະນະທ່ານ ບຸນຍັງ ວໍລະຈິດ ທີ່ໄດ້ໃຫ້ຄວາມໃກ້ຊິດຕິດແທດ ຕໍ່ພະ ນັກງານ-ນັກຮົບ, ພໍ່-ແມ່ປະຊາຊົນ ເວົ້າລວມ ເວົ້າສະເພາະ ກໍແມ່ນກໍາລັງ ປກສ ເຮັດໃຫ້ປະສົບຜົນສໍາເລັດເປັນກ້າວໆ ແລະ ມີຫຼາຍເຫດ ການທີ່ພົ້ນເດັ່ນ, ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນບັນດາເຜົ່າ ດຳລົງຊີວິດດ້ວຍຄວາມຜາສຸກ.

ຈາກນັ້ນ, ພະນະທ່ານປະທານປະເທດ ໄດ້ຖືໂອກາດນີ້ ສະແດງຄວາມຂອບອົກຂອບໃຈຕໍ່ຄະນະນຳກະຊວງ ປກສ ຕະຫຼອດຮອດທົ່ວກຳລັງ ປກສ ທີ່ເຫັນໄດ້ຄວາມຮູ້ບຸນຄຸນຕໍ່ການນຳພັກ-ລັດໃນການຊີ້ນຳ-ນໍາພາວຽກງານ ປກສ ສາມາດເຮັດໃຫ້ທົ່ວກຳລັງ ປກສ ຈັດຕັ້ງປະຕິບັດວິຊາສະເພາະໃນການປົກປັກຮັກສາປະເທດຊາດຢ່າງເຂັ້ມແຂງ, ໜັກແໜ້ນ ແລະ ມີແນວຄິດອຸ່ນອຽນທຸ່ນທ່ຽງທາງດ້ານການເມືອງຮັບປະກັນໃຫ້ປະຊາຊົນບັນດາເຜົ່າມີການດໍາລົງຊີວິດທີ່ດີ ເຮັດໃຫ້ເສດຖະກິດຂອງຊາດມີການຂະຫຍາຍຕົວ ແລະ ພັດທະນາຢ່າງຕໍ່ເນື່ອງ.

ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ການນໍາກະຊວງ ປກສ, ນາຍ ແລະ ພົນຕໍາຫຼວດ ຈົ່ງເອົາໃຈໃສ່ຮັກສາຄວາມສາມັກຄີພາຍໃນກົມກອງ-ຖັນແຖວພະນັກງານ, ປັບ ປຸງກໍ່ສ້າງກໍາລັງໃຫ້ ເຂັ້ມແຂງ, ເອົາໃຈໃສ່ສະກັດກັ້ນ -ແກ້ໄຂປະກົດການຫຍໍ້ທໍ້ໃນສັງ ຄົມ ເປັນຕົ້ນແມ່ນບັນຫາການຄ້າ-ຂາຍຢາເສບຕິດ, ອາວຸດເຖື່ອນ, ການກໍ່ອາຊະຍາກໍາ ແລະ ອື່ນໆ, ຫັນກໍາລັງສູ່ຮາກຖານການເມືອງນັບແຕ່ສູນກາງລົງຮອດທ້ອງຖິ່ນ ເພື່ອເກັບກໍາໄດ້ສະພາບ ການເໜັງ ຕີງຂອງພົນລະເມືອງ, ຄົນພັກ-ເຊົາຊົ່ວຄາວ ແລະ ເອົາໃຈໃສ່ວຽກ ງານສ້າງພະລາທິການໃຫ້ກຳລັງ ປກສ ສາມາດເພິ່ງຕົນເອງ, ກຸ້ມ ຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ພ້ອມດຽວກັນນີ້, ພະນະທ່ານປະທານປະເທດ ຍັງໄດ້ອວຍພອນໄຊແດ່ການນໍາພັກ-ລັດ, ຄະນະນຳກະຊວງ ປກສ, ຕະຫຼອດຮອດຖັນແຖວພະນັກງານ-ນັກຮົບ ປກສ ຈົ່ງມີຄວາມຜາສຸກ, ມີພະລານາໄມສົມບູນ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ຢ່າງມີ ໄຊ.