ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ-ຕ້ານອັກຄີໄພ (ສຕອ) ຫ້ອງຕໍາຫຼວດ ປກສ ແຂວງໄຊຍະບູລີ ໄດ້ຈັດຝຶກອົບຮົມວຽກງານສະກັດກັ້ນ-ຕ້ານອັກຄີໄພ ໃຫ້ພະນັກງານຮ້ານຊຸບເປີມາເກັດ ສ່ານເຮີ ເຂົ້າຮ່ວມໂດຍ ທ່ານ ຈີນນ້າ ຜູ້ຈັດການຮ້ານຊຸບເປີມາເກັດ ສ່ານເຮີ ແລະ ພະນັກງານພາຍໃນຮ້ານ.

ພັທ ເຢຍ ຊົງ ຫົວໜ້າພະແນກຕໍາຫຼວດສະກັດກັ້ນ-ຕ້ານອັກຄີໄພ ຫ້ອງຕໍາຫຼວດ ປກສ ແຂວງ ກ່າວວ່າ:

ພັທ ເຢຍ ຊົງ
ພັທ ເຢຍ ຊົງ

ຜ່ານມາ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໄດ້ປະກອບອຸປະກອນບັ້ງມອດໄຟຕິດຕັ້ງໃສ່ອາຄານ, ສະຖານທີ່ສໍາຄັນພາຍໃນຮ້ານຊຸບເປີມາເກັດ ສ່ານເຮີ; ພ້ອມທັງມອບຄວາມຮັບຜິດຊອບໃນການຄຸ້ມຄອງ-ນໍາໃຊ້ ແລະ ແນະນໍາວິທີການນໍາໃຊ້ເບື້ອງຕົ້ນໄປ ແລ້ວຈໍານວນໜຶ່ງ; ແຕ່ຄວາມຮັບຮູ້, ເຂົ້າໃຈຂອງຜູ້ຊົມໃຊ້ບໍ່ທັນຮູ້ເຕັກນິກການນໍາໃຊ້; ອີກປະການໜຶ່ງ ຮ້ານຊຸບເປີມາເກັດ ສ່ານເຮີ ແຫ່ງດັ່ງກ່າວເປັນຈຸດລວມສູນທາງເສດຖະກິດ-ການຄ້າ ແລະ ການບໍລິການ ໂດຍຜູ້ບໍລິການທົ່ວໄປ ໄດ້ນໍາໃຊ້ເຂົ້າໃນຊີວິດປະຈໍາວັນເປັນສ່ວນໃຫຍ່, ເຊິ່ງອາດຈະມີການສ່ຽງຕໍ່ການເກີດອັກຄີໄພໄດ້ງ່າຍ ຖ້າບໍ່ມີວິທີການສະກັດກັ້ນ.

ສະນັ້ນ, ພະນັກງານຜູ້ບໍລິຫານ ແລະ ຜູ້ບໍລິການພາຍໃນສູນການຄ້າ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ຮຽນຮູ້ຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພ, ທຸກຄົນລ້ວນແຕ່ມີສ່ວນຮ່ວມໃນການປົກປັກຮັກສາຊັບສົມບັດຂອງພັກ-ລັດ, ຊີວິດ ແລະ ຊັບສິນ, ມີສະຕິລະວັງຕົວໃນການໃຊ້ໄຟເຂົ້າໃນຊີວິດປະຈໍາວັນ, ມີຄວາມຮັບຜິດຊອບ ແລະ ເປັນເຈົ້າການດັບມອດໄຟ ໃນເມື່ອມີເຫດການໄຟໄໝ້ເກີດຂຶ້ນ. ພ້ອມທັງເອົາໃຈໃສ່ກວດກາ ແລະ ບໍາລຸງຮັກສາອຸປະກອນບັ້ງມອດໄຟເປັນປະຈໍາ.

ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ-ຕ້ານອັກຄີໄພ (ສຕອ) ຫ້ອງຕໍາຫຼວດ ປກສ ແຂວງໄຊຍະບູລີ
ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ-ຕ້ານອັກຄີໄພ (ສຕອ) ຫ້ອງຕໍາຫຼວດ ປກສ ແຂວງໄຊຍະບູລີ

ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ສາທິດຕົວຈິງ ກ່ຽວກັບ ການປະຖົມພະຍາບານຂັ້ນຕົ້ນ ເພື່ອຊ່ວຍເຫຼືອຄົນເຈັບໃນເວລາເມື່ອເກີດອັກຄີໄພ; ຂັ້ນຕອນ ແລະ ວິທີການມອດໄຟທີ່ເກີດຈາກເຕົາເເກັສ, ການນໍາໃຊ້ບັ້ງມອດໄຟ ທີ່ມີຄຸນນະພາບມາດຕະຖານເຂົ້າໃນການດັບມອດໄຟ ທີ່ເກີດຈາກການເຜົາໄໝ້ນໍ້າມັນ. ໂອກາດດັ່ງກ່າວ, ເຈົ້າໜ້າທີ່ກ່ຽວຂ້ອງ ຍັງໄດ້ມອບໃບຢັ້ງຢືນໃຫ້ພາກສ່ວນດັ່ງກ່າວ ເຊິ່ງກ່າວຮັບໂດຍ ທ່ານ ຈີນນ້າ ຜູ້ຈັດການ ຊຸບເປີມາເກັດ ສ່ານເຮີ.